ຊົມເຊີຍອາຈານ ນຸກ ນັກສິລະປະລາວທີ່ໄດ້ຮາງວັນ ພຣະສິວະນາຄະຣາດ ສາຂາສົ່ງເສີມສິລະປະ-ວັດທະນະທຳດີເດັ່ນຈາກປະເທດໄທ


ໃນວັນທີ 9 ມີນາ ທີ່ກຸງເທບມະຫານະຄອນ ປະເທດໄທ ໄດ້ມີການຈັດງານ ງານເຊີດຊູກຽດບຸກຄົນ ແລະ ອົງກອນ ນານາຊາດ ປະຈຳປີ 2022 ພາຍໃຕ້ໂຄງການເຮັດຄວາມດີ ສົ່ງເສີມຄົນເຮັດດີ ໃຫ້ເປັນແບບຂອງຄົນດີ. ພາຍໃນງານຈະເປັນການປະກາດມອບຮາງວັນໃນສາຂາຕ່າງໆໃຫ້ແກ່ບຸກຄະລາກອນທີ່ມີຄວາມສາມາດແລະທັກສະໂດດເດັ່ນ ເຊິ່ງໃນນັ້ນ ອາຈານ ສົມສະນຸກ ເພຍສະຂາ ຫຼື ອາຈານ ນຸກ ຜູ້ເປັນບຸກຄະລາກອນຂອງປະເທດລາວເຮົາກໍໄດ້ຮັບຮາງວັນຈາກງານນີ້ດ້ວຍເຊັ່ນກັນ.

ໂດຍຮາງວັນທີ່ອາຈາກ ນຸກ ໄດ້ຮັບແມ່ນ ຮາງວັນ ພຣະສິວະນາຄະຣາດ ສາຂາສົ່ງເສີມສິລະປະ-ວັດທະນະທຳດີເດັ່ນເປັນຕົ້ນແບບຂອງຄົນດີ.

ອາຈານ ນຸກ ຫຼື ສົມສະນຸກ ຜູ້ທີ່ເປັນອາຈານສອນ ສິລະປະການຟ້ອນ ຈາກມະຫາວິທະຍາໄລແຫ່ງຊາດລາວເປັນໜຶ່ງບຸກຄົນທີ່ມີຄວາມສາມາດແລະຄວາມສຳຄັນຕໍ່ການອະນຸລັກວັດທະນະທຳລາວ ທັງຍັງສ້າງແຮງບັນດານໃຈໃຫ້ແກ່ໄວໜຸ່ມຜູ້ສົນໃຈໃນສິລະປະການການຟ້ອນ ແລະ ຫຼໍ່ຫຼອມໃຫ້ລູກສິດໃຫ້ມີການຖ່າຍທອດບົດຟ້ອນອອກມາໄດ້ດີ.

ນອກຈາກນີ້ ກໍມີທີມງານ ແສງຈຳປາ ທີ່ມີອາຈານນຸກຢູ່ໃນທີມ ເຊິ່ງເປັນທີມສິລະປະທີ່ມີຄວາມໂດດເດັ່ນສະເໝີມາ ໂດຍໄດ້ມີການສະແດງບົດຟ້ອນ, ສະແດງຄວາມເປັນລາວ ອອກສູ່ສັງຄົມພາຍນອກຢູ່ຕະຫຼອດ. ພ້ອມກັນນີ້, ຍັງໄດ້ສະແດງຄວາມສາມາດຈົນເຮັດໃຫ້ຄົນຕ່າງປະເທດປະທັບໃຈ, ຍ້ອງຍໍສັນລະເສີນໃຫ້ຄວາມເກັ່ງ ແລະ ຍັງເປັນທີ່ນັບໜ້າຖືຕາໃຫ້ແກ່ປະເທດອີກພ້ອມ.

ໃນໂອກາດທີ່ໄດ້ຮັບຮາງວັນອັນເປັນກຽດນີ້, ອາຈານນຸກ ກໍຍັງໄດ້ກ່າວຂອບໃຈຜູ້ໃຫຍ່ທາງປະເທດເພື່ອນບ້ານ ແລະ ຂອບໃຈ ຄູອາຈານ, ໝູ່ເພື່ອນ ທີ່ຢູ່ປະເທດໄທ ທີ່ໄດ້ສະໜັບສະໜູນ ແລະ ເປັນກຳລັງໃຈໃຫ້ຕົນເອງ ເພາະນັ້ນເຮັດໃຫ້ອາຈານນຸກມີກຳລັງໃຈທີ່ຈະສູ້, ພັດທະນາທັກສະສີມື ແລະ ພິເສດໄປກວ່ານີ້ ອາຈານຸກ ກໍໄດ້ບອກອີກວ່າ: “ສັນຍາວ່າຈະຮັກສາມູນເຊື້ອອັນດີງາມນີ້ໄວ້ຕະຫຼອດໄປ ແລະ ຮາງວັນນີ້ ກໍຂໍມອບໃຫ້ແກ່ ທີມງານ ແສງຈຳປາ ທີມງານຜູ້ເຊິ່ງອາຈານນຸກມີຄວາມຜູກພັນສະເໝີມາ”

ເອີ້ນໄດ້ວ່າ ອາຈານ ນຸກ ເປັນບຸກຄະລາກອນທີ່ສຳຄັນຄົນໜຶ່ງຂອງປະເທດລາວເຮົາ ເພາະລາວເປັນບຸກຄົນໜຶ່ງທີ່ທຸ່ມເທທັງແຮງກາຍແລະແຮງໃຈ ໃນການຮັກສາສິລະປະແລະມູນເຊື້ອຄວາມເປັນລາວ ໂດຍຜ່ານບົດຟ້ອນອັນແສນຈະເປັນເອກະລັກນີ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/