10 ເມນູອາຫານ ທີ່ມັກເຫັນໃນຊີຣີ້ເກົາຫຼີ ເຫັນແລ້ວຕ້ອງນ້ຳລາຍໄຫຼ!


ເມື່ອເວົ້າເຖິງບັນດາຊີຣີ້ເກົາຫຼີຕ່າງໆ ຫຼາຍຄົນອາດຈະຄິດພາບເຫັນໜ້າຕາຂອງພະເອກ ນາງເອກ ແຕ່ມີອີກຢ່າງໜຶ່ງທີ່ເປັນຈຸດເດັ່ນຫຼືອົງປະກອບຫຼັກຂອງຊີຣີ້ເລື່ອງນັ້ນໆເລີຍກໍວ່າໄດ້ ນັ້ນກໍຄືບັນດາເມນູອາຫານຕ່າງໆ ທີ່ມີໜ້າຕາແລະຣົດຊາດທີ່ເຫັນແລ້ວຕ້ອງເກີດອາການນ້ຳລາຍໄຫຼຢ່າງແນ່ນອນ ແລະ ມື້ນີ້ເຮົາຈະມາແນະນຳ 10 ເມນູອາຫານ ທີ່ຊີຣີ້ຫຼາຍໆເລື່ອງຕ້ອງມີ ເຊິ່ງຈະມີເມນູໃດແດ່ ມາເລີ່ມກັນເລີຍ.

1.ຣາມຍອນ ຫຼື ໝີ່ເກົາຫຼີ
ເລີ່ມຕົ້ນທີ່ເມນູປະຈຳຊາດຂອງຊີຣີ້ເກົາຫຼີຢ່າງຣາມຍອນ ເພາະບໍ່ວ່າຈະເປັນເລື່ອງໃດ ຢ່າງໜ້ອຍຈະຕ້ອງມີ 1 ສາກທີ່ຕົວລະຄອນໃນເລື່ອງກິນຣາມຍອນ ເຊິ່ງບາງຕົວລະຄອນກໍມີສະໄຕລ໌ໃນການເຮັດດຣາມຍອນທີ່ແຕກຕ່າງກັນ ເຊັ່ນ: ບາງເລື່ອງກໍໃສ່ໄຂ່ ບາງເລື່ອງກໍໃສ່ຜັກຕ່າງໆລົງໄປນຳ ແລະ ການທີ່ເກົາຫຼີນຳສະເໜີການກິນຣາມຍອນໃນຊີຣີ້ຫຼາຍໆເລື່ອງ ເຮັດໃຫ້ຣາມຍອນເປັນທີ່ຮູ້ຈັກ ແລະ ມີການສົ່ງອອກສິນຄ້າມາຂາຍຢູ່ຕ່າງປະເທດເພີ່ມຂຶ້ນ. ນອກນີ້ຍັງສ້າງກຳໄລໃຫ້ຜູ້ຜະລິດເປັນຈຳນວນຫຼາຍ ໂດຍໃນປັດຈຸບັນນີ້ເຈົ້າສາມາດຫາຊື້ຣາມຍອນໄດ້ຕາມຮ້ານຄ້າຊັ້ນນຳທົ່ວໄປ.

2.ຈາຈັງມະຍອນ

ເປັນເມນູອາຫານຈີນ ມີລັກສະນະເປັນເສັ້ນໝີ່ສີເຫຼືອງ ພ້ອມມີຊ໊ອດໃສ່ຕື່ມ ເຊິ່ງໃນຊີຣີ້ ຕົວລະຄອນໃນເລື່ອງມັກຈະສັ່ງມາກິນເປັນປະຈຳ ໂດຍສະເພາະການສັ່ງແບບ Delivery ເມື່ອສັ່ງມາແລ້ວກໍມັກຈະຄົນເສັ້ນກັບຊ໊ອດໃຫ້ເຂົ້າກັນກ່ອນທຸກຄັ້ງ ແລ້ວຈຶ່ງຄ່ອຍກິນກັບເຄື່ອງຄຽງ ເຊັ່ນ ຫົວຜັກກາດຂາວດອງ ເມື່ອກິນຄູ່ກັບຈາຈັງມະຍອນແລ້ວປາກຈະກາຍເປັນສີດຳ ເຊິ່ງນັ້ນແມ່ນເອກະລັກຂອງມັນ.

3.ຈຳປົງ

ເປັນອີກໜຶ່ງອາຫານຈີນທີ່ມັກຈະກິນຄູ່ກັບຈາຈັງມະຍອນ ໂດຍເປັນອາຫານທີ່ມີຣົດຊາດເຜັດ ລັກສະນະເປັນເສັ້ນໝີ່ສີເຫຼືອງໃນນ້ຳຊຸບຣົດແຊບເຜັດ ທີ່ມີອາຫານທະເລເຊັ່ນ: ຫອຍ, ປາໝຶກ, ກຸ້ງ ເປັນຕົ້ນ.

4.ກິມຈິ

ໃຜທີ່ເປັນແຟນຊີຣີ້ ຫຼື ມັກໃນຄວາມເປັນເກົາຫຼີ ບໍ່ມີໃຜບໍ່ຮູ້ຈັກ ກິມຈິ ຢ່າງແນ່ນອນ ເຊິ່ງກິມຈິນີ້ ເກີດຈາກການຖະໜອມອາຫານໃນລະດູໜາວ ເພາະເປັນໄລຍະທີ່ບໍ່ເໝາະກັບການປູກຝັງພືດຜັກຕ່າງໆ. ແຕ່ປັດຈຸບັນນີ້ ກິມຈິບໍ່ໄດ້ກິນແຕ່ໃນໄລຍະລະດູໜາວເທົ່ານັ້ນ ແຕ່ມັນສາມາດກິນໄດ້ເກືອບທຸກຄາບອາຫານ ໂດຍກິມຈິ ແມ່ນມີຫຼາຍປະເພດ ເຊັ່ນ: ກິມຈິຜັກກາດຂາວ, ກິມຈິຫົວຜັກກາດຂາວ ແລະ ກິມຈິຫອມບົ່ວ ເປັນຕົ້ນ.

5. ກິມຈິຈິເກ ຫຼື ແກງກິມຈິ

ເປັນເມນູທີ່ນຳເອົາກິມຈິມາໃສ່ໃນນ້ຳແກງ ເພີ່ມຊີ້ນສັດ ຫຼື ເຕົ້າຫູ້ກ້ອນລົງໄປ ປຸງຣົດຊາດໜ້ອຍໜຶ່ງ ກໍສາມາດຮັບປະທານໄດ້ແລ້ວ. ນອກນີ້ຍັງເປັນເມນູຍອດນິຍົມສຳລັບການເຮັດອາຫານງ່າຍໆ ດ້ວຍຕົນເອງ.

6. ຄິມບັບ ຫຼື ເຂົ້າຫໍ່ສາຫຼ່າຍ

ສ່ວນໃຫຍ່ເມນູນີ້ຈະປາກົດຕອນທີ່ຕົວລະຄອນອອກໄປປິກນິກ ຫຼື ບໍ່ມີເວລາໄປເຮັດອາຫານ ເພາະຄິມບັບເປັນເມນູທີ່ຫາກິນໄດ້ງ່າຍ, ເຮັດງ່າຍ ແລະ ສາມາດຮັບປະທານໄດ້ທັນທີ ເຊິ່ງຮູບແບບຂອງຄິມບັບທີ່ເຫັນໃນຊີຣີ້ຈະມີທັງແບບປາດເປັນຕ່ອນພໍດີຄຳ ແລະ ແບບບໍ່ປາດ ເຊິ່ງລັກສະນະຂອງຄິມບັບຈະເປັນເຂົ້າຫໍ່ສາຫຼ່າຍມີໄສ້ຕ່າງໆ ເຊັ່ນ: ຫົວຜັກກາດຂາວດອງ, ແຮັມ, ໄຂ່ຫວານ, ປູອັດ, ແຄຣຣອດ ເປັນຕົ້ນ.

7.ຕ໊ອກໂບກີ

ເມນູຍອດຮິດສຳລັບອາຫານຂ້າງທາງ ເຊິ່ງລັກສະນະຂອງຕ໊ອກໂບກີ ຈະມີສ່ວນປະສົມຫຼັກຄື ແປ້ງຕ໊ອກ ເປັນແປ້ງນຸ່ມໆ ຄ້າຍຄືກັບຂະໜົມໂມຈິຂອງຍີ່ປຸ່ນ ແຕ່ມີລັກສະນະເປັນທ່ອນສີຂາວ ມາພ້ອມກັບຊ໊ອດສີແດງທີ່ມີທັງແບບເຜັດ ແລະ ແບບບໍ່ເຜັດ. ນອກຈາກນີ້ຍັງໃສ່ຮັອດດັອກ, ຜັກ ແລະ ເຕົ້າຫູ້ແຜ່ນ ລົງໄປນຳ ແລະ ທີ່ສຳຄັນເມນູນີ້ຫາກິນໄດ້ງ່າຍ ລາຄາບໍ່ແພງ.

8.ມີຍອກກຸກ ຫຼື ແກງສາຫຼ່າຍ

ເປັນເມນູທີ່ນິຍົມກິນໃນວັນເກີດ ເຊິ່ງລັກສະນະຂອງຊຸແກງສາຫຼ່າຍກໍຈະຄ້າຍຄືຕົ້ມຈືດທີ່ໃສ່ສາຫຼ່າຍ. ສ່ວນປະສົມຫຼັກແມ່ນ ສາຫຼ່າຍ ອາດຈະເພີ່ມຢ່າງອື່ນລົງໄປນຳເຊັ່ນ: ຫອຍເປົ່າຮື້, ຊີ້ນໝູ, ຊີ້ນງົວ, ເປັນຕົ້ນ ຖ້າກິນກັບເຂົ້າຈ້າວທີ່ຫຸງແລ້ວໃໝ່ໆ ຈະແຊບຍິ່ງຂຶ້ນ ແລະ ເຂົ້າກັນສຸດໆໄປເລີຍ.

9.ອໍມຸກ ຫຼື ແປ້ງປາແຜ່ນສຽບໄມ້

ເປັນເມນູທີ່ເຮົາຈະເຫັນຕົວລະຄອນໃນຊີຣີ້ຕ່າງໆ ຢືນກິນອາຫານສຽບໄມ້ພ້ອມກັບນ້ຳຊຸບຮ້ອນໆ ຢູ່ໜ້າຮ້ານອາຫານຂ້າງທາງ ເຊິ່ງອາຫານສຽບໄມ້ເຫຼົ່ານີ້ເອີ້ນວ່າອໍມຸກ ເປັນແຜ່ນແປ້ງຄ້າຍຄືລູກຊີ້ນປາຕົ້ມ ແຊ່ຢູ່ໃນນ້ຳຊຸບຣົດເດັດ. ເມື່ອຮັບປະທານພ້ອມກັບນ້ຳຊຸບຮ້ອນໆເຂົ້າໄປຈະຍິ່ງເຮັດໃຫ້ອໍມຸກແຊບຂຶ້ນໄປອີກ.

10.ຊຳກະຍອບຊັລ ຫຼື ຊີ້ນດາດເກົາຫຼີ

ເຊື່ອວ່າເປັນເມນູທີ່ຫຼາຍໆຄົນມັກແນ່ນອນ ເພາະເມນູຫໍ່ຜັກຍອດຮິດໃນຊີຣີ້ທີ່ເຮົາເຫັນນີ້ ເຮົາສາມາດໄປນັ່ງກິນໄດ້ຢູ່ທີ່ຮ້ານ ຫຼື ສາມາດເຮັດໄດ້ຢູ່ທີ່ເຮືອນເອງ. ສ່ວນປະສົມຫຼັກມີ ຊີ້ນໝູສາມຊັ້ນທີ່ໝັກດ້ວຍເຄື່ອງປຸງຕ່າງໆ ກິນຄູ່ກັບ ຜັກທຽມ, ຜັກກາດຫຼືໃບງາ, ໝາກເຜັດຂຽວ, ແຈ່ວຣົດເດັດ ແລະ ເຄື່ອງຄຽງຕ່າງໆ ເຊິ່ງສ່ວນໃຫຍ່ມັກຈະກິນກັບແຈ່ວທີ່ມີສ່ວນປະສົມຂອງໂກຊູຈັງ (ຊ໊ອດໝາກເຜັດເກົາຫຼີ) ເມື່ອກິນສ່ວນປະສົມຕ່າງໆເຂົ້າກັນແລ້ວຮັບຮອງຕົວລອຍແນ່ນອນ ເພາະວ່າຄວາມກົມກ່ອມມັນອັດຢູ່ໃນຄຳດຽວ.

ທີ່ມາ : https://cutt.ly/YUBq8AG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/