ໃນວັນທີ 13 ກໍລະກົດ 2022 ຫຼື ມື້ນີ້ ຈະເປັນມື້ທີ່ດວງເດືອນຈະໂຄຈອນມາຢູ່ໃກ້ກັບໂລກເຮົາທີ່ສຸດໃນຮອບປີ ຫຼື ເອີ້ນວ່າ Super Full Moon ເຊິ່ງເຮົາຈະສາມາດເບິ່ງເຫັນໄດ້ຢ່າງຊັດເຈນດ້ວຍຕາເປົ່າ ທາງທິດຕາເວັນອອກສຽງໃຕ້ ຫຼັງເວລາປະມານ 1:39 ໂມງເຊົ້າ ຂອງວັນທີ 14 ກໍລະກົດ.

ເຊິ່ງດວງເດືອນຈະໂຄຈອນເຂົ້າມາໃກ້ກັບໂລກໃນໄລຍະທາງປະມານ 357,256 ກິໂລແມັດ ໃນເວລາ 16:09 ໂມງ ແລະຈະປາກົດເຕັມດວງໃນຕອນເຊົ້າມືດຂອງວັນທີ 14 ກໍລະກົດ ປະມານ 01:39 ໂມງ.

ຖ້າປຽບທຽບປາກົດການນີ້ກັບເວລາທີ່ເຮົາເຫັນດວງເດືອນເຕັມດວງແບບປົກກະຕິ ເຮົາຈະເຫັນວ່າຄັ້ງນີ້ຈະມີຂະໜາດໃຫຍ່ຂຶ້ນ ປະມານ 7% ແລະ ມີແສງສະຫວ່າງຫຼາຍກວ່າປະມານ 16%.

      ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply