Huawei ກຽມເປີດຕົວ AI ເເບບ ChatGPT ຂອງຕົນເອງຊື່ວ່າ “PanGu Chat” ພາຍໃນເດືອນໜ້າ


ເນື່ອງຈາກໃນປັດຈຸບັນກະເເສຂອງ AI ກຳລັງມາເເຮງ ເຮັດໃຫ້ບໍລິສັດຍັກໃຫຍ່ຫຼາຍບໍລິສັດຫັນມາມີສ່ວນຮ່ວມໃນອຸດສາຫະກຳ AI ຫຼາຍຂຶ້ນ. ຫຼ້າສຸດ Huawei ບໍລິສັດຍັກໃຫຍ່ດ້ານເທັກໂນໂລຢີ ສັນຊາດຈີນເອງກໍປະກາດເປີດຕົວຄູ່ເເຂ່ງຂອງ ChatGPT ຊື່ວ່າ PanGu Chat ເເລະ ຄາດວ່າຈະເປີດຕົວ AI ດັ່ງກ່າວໃນງານ Huawei Developer Conference (Cloud) ໃນວັນທີ 7 ເດືອນກໍລະກົດທີ່ກຳລັງຈະມາຮອດນີ້.

ເຊິ່ງໃນລາຍງານໄດ້ເປີດເຜີຍວ່າ Huawei ໄດ້ມີການທົດລອງການເຮັດວຽກຂອງ PanGu Chat ໂດຍໃຊ້ Cloud Model ຂະໜາດໃຫຍ່ທີ່ ມີພາລາມິເຕີເຖິງ 100 ຕື້ພາລາມິເຕີ. ໂດຍບໍລິສັດ Huawei ໄດ້ໃຊ້ຊິບເຊັດ  Huawei Ascend 910 ກວ່າ 2.000 ຊຸດໃນການເຝິກອົບຮົມເປັນເວລາ 2 ເດືອນ.

ອີງ​ຈາກຂໍ້ມູນຂອງນັກ​ວິ​ເຄາະ​ອຸດ​ສາ​ຫະ​ກໍາ​, ກາດຈໍ GPU / TPU ຫຼາຍກວ່າ 4.000 ໃບໄດ້​ຖືກ​ນໍາ​ໃຊ້​ໃນ​ການເຝິກ​ອົບ​ຮົມ​ model ຈຳລອງ​ຂະ​ໜາດ​ໃຫຍ່​ໃນ​ແຕ່​ລະ​ປີ​ ແລະ ​ສູນເສຍ​ພະ​ລັງ​ງານໃນການປະມວນຜົນ model ​ຂະ​ໜາດ​ໃຫຍ່​ໃນ​ສາມ​ປີ​ສູງ​ເຖິງ 960 ລ້ານ​ຢວນ​.

ນອກຈາກນີ້ ຂໍ້ມູນສະເພາະຂອງຮຸ່ນ PanGu-E ຍັງເຜີຍໃຫ້ເຫັນວ່າ ມັນສາມາດສົ່ງອອກພາລາມິເຕີຢ່າງໜ້ອຍໄດ້ເຖິງ 1.085 ພັນຕື້ພາລາມິເຕີ ເຊິ່ງທຽບເທົ່າກັບຄວາມສາມາດຂອງ GPT 4 (Open AI). ຕົວ model ທີ່ພັດທະນາໂດຍ Huwei ຍັງໃຊ້ MindSpore framework ເຊິ່ງສາມາດສ້າງບົດສົນທະນາໄດ້ເຖິງລະດັບ GTP-3.5

ຢ່າງໃດກໍຕາມ Pangu Chat ນີ້ອາດຈະບໍ່ໄດ້ເປີດໃຫ້ບໍລິການໃຫ້ໃຊ້ໄດ້ທົ່ວໄປ ເເຕ່ຈະເປັນໃຫ້ໃຊ້ງານສະເພາະກຸ່ມຂອງລັດຖະບານ ເເລະ ລູກຄ້າໃນອົງກອນເທົ່ານັ້ນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/