Netflix ເຜີຍວ່າ 60% ຂອງສະມາຊິກ ຕ້ອງເຄີຍເບິ່ງຄອນເທັນຈາກປະເທດເກົາຫຼີໃຕ້ ຢ່າງໜ້ອຍ 1 ເລື່ອງ


ປະຕິເສດບໍ່ໄດ້ວ່າອຸດສາຫະກຳບັນເທີງຂອງປະເທດເກົາຫຼີໃຕ້ ເປັນອີກໜຶ່ງສິ່ງທີ່ຄອງໃຈຫຼາຍຄົນທົ່ວໂລກ ເນື່ອງຈາກຫຼາຍປີທີ່ຜ່ານມາອຸດສາຫະກຳບັນເທິງຂອງປະເທດເກົາຫຼີໃຕ້ ໄດ້ພັດທະນາຢ່າງກ້າວກະໂດດບໍ່ວ່າຈະເປັນ ຮູບເງົາ ຊີຣີ້ ຫຼື ລາຍການຕ່າງໆ ກໍສາມາດສ້າງກະແສໄປທົ່ວໂລກໄດ້ ທີ່ເຫັນໄດ້ພົ້ນເດັ່ນເລີຍຄົງໜີບໍ່ພົ້ນຊີຣີ້ Squid Game.

ທາງ Netflix ໄດ້ອອກມາເຜີຍຈຳນວນຜູ້ຊົມວ່າ ກວ່າ 60% ຂອງຜູ້ໃຊ້ງານທັງໝົດຕ້ອງເຄີຍຮັບຊົມຄອນເທັນຈາກປະເທດເກົາຫຼີໃຕ້ຢ່າງໜ້ອຍ 1 ເລື່ອງ ແລະ ຜູ້ຮັບຊົມຄອນເທັນຈາກປະເທດເກົາຫຼີໃຕ້ມີຈຳນວນເພີ່ມຂຶ້ນ 6 ເທົ່າ ໃນໄລຍະ 4 ປີທີ່ຜ່ານມາ ມີຜົນງານຕິດ Top 10 ຈາກ 90 ປະເທດທົ່ວໂລກ.

TED Sarandos Co-CEO ຂອງ Netflix ໄດ້ເຜີຍຂໍ້ມູນໃນລາຍງານສຳມະນາ ເຊິ່ງເນັ້ນຢ້ຳເຖິງຄວາມສຳເລັດຂອງຄອນເທັນຈາກປະເທດເກົາຫຼີໃຕ້ ເທິງ Netflix ໂດຍສັງເກດຈາກຜູ້ໃຊ້ງານ 3 ໃນ 5 ຂອງຜູ້ໃຊ້ງານທັງໝົດເຄີຍຮັບຊົມລາຍການເກົາຫຼີໃຕ້ ພ້ອມທຽບອັດຕາສ່ວນຮູບເງົາ ແລະ ຊີຣີ້ໂຣແມນຕິກ ມີຈຳນວນຜູ້ຊົມນອກປະເທດເກົາຫຼີໃຕ້ ນັບເປັນ 90% ແລະ ເມື່ອປີທີ່ຜ່ານມີຮູບເງົາ ແລະ ຊີຣີ້ Carter, All of Us Are Dead ແລະ The Glory ທີ່ຕິດ Top 10 ຈາກ 90 ປະເທດທົ່ວໂລກ ແນ່ນອນວ່າບໍ່ມີເລື່ອງໃດຈະໂດ່ງດັງໄດ້ເທົ່າກັບ Squid Game.

ອາດຈະເວົ້າໄດ້ວ່າ Squid Game ໂດ່ງດັງໄປທົ່ວໂລກນັ້ນມາດ້ວຍຄວາມບໍ່ຕັ້ງໃຈ ແຕ່ກະແສຂອງຊີຣີ້້ເລື່ອງນີ້ກັບກາຍເປັນອີກໜຶ່ງຢ່າງທີ່ເຮັດໃຫ້ຄົນຮູ້ຈັກປະເທດເກົາຫຼີໃຕ້  ແລະ ເມື່ອປີ 2016 ທາງ Netflix ເອງກໍໄດ້ຕັດສິນໃຈລົງທຶນໃນເກົາຫຼີໃຕ້ໄປ 700 ລ້ານໂດລາ ແຕ່ຈາກກະແສຊີຣີ້ເກົາຫຼີໃຕ້ມາແຮງ ເຮັດໃຫ້ໃນເດືອນ ເມສາ 2023 ທີ່ຜ່ານມາ ທາງບໍລິສັດກໍໄດ້ລົງທຶນເພີ່ມອີກ 2,5 ພັນລ້ານໂດລາ ສຳລັບການສ້າງຄອນເທັນໃນຕະຫຼອດ 4 ປີໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/