Karim Benzema ກອງໜ້າ​ F1 ເຮັດສະຖິຕິ ເປັນກອງໜ້າອາຍຸຫຼາຍທີ່ສຸດ ທີ່ເຮັດ Hat trick ໄດ້ໃນ UCL


ຈາກເກມ UEFA Champions League ຮອບ 16 ທີມສຸດທ້າຍ ໃນຄໍ່າຄືນທີ່ຜ່ານມາ ລະຫວ່າງ Real Madrid ເປີດບ້ານຮັບການມາເຍືອນຂອງ Paris Saint-Germain ຍອດທີມຈາກ ຝຣັ່ງ ທີ່ຜົນສະກໍອອກມາຜິດຄາດຂອງຫຼາຍໆຄົນ ໂດຍເປັນທາງ Real Madrid ທີ່ສາມາດກັບມາເອົາຊະນະ Paris ໄປໄດ້ດ້ວຍສະກໍລວມ 3 ປະຕູຕໍ່ 2 ຈາກທີ່ຖືກນຳໄປກ່ອນ 2 ປະຕູ ແລ້ວພິກເຂົ້າຮອບ 8 ທີມສຸດທ້າຍ ໄປໄດ້ຢ່າງສຸດມັນ.

ໃນຮູບເກມມີປະເດັນໃຫ້ເວົ້າເຖິງຫຼາຍຢ່າງ ແຕ່ສິ່ງທີ່ໂດດເດັ່ນທີ່ສຸດໃນເກມນີ້ຄືຈະໜີບໍ່ພົ້ນ Karim Benzema ກອງໜ້າ F1 (ເປັນສາຍາທີ່ແຟນບານຕັ້ງໃຫ້ ເນື່ອງຈາກກໍລະນີທີ່ລາວປຽບທຽບວ່າຕົນເອງປຽບເໝືອນ ລົດແຂ່ງ Formula 1) ສັນຊາດ ຝຣັ່ງ ຂອງສະໂມສອນ Real Madrid ທີ່ກາຍເປັນພະເອກ ຊັດ 3 ປະຕູ ຊ່ວຍໃຫ້ທີມຜ່ານເຂົ້າຮອບຕໍ່ໄປໄດ້.

ການຍິງ Hat Trick (ຍິງ 3ປະຕູໃນນັດດຽວ) ໃນຄ່ຳຄືນທີ່ສຸດຍອດນີ້ ເຮັດໃຫ້ Benzema ສ້າງສະຖິຕິໃໝ່, ເປັນກອງໜ້າອາຍຸຫຼາຍສຸດ ທີ່ຍິງ Hat Trick ໄດ້ໃນເກມ ຊິງແຊັ້ມຢູໂຣບ ດ້ວຍອາຍຸ 34 ປີ ກັບອີກ 80 ມື້.

ໂດຍກ່ອນໜ້ານີ້ ເຈົ້າຂອງສະຖິຕິນີ້ແມ່ນເປັນຂອງ Olivier Giroud ກອງໜ້າ ຊາວຝຣັ່ງອີກຄົນໜຶ່ງ ທີ່ເຮັດສະຖິຕິນີ້ໄດ້ໃນຕອນອາຍຸ 34ປີ ກັບອີກ 63ມື້ ໃນສະໄໝທີ່ລາວຫຼິ້ນໃຫ້ກັບ ສະໂມສອນ Chelsea ທີ່ບຸກໄປຊະນະ Sevilla Fc ດ້ວຍສະກໍ 4 ປະຕູຕໍ່ 0 ໃນວັນທີ 2 ທັນວາ ປີ 2020 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: https://cutt.ly/fAP7ZwQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/