ໃນຄ່ຳຄືນຂອງວັນທີ 12 ກໍລະກົດທີ່ຜ່ານມາ ອົງການ NASA ຮ່ວມກັບອົງການອະວະການຢູໂຣບ (ESA) ແລະອົງການອະວະກາດແຄນາດາ (ESA) ໄດ້ເຜີຍແຜ່ 5 ຮູບພາບປະຫວັດສາດຂອງມວນມະນຸດ ແລະໄດ້ສ້າງສຽງຮືຮາໄປທົ່ວໂລກ. ພ້ອມນີ້ກໍຖືວ່າເປັນບາດກ້າວສຳຄັນຂອງແວດວົງວິທະຍາສາດ ເພາະວ່າພາບທີ່ປ່ອຍອອກມາມີຄວາມຊັດເຈນທີ່ສຸດເທົ່າທີ່ໂລກເຄີຍບັນທຶກມາ ເຊິ່ງບັນດາຮູບພາບດັ່ງກ່າວແມ່ນຖືກຖ່າຍໂດຍກ້ອງໂທລະທັດອະວະກາດ ເຈມສ໌ ເວັບ (James Webb Space Telescope: JWST).

ພາບຈໍາລອງກ້ອງໂທລະທັດອະວະກາດເຈມສ໌ ເວັບ (James Webb Space Telescope: JWST)

ກ້ອງໂທລະທັດອະວະກາດເຈມສ໌ ເວັບ ນີ້ມີງົບປະມານໃນການສ້າງເຖິງ 10,000 ລ້ານໂດລາ ແລະຖືກສົ່ງອອກໄປນອກໂລກເມື່ອວັນທີ 25 ທັນວາ 2021 ເພື່ອປະຕິບັດໜ້າທີ່ຄົ້ນຫາກາແລັກຊີທີ່ມີຄວາມຄ້າຍຄືກັບໂລກທີ່ຫ່າງອອກໄປຈາກໂລກຫຼາຍລ້ານປີແສງ ແລະ ຖ່າຍຮູບພາບຈຸດເລີ່ມຕົ້ນຂອງດວງດາວທີ່ປາກົດຂຶ້ນໃນອະດີດເມື່ອຫຼາຍໝື່ນລ້ານປີກ່ອນ.


ໂດຍພາບທີ່ຖ່າຍໄດ້ແມ່ນຮຽງຕາມລໍາດັບດັ່ງລຸ່ມນີ້:

  1. SMACS 0723

ນີ້ຄືຮູບພາບກຸ່ມດາຣາຈັກ SMACS 0723 ຫຼືຫຼາຍຄົນຮູ້ຈັກໃນຊື່ “ຫ້ວງອະວະກາດເລິກ (Webb’s First Deep Field)” ແມ່ນຢູ່ຫ່າງຈາກໂລກເຮົາປະມານ 4,600 ປີແສງ ສ່ວນຈຸດສີແດງທີ່ເປັນວົງໂຄ້ງໃນຮູບພາບແມ່ນກາແລັກຊີບູຮານທີ່ມີອາຍຸເກົ່າແກ່ເຖິງ 13,200 ລ້ານປີ.

  1. WASP-96 b

WASP-96 b ເປັນດາວເຄາະແກ໊ສຂະໜາດໃຫຍ່ທີ່ຢູ່ຫ່າງອອກໄປ 1,150 ປີແສງ ມີມວນເຄິ່ງໜຶ່ງຂອງດາວພະຫັດ ເຊິ່ງໂຄຈອນຮອບດວງດາວທຸກໆ 3.4 ມື້. ຢ່າງໃດກໍຕາມຮູບພາບທີ່ເຮົາເຫັນຢູ່ນີ້ບໍ່ແມ່ນພາບແທ້ຂອງດາວເຄາະ WASP-96 b ໂດຍກົງ ແຕ່ເປັນຮູບພາບທີ່ໄດ້ຈາກອຸປະກອນທີ່ເຮັດການບັນທຶກສະເປັກຕຣຳ (Spectrum) ຂອງແສງທີ່ມາຈາກດາວເຄາະ. ດັ່ງນັ້ນພາບທີ່ເຫັນຈຶ່ງມີລັກສະນະຄ້າຍຄືກຣາບທີ່ສະແດງແຖບດູດກືນຂອງແກ໊ສໃນຊັ້ນບັນຍາກາດຂອງດາວເຄາະ.

  1. Southern Ring Nebula

Southern Ring Nebula ແມ່ນເປັນດາວເຄາະເນບິວລ່າ ທີ່ຢູ່ຫ່າງຈາກໂລກອອກໄປປະມານ 2,500 ປີແສງ ແລະ ພາບທີ່ເຫັນຢູ່ນີ້ກໍແມ່ນຊາກຂອງດາວເຄາະ ໂດຍເຜີຍໃຫ້ເຫັນເປືອກນອກຂອງມັນທີ່ເປັນກຸ່ມກ້ອນຝຸ່ນ ແລະ ແກ໊ສທີ່ເຄື່ອນຕົວຢູ່ອ້ອມຮອບດວງດາວທີ່ກໍາລັງຈະສະຫຼາຍໄປຕາມອາຍຸໄຂ.

  1. Stephan’s Quintet

Stephan’s Quintet ເປັນຮູບພາບຂອງ 5 ກາແລັກຊີທີ່ເຄື່ອນຕົວໃກ້ຊິດກັນ ໂດຍມັນເປັນກຸ່ມຂອງກາແລັກຊີຊະນິດ Compact Galaxy Group ທໍາອິດທີ່ໂລກເຄີຍຄົ້ນພົບ ເຊິ່ງຢູ່ຫ່າງໄປຈາກໂລກປະມານ 290 ລ້ານປີແສງ ແລະ ຈາກໃນຮູບຈະເຫັນວ່າ 4 ໃນ 5 ຂອງກາແລກຊີ່ທັງໝົດນັ້ນຖືກດຶງດູດເຂົ້າມາຫາກັນຢ່າງໃກ້ຊິດຈາກແຮງດຶງດູດປະລິມານມະຫາສານ ແລະ ນັກວິທະຍາສາດຄາດວ່າມັນຈະລວມຕົວກັນເປັນກາແລກຊີ່ຂະໜາດຍັກໃຫຍ່ໃນອະນາຄົດ.

  1. Carina Nebula

ພາບນີ້ເປັນພາບພື້ນທີ່ທີ່ມີຊື່ວ່າ NGC 3324 ຖືກຖ່າຍໄດ້ໃນເນບິວລ່າກະດູກງູ (Carina Nebula) ສະຖານທີ່ເຊິ່ງເປັນແຫຼ່ງກໍາເນີດຂອງດວງດາວ ຢູ່ຫ່າງອອກໄປປະມານ 7,600 ປີແສງ ໂດຍເນບິວລ່າກະດູກງູນີ້ເປັນໜຶ່ງໃນເນບິວລ່າທີ່ມີຂະໜາດໃຫຍ່ ແລະ ສະຫວ່າງຫຼາຍທີ່ສຸດເທິງທ້ອງຟ້າໃນຫ້ວງອະວະກາດ ແລະ ມັນແຈ້ງສະຫວ່າງເຖິງຂະໜາດມະນຸດສາມາດແນມເຫັນດ້ວຕາເປົ່າຈາກໂລກເຮົາໄດ້ ແລະພາບທີ່ໄດ້ຈາກກ້ອງໂທລະທັດອະວະການເຈມສ໌ ເວັບ ນັ້ນມັນວິເສດສວຍງາມເກີນຈະບັນຍາຍ ແລະມີລັກສະນະຄ້າຍຄືໜ້າຜາທີ່ປະດັບປະດາໄປດ້ວຍດວງດາວທີ່ສ່ອງແສງສວຍງາມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply