Jung Kook ກາຍເປັນສິລະປິນ K-POP ຄົນທຳອິດທີ່ມີເພງຂຶ້ນອັນດັບ 1 ຫຼາຍທີ່ສຸດໃນ Chart Spotify Global


ນາທີນີ້ຕ້ອງແມ່ນ Jung Kook ເທົ່ານັ້ນ ເມື່ອເພງໃໝ່ທີ່ໄດ້ປ່ອຍອອກມາ “Standing Next to You” ຂຶ້ນສູ່ອັນດັບ 1 ໃນ Chart Global Top Songs ປະຈຳວັນຂອງ Spotify ເປັນຄັ້ງທຳອິດ ເຮັດໃຫ້ກາຍເປັນເພງທີ 3 ທີ່ຕິດອັນດັບ ກ່ອນໜ້ານີ້ Jung Kook ເອງກໍໄດ້ຂຶ້ນອັນດັບເພງ “Seven” (feat. Latto) ແລະ “3D” (feat. Jack Harlow).

ດ້ວຍຄວາມສຳເລັດອັນລົ້ນເຫຼືອນີ້ພາໃຫ້ Jung Kook ກາຍເປັນສິລະປິນ K-POP ຄົນທຳອິດໃນປະຫວັດສາດທີ່ສາມາດຕິດອັນດັບ Chart ເພງໄດ້ທົ່ວໂລກຂອງ Spotify ດ້ວຍເພງທີ່ແຕກຕ່າງກັນເຖິງ 3 ເພງ ພ້ອມກັບແຊງໜ້າວົງ BTS ແລະ BLACKPINK ເຊິ່ງທັງສອງວົງມີເພງອັນດັບ 1 ຄົນລະເພງນັ້ນເອງ.

ໂດຍ Jung Kook ໄດ້ກາຍເປັນສິລະປິນ K-POP ຄົນທຳອິດທີ່ມີເພງຂຶ້ນອັນດັບ 1 ຫຼາຍທິີ່ສຸດໃນ Chart Global Top Songs ຂອງ Spotify ພ້ອມຍັງຂະຫຍາຍສະຖິຕິຕົນເອງໃນຖານະສິລະປິນ K-POP ທີ່ຄອງອັນດັບ 1 ໃນ Chart ເພງທົ່ວໂລກຂອງ Spotify ຫຼາຍທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/