Lisa BLACKPINK ໄດ້ຮັບສະຖິຕິໂລກຄັ້ງໃໝ່ ຈາກເພງ MONEY ທີ່ມີຍອດສະຕຣີມ 1 ພັນລ້ານໃນ Spotify


ເຈົ້າແມ່ Guinness World Records ທີ່ສ້າງສະຖິຕິມາຢ່າງຫຼວງຫຼາຍ ເປັນໃຜໄປບໍ່ໄດ້ນອກຈາກສາວ Lisa BLACKPINK ສິລະປິນໄອດໍສາວຜູ້ໂດ່ງດັງໄປທົ່ວໂລກ. ຫຼ້າສຸດເພງສຸດຮິດຢ່າງ “MONEY” ກໍສາມາດສ້າງສະຖິຕິໃຫ້ກັບສາວ Lisa ອີກຄັ້ງ.

ເມື່ອວັນທີ 27 ກັນຍາ 2023 ທາງ Guinness World Records ໄດ້ອອກມາປະກາດຢ່າງເປັນທາງການໃຫ້ແກ່ Lisa BLACKPINK ວ່າຜົນງານເພງ “MONEY” ຈາກຊິງເກິນດ່ຽວ LALISA ໄດ້ສ້າງສະຖິຕິໂລກດ້ວຍການເປັນ ເພງ K-POP ເພງທຳອິດຂອງສິລະປິນດ່ຽວທີ່ມີຍອດສະຕຣີມຮອດ 1 ພັນລ້ານຄັ້ງໃນ Spotify.

ຜົນງານເພງ “MONEY” ຂອງ Lisa BLACKPINK ຈາກອາລະບ້ຳ LALISA ທີ່ຖືກປ່ອຍອອກມາຕັ້ງແຕ່ວັນທີ 10 ກັນຍາ 2021 ຜົນງານກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແລະ ກວາດຄວາມສຳເລັດຢ່າງຕໍ່ເນື່ອງ ຈົນຫຼ້າສຸດມີຍອດການຟັງທະລຸ 1 ພັນລ້ານຄັ້ງ ເທິງສະຕຣີມມິ່ງ Spotify ໄດ້ສຳເລັດ.

ທີ່ມາ: https://www.korseries.com/blackpink-s-lisa-breaks-guinness-world-record-with-hit-song-money/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/