JPMorgan ກຳລັງພັດທະນາ “Deposit Token” ໃນ Blockchain ເພື່ອໃຊ້ຊຳລະເງິນລະຫວ່າງປະເທດ


ອີງຕາມການລາຍງານຂອງສຳນັກຂ່າວ Bloomberg ໄດ້ລະບຸວ່າ JPMorgan Chase & Co ເຊິ່ງເປັນທະນາຄານທີ່ໃຫຍ່ທີ່ສຸດໃນສະຫະລັດ ກຳລັງພິຈາລະນາທີ່ຈະເປີດຕົວສະກຸນເງິນດິຈິຕອນຮູບແບບໃໝ່ເພື່ອອຳນວຍຄວາມສະດວກໃນການຊຳລະເງິນ ແລະ ຊຳລະໜີ້ລະຫວ່າງປະເທດ.

ທະນາຄານກຳລັງສຳຫຼວດກໍລະນີໃຊ້ງານຂອງ deposit token ໃນ Blockchain, ເຊິ່ງ deposit token ນັ້ນຈະເຮັດໜ້າທີ່ເປັນ Token ຕົວແທນຂອງການເຄລມເງິນຝາກກັບທະນາຄານ ໝາຍຄວາມວ່າຜູ້ທີ່ຖືຄອງ Token ຈະສາມາດເຄລມເງິນຈາກ JPMorgan ໄດ້ຫຼັງຈາກການໂອນເງິນສຳເລັດແລ້ວ.

ນອກຈາກນີ້ ຍັງມີລາຍງານອີກວ່າ JPMorgan ໄດ້ພັດທະນາໂຄງສ້າງພື້ນຖານສ່ວນໃຫຍ່ທີ່ຈຳເປັນສຳລັບການໃຊ້ງານລະບົບຊຳລະເງິນແບບໃໝ່. ຢ່າງໃດກໍຕາມ, ລະບົບນີ້ຈະບໍ່ສາມາດໃຊ້ໄດ້ຈົນກວ່າທະນາຄານໄດ້ຮັບໄຟຂຽວຈາກໜ່ວຍງານດູແລຄຸ້ມຄອງໃນສະຫະລັດ.

ຜະລິດຕະພັນ deposit token ຂອງ JPMorgam ນັ້ນແມ່ນໃຊ້ເຕັກໂນໂລຊີ blockchain ເຊັ່ນດຽວກັບ JPM Coin ເຊິ່ງຈະຊ່ວຍໃຫ້ລູກຄ້າຂອງອົງກອນສາມາດໂອນເງິນໂດລາ ແລະ ຢູໂຣໃນທະນາຄານຜ່ານລະບົບ blockchain ໄດ້. ໃນ​ຂະ​ນະ​ດຽວ deposit token ຍັງສາມາດເຮັດທຸລະກໍາກັບທະນາຄານອື່ນໄດ້ ແລະ ເໝາະສໍາລັບຮູບແບບການຊຳລະເງິນທີ່ແຕກຕ່າງກັນໃນ blockchain, ລວມທັງການຊື້ຂາຍ token.

ເມື່ອເດືອນມິຖຸນາທີ່ຜ່ານມາ, JPMorgan ເປີດເຜີຍວ່າທະນາຄານໄດ້ປະສົບຜົນສໍາເລັດໃນການປະມວນຜົນທຸລະກຳຜ່ານ JPM Coin ຫຼາຍກວ່າ 300 ຕື້ໂດລານັບຕັ້ງແຕ່ເປີດຕົວໃນປີ 2019.

ທັງນີ້ ໂຄງການລິເລິ່ມ deposit token ຂອງ JPMorgan ບໍ່ພຽງແຕ່ຂະຫຍາຍໂຊລູຊັນໃນການໃຊ້ Blockchain ເທົ່ານັ້ນ, ແຕ່ຍັງເພີ່ມການແຂ່ງຂັນທີ່ຫຼາຍຂຶ້ນສຳລັບຜູ້ອອກຫຼຽນ stablecoin ອີກດ້ວຍ.

ຜະລິດຕະພັນ deposit token ຈະຊ່ວຍໃຫ້ທ່ານສາມາດເຮັດທຸລະກຳໄດ້ໃນທັນທີໂດຍໃຊ້ blockchain ເຊິ່ງເປັນເຕັກໂນໂລຊີແຍກປະເພດແບບກະຈາຍທີ່ບັນທີ່ບັນທຶກ ແລະ ສາມາດກວດສອບການເຮັດທຸລະກຳໄດ້ໂດຍບໍ່ມີຄົນກາງເຂົ້າມາກ່ຽວຂ້ອງ ເພື່ອລົດຕົ້ນທຶນໃນການເຮັດທຸລະກຳນັ້ນເອງ.

ທີ່ມາ:

bitcoinsistemi

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/