ລາຄາຂອງ Arbitrum (ARB) ລົດລົງກວ່າ 11% ຫຼັງຈາກ Foundation Arbitrum ເທຂາຍ ARB ຈຳນວນ 50 ລ້ານໂທເຄັນ


ເມື່ອບໍ່ດົນມານີ້ Arbitrum Foundation ໄດ້ອອກມາຖະເເຫຼງຕໍ່ຊຸມຊົນ Crypto ໂດຍກ່າວວ່າ: ການໂອນໂທເຄັນ Arbitrum (ARB) ຈຳນວນ 50 ລ້ານໂທເຄັນທີ່ເກີດຂຶ້ນໃນເຄືອຂ່າຍນັ້ນ, ໂດຍໂທເຄັນຈຳນວນ 40 ລ້ານຈະຖືກຈັດສັນເປັນ “ເງິນກູ້ໃຫ້ນັກລົງທຶນສະຖາບັນ”, ສ່ວນໂທເຄັນທີ່ເຫຼືອອີກ 10 ລ້ານຈະຖືກປ່ຽນເງິນ fiat ເພື່ອເປັນເງິນທຶນໃນການດໍາເນີນງານຕ່າງໆຂອງ Arbitrum Foundation.

ເຊິ່ງເເຜນການຄຸ້ມຄອງຂອງ Arbitrum ກໍາລັງກາຍເປັນປະເດັນໃນຊຸມຊົນ crypto. ຫຼັງຈາກອົງການດັ່ງກ່າວໄດ້ເລີ່ມເທການຂາຍ ARB ໂທເຄັນ ແລະ ປ່ຽນເປັນຫຼຽນ Stablecoin ກ່ອນທີ່ການລົງຄະແນນສຽງຂອງຊຸມຊົນ DAO ຈະສິ້ນສຸດລົງ. ທັງນີ້ Arbitrum Foundation ໄດ້ເທຂາຍ ARB ຈຳນວນ 50 ລ້ານໂທເຄັນ ຈາກ 750 ລ້ານໂທເຄັນ ທີ່ຈັດສັນດ້ວຍຕົນເອງກ່ອນທີ່ຈະຂໍອະນຸຍາດຊຸມຊົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/