Long Covid ອາການທີ່ຫຼົງເຫຼືອພາຍຫຼັງຫາຍດີຈາກການຕິດເຊື້ອໂຄວິດ-19 ໃນໄລຍະຍາວ


ໂຄວິດ ໂຄວິດ ໂຄວິດ!!! ເຖິງເຮົາຈະບໍ່ຢາກໄດ້ຍິນ ຫຼື ເບື່ອຄຳນີ້ຫຼາຍເທົ່າໃດ ມັນກໍຍັງເປັນເລື່ອງສຳຄັນທີ່ຄວນຮູ້ ເພາະມັນຍັງຢູ່ກັບຊີວິດປະຈຳວັນຂອງເຮົາ. ເຖິງວ່າຈະມີມາດຕະການອອກມາເພື່ອໃຫ້ເຮົາປະຕິບັດເພື່ອປ້ອງກັນການຕິດພະຍາດນີ້ ແຕ່ມັນກໍບໍ່ແມ່ນສິ່ງທີ່ສາມາດຫຼີກເວັ້ນໄດ້ ຮ້ອຍເປີເຊັນ; ບໍ່ວ່າເຮົາຈະປະຕິບັດໄດ້ດີເທົ່າໃດ ແຕ່ກໍອາດຕິດໂຄວິດໄດ້. ສະນັ້ນ, ບາງຄົນຈຶ່ງມີບາງທັດສະນະບໍ່ຢາກຈຳກັດຕົນເອງອີກຕໍ່ໄປ ຈຶ່ງພາກັນເລີ່ມໃຊ້ຊີວິດຢ່າງທີ່ຕ້ອງການ ພຽງແຕ່ປະຕິບັດມາດຕະການທີ່ຈຳເປັນຄື ໃສ່ໜ້າກາກ ແລະ ລ້າງມື ເມື່ອອອກໄປພົບປະຜູ້ຄົນ ຫຼື ເຮັດກິດຈະກຳ ແລະ ເມື່ອຕິດພະຍາດໂຄວິດ ກໍສາມາດປິ່ນປົວໄດ້. ບໍ່ວ່າທ່ານຈະຄິດແນວໃດກໍຕາມ ມັນຈະດີກວ່າ ຖ້າທ່ານຈະຮຽນຮູ້ຕື່ມກ່ຽວກັບ ອາການຫຼັງຈາກເຊົາພະຍາດໂຄວິດ ຫຼື ພາສາສາກົນ ເອີ້ນວ່າ Long Covid ຫຼື Post Covid Condition.

ຫາກເປັນໂຄວິດແລະເຊົາແລ້ວ ເຮົາສະບາຍໃຈໄດ້ ຫຼື ຍັງ?

ເປັນໂຄວິດເຊົາແລ້ວ ຍັງຮູ້ສຶກບໍ່ສະບາຍຄືເກົ່າ ຍັງມີບາງອາການ ອາດເປັນ long covid ຫຼື ອາການພາຍຫຼັງຕິດໂຄວິດ.

Long covid ແມ່ນຫຍັງ? ມີອາການແນວໃດ?

Long covid ຫຼື ອາການຫຼົງເຫຼືອພາຍຫຼັງຕິດເຊື້ອໂຄວິດ-19 ໃນໄລຍະຍາວ ເນື່ອງຈາກໃນຂະນະທີ່ປ່ວຍໂຄວິດນັ້ນ ຮ່າງການມີການສ້າງແອນຕີ້ບໍດີບາງຢ່າງຂຶ້ນມາ ແລະ ມັນໄປຈັບກັບໂປຣຕີນຂອງອະໄວຍະວະບາງສ່ວນຂອງຮ່າງກາຍ ແລະ ໄປທຳລາຍອະໄວຍະວະຕ່າງໆ, ເປັນອາການທີ່ມີລັກສະນະບໍ່ຕາຍຕົວ, ແຕ່ລະຄົນອາດມີອາການຄືກັນ ຫຼື ຕ່າງກັນ ເຊິ່ງຜົນກະທົບອາດມີໄດ້ທົ່ວຮ່າງກາຍ ບໍ່ວ່າຈະເປັນ ລະບົບທາງເດີນຫາຍໃຈ, ລະບົບປະສາດ, ລະບົບທາງເດີນອາຫານ, ຫົວໃຈ ແລະ ຫຼອດເລືອດ.

Asian man wearing Face Mask to protect feeling sick headache and cough because of Coronavirus covid-19 in quarantine room , Quarantine yourself to protect spread Covid-19 Coronavirus

ໃນວີດີໂອການສຳພາດຂອງອົງການອະນາໄມໂລກ, ທ່ານ ດຣ ແຈນເນັດ ດີແອັດສ໌ (Janet Diaz) ໄດ້ໃຫ້ຮູ້ວ່າ ອາການ ໂຄວິດໄລຍະຍາວ ທີ່ພົບເຫັນຫຼາຍທີ່ສຸດ ມີ 3 ອາການຄື: ຫາຍໃຈຝືດ, ອິດເມື່ອຍ, cognitive dysfunction (ຄວາມຜິດປົກກະຕິທາງການຮັບຮູ້) ຫຼື brain fog (ສະໝອງເມື່ອຍ). ແຕ່ກໍມີລາຍງານວ່າ ມີຫຼາຍກວ່າ 200 ອາການ ທີ່ເກີດຂຶ້ນກັບຄົນປ່ວຍໂຄວິດ ເພາະແຕ່ລະຄົນມີອາການບໍ່ຄືກັນ.

ອາການ long covid ປະກອບມີ ການເຈັບແໜ້ນໜ້າເອິກ, ມີບັນຫາເວລາເວົ້າ, ກັງວົນ, ຊຶມເສົ້າ, ປວດເມື່ອຍກ້າມຊີ້ນ, ໄຂ້, ບໍ່ໄດ້ກິ່ນ, ບໍ່ໄດ້ຣົດຊາດ, ເຈັບຫົວ, ມຶນງົງ, ບໍ່ສົດຊື່ນ, ຄວາມຈຳສັ້ນ, ແສບຕາ, ນ້ຳຕາໄຫຼ, ໄອ, ນອນບໍ່ຫຼັບ ແລະ ອື່ນໆ. ໃນທາງວິທະຍາສາສາດ ຍັງບໍ່ສາມາດສະຫຼຸບໄດ້ວ່າເປັນຫຍັງຈຶ່ງເກີດມີອາການເຫຼົ່ານີ້ ສະນັ້ນ ຈຶ່ງຍັງຕ້ອງໄດ້ຕິດຕາມ ແລະ ສຶກສາຕໍ່ໄປ.

ກຸ່ມສ່ຽງທີ່ອາດມີອາການ long covid

  • ຜູ້ອາຍຸສູງ
  • ຜູ້ທີ່ມີພາວະຕຸ້ຍ
  • ຜູ້ທີ່ມີໂຣກປະຈຳຕົວ
  • ຜູ້ທີ່ມີພູມຕ້ານທານຕໍ່າ
  • ຜູ້ຕິດເຊື້ອໂຄວິດທີ່ມີອາການຮຸນແຮງ (ຈະສ່ຽງມີ ອາການ long covid ຫຼາຍກວ່າ ຜູ້ທີ່ຕິດເຊື້ອແລ້ວບໍ່ມີອາການ ແຕ່ຄົນທີ່ມີອາການເບົາບາງ ຫຼື ບໍ່ມີອາການກໍສ່ຽງເປັນ long covid)
Sick woman in a mask having a difficulty breathing during coronavirus pandemic

Long Covid ຈະຄົງຢູ່ກັບຜູ້ເຄີຍປ່ວຍໂຄວິດດົນປານໃດ?

ຍັງບໍ່ທັນມີຂໍ້ມູນຊັດເຈນຕໍ່ກັບຄຳຖາມນີ້ເທື່ອ ແຕ່ກໍມີການອະທິບາຍໄວ້ວ່າຜູ້ປ່ວຍທີ່ຫາຍດີຈາກໂຄວິດແລ້ວຈະມີອາການ long covid ນີ້ໄປອີກ 3 ເດືອນ ຫຼື ອາດດົນເຖິງ 6 ເດືອນ ແລະ ອາດເປັນໄປໄດ້ວ່າ ອາດໃຊ້ເວລາເຖິງ 9 ເດືອນ. ແຕ່ເຖິງແນວໃດກໍຕາມ ມັນກໍຍັງເປັນຂໍ້ມູນໃໝ່ ຍັງມີຫຼາຍເລື່ອງທີ່ເຮົາຍັງຕ້ອງໄດ້ຕິດຕາມ ແລະ ສຶກສາຕໍ່ໄປຕື່ມອີກ.

ແລ້ວອາການພາຍຫຼັງຕິດໂຄວິດນີ້ ປິ່ນປົວໄດ້ບໍ່?

ຄົນປ່ວຍ ຫຼື ຜູ້ໃດກໍຕາມທີ່ມີອາການນິ້ ຄວນໄປປຶກສາໝໍເພື່ອຮັບການປິ່ນປົວຕາມອາການ ເຊິ່ງອາດປະກອບດ້ວຍຫຼາຍໆວິທີເຊັ່ນ: ໄປຫາໝໍທີ່ປິ່ນປົວອາການຫຼັກ ແລະ ພົບໝໍສະເພາະທາງ ເປັນຕົ້ນແມ່ນ ຊ່ຽວຊານຊ່ວຍດ້ານການຟື້ນຟູ, ຜູ້ຊ່ວຍເຫຼືອດ້ານສັງຄົມ, ຜູ້ຊ່ຽວຊານດ້ານຈິດຕະວິທະຍາ, ຜູ້ຊ່ຽວຊານດ້ານສຸຂະພາບຈິດ. ເວົ້າລວມແລ້ວ ກໍແມ່ນປິ່ນປົວຕາມອາການ. ເຖິງວ່າຈະເຊົາຈາກໂຄວິດແລ້ວ ການໝັ່ນສັງເກດຕົນເອງ ແລະ ກວດເຊັກສຸຂະພາບ ແລະ ຮ່າງກາຍ ກໍຍັງເປັນສິ່ງຈຳເປັນ ເພື່ອຈະປິ່ນປົວໄດ້ທ່ວງທັນຫາກຮ່າງກາຍມີຄວາມຜິດປົກກະຕິ ເພາະບາງຄົນອາດມີອາການ ແຕ່ເມື່ອກວດຮ່າງກາຍ ກໍອາດບໍ່ພົບຄວາມຜິດປົກກະຕິ, ບາງຄົນກໍອາດພົບຄວາມຜິດປົກກະຕິ ເຊັ່ນ: ຜັງຜືດຢູ່ປອດ, ພາວະອັກເສບພາຍໃນ, ພາວະຕິດເຊື້ອເປັນຕົ້ນ ແລະ ບາງຄົນກໍອາດບໍ່ມີອາການ ແຕ່ກວດພົບຄວາມຜິດປົກກະຕິຢູ່ປອດ.

ດຣ ແຈັນເນັດ ດີແອັດສ໌ ໄດ້ກ່າວຕື່ມວ່າ “ສຳລັບການປິ່ນປົວອາການຫຼັງໂຄວິດແບບສະເພາະເຈາະຈົງນັ້ນ ແມ່ນຍັງບໍ່ທັນມີເທື່ອ. ເຫດຜົນກໍເພາະວ່າ ເຮົາຍັງບໍ່ສາມາດເຂົ້າໃຈໄດ້ຊັດເຈນເທື່ອວ່າເປັນຫຍັງຄົນທີ່ເຊົາຈາກໂຄວິດຈຶ່ງມີການເຫຼົ່ານີ້ ເຊິ່ງເຮົາຫວັງວ່າເຮົາຈະສາມາດຫາວິທີການປິ່ນປົວສະເພາະໄດ້ ໃນເວລາທີ່ເຮົາຮັບຮູ້ສາເຫດຂອງອາການເຫຼົ່ານີ້.

ແລ້ວອາການຫຼັງໂຄວິດ ກັບ ການສັກວັກຊີນ ມິຜົນກະທົບຕໍ່ກັນ ແລະ ກັນ ແນວໃດ?

ພວກເຮົາຍັງບໍ່ທັນຮັບຮູ້ໄດ້ຢ່າງຊັດເຈນກ່ຽວກັບຜົນຂອງການສັກວັກຊີນກັບການມີອາການຫຼົງເຫຼືອພາຍຫຼັງຕິດໂຄວິດ ແຕ່ທີ່ຮູ້ແນ່ນອນແມ່ນ ການສັກວັກຊີນສາມາດປ້ອງກັນການຕິດເຊື້ອພະຍາດໂຄວິດໄດ້, ດັ່ງນັ້ນ ມັນກໍສາມາດປ້ອງກັນການມີອາການພາຍຫຼັງຕິດໂຄວິດ ຫຼື long covid ໄດ້. ການນຳໃຊ້ວັກຊີນສາມາດຊ່ວຍຫຼຸດຜ່ອນການເຂົ້າປິ່ນປົວຢູ່ໂຮງໝໍ ແລະ ຫຼຸດຜ່ອນການຕາຍ. ອີງຕາມເວັບໄຊຂອງໂຮງໝໍວິໄຊເຊດ ຂອງປະເທດໄທ ໄດ້ມີການກ່າວວ່າ ອາການ long covid ນີ້ ບໍ່ພົບໃນຄົນທີ່ມີພູມຕ້ານທານທີ່ໄດ້ຈາກການສັກວັກຊີນ.

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/