Jimin BTS ກັບຜົນງານ FACE ທີ່ເປີດຕົວໃນອາເມຣິກາ ຢູ່ອັນດັບ 2 ຂອງ Billboard 200


FACE ອາລະບ້ຳດ່ຽວຊຸດທຳອິດຂອງ ນັກຮ້ອງໜຸ່ມຊື່ດັງລະດັບໂລກ Jimin ສະມາຊິກວົງ BTS ໄດ້ເຂົ້າສູ່ Billboard 200 ໃນອັນດັບທີ 2 ແລະ ເຮັດໃຫ້ກາຍເປັນສິລະປິນຊາວເກົາຫຼີໃຕ້ ຄົນທຳອິດໃນປະຫວັດສາດທີ່ສາມາດຂຶ້ນໄປຢູ່ອັນດັບ 2 ໄດ້ນັ້ນເອງ.

ວັນທີ 2 ເມສາ 2023 ຕາມເວລາທ້ອງຖິ່ນ Billboard ໄດ້ປະກາດວ່າຜົນງານຂອງ Jimin BTS ໄດ້ເຂົ້າສູ່ Top charts 200 Albums ເປັນການຈັດອາລະບ້ຳຍອດນິຍົມປະຈຳອາທິດໃນປະເທດ ອາເມຣິກາ ແລະ ນີ້ເປັນປະຫວັດສາດໜ້າໃໝ່ສຳລັບ ສິລະປິນດ່ຽວຈາກປະເທດເກົາຫຼີໃຕ້ທີ່ສາມາດຂຶ້ນໄປຢູ່ອັນດັບ 2 ໄດ້.

ນອກຈາກນີ້ Jimin BTS ຍັງປະສົບຄວາມສຳເລັດໃນການ Debut ເປັນສິລະປິນດ່ຽວທີ່ມີອັນດັບສູງສຸດໃນ Billboard 200 ຈາກຂໍ້ມູນຂອງ Luminate ໄດ້ເຜີຍວ່າອາລະບ້ຳ FACE ໄດ້ຮັບຈຳນວນອາລະບ້ຳທຽບເທົ່າ 164.000 ໜ່ວຍໃນ ອາທິດທີ່ຜ່ານມາທີ່ສິ້ນສຸດລົງໃນວັນທີ 30 ມີນາ 2023 ຄະແນນລວມຂອງອາລະບ້ຳປະກອບດ້ວຍຍອດຂາຍອາລະບຳ 124.000 ອາລະບ້ຳ ນັບເປັນອາທິດການຂາຍທີ່ໃຫຍ່ທີ່ສຸດໃນອາເມຣິກາສຳລັບສິລະປິນດ່ຽວໃນປີ 2023 ລວມຍອດສູງສຸດເປັນອັນດັບ 3 ແລະ 13.500 ຍູນິດທີ່ທຽບເທົ່າການສະຕຣີມ (SEA) ເຊິ່ງແປງເປັນ 19,51 ລ້ານສະຕີມສຽງແບບອອນດີມານຕະຫຼອດທັງອາທິດ FACE ເຮັດຍອດອາລະບ້ຳ ໄດ້ທຽບເທົ່າແທຣັກ (TEA) ໄດ້26,500 ຍູນິດ ໃນອາທິດທຳອິດ ນັບເປັນສະຖິຕິ TEA ທີ່ໃຫຍ່ທີ່ສຸດປະຈຳອາທິດສຳລັບອາລະບ້ຳດ່ຽວ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/