ກໍກຸ້ງ ອຸໄລທອງ ຄວາມຫຼາກຫຼາຍທາງເພດທີ່ສວຍງາມ


ຕ້ອນຮັບເຂົ້າສູ່ເດືອນ Pride Month ເດືອນແຫ່ງສາຍຮຸ້ງ ແລະ ໄດ້ສຳພາດພິເສດ ອີກໜຶ່ງບຸກຄົນທີ່ເປັນແຮງບັນດານໃຈໃຫ້ຄົນທົ່ວໄປບໍ່ວ່າຈະເປັນເພດໃດກໍສາມາດເປັ່ງປະກາຍຕົວຕົນອອກມາໄດ້ ມື້ນີ້ທາງ LaoX ໄດ້ມີໂອກາດສຳພາດ ກໍກຸ້ງ ອຸໄລທອງ ແສງສະຫວ່າງ ທີ່ພູມໃຈໃນການເປັນເພດທາງເລືອກ.

1. ແນະນຳຕົວ

ຮາຍຍ~ ສະບາຍດີ, ຂ້າພະເຈົ້າ ຊື່ວ່າ ອຸໄລທອງ ແສງສະຫວ່າງ ຫຼື ຮູ້ຈັກກັນໃນນາມ “ກໍກຸ້ງ” ຕອນນີ້ແມ່ນເຮັດວຽກເປັນ ພະນັກງານບໍລິການຜູ້ໂດຍສານ/ພະນັກງານຈັດສົ່ງຜູ້ໂດຍສານ ຢູ່ ສະໜາມບິນວັດໄຕສາກົນ.

ໜ້າວຽກຂອງ ກໍກຸ້ງ ຫຼັກໆ ແມ່ນບໍລິການແຈ້ງປີ້ ກວດເອກະສານ ແລະ ຊັ່ງເຄື່ອງຜູ້ໂດຍສານຂາອອກຕ່າງປະເທດ. ນອກຈາກນີ້ ຍັງຮັບງານເສີມ ອໍແກໄນເຊີ, ຣີວິວ, ຖ່າຍໂຄສະນາ ແລະ ອື່ນໆ.

2. ຄວາມຝັນຂອງເຈົ້າແມ່ນຫຍັງ? ແລ້ວວຽກທີ່ເຮັດປັດຈຸບັນກ່ຽວຂ້ອງກັບສິ່ງທີ່ຕົນເອງມັກບໍ?

ຕອນຍັງນ້ອຍເຄີຍມີຄວາມຝັນຢາກເປັນ ທະນາຍເພາະຮູ້ສຶກສະກິວການຕອບໂຕ້ຕົນເອງມັນໃຊ້ໄດ້ ຈຶ່ງເລືອກຮຽນກົດໝາຍທຸລະກິດ ແຕ່ມາຄົ້ນພົບວ່າ ຕົນເອງມັກວຽກບໍລິການ ກໍຍ້ອນວ່າຕອນມາເຮັດວຽກເສີມຫາລາຍໄດ້ຕອນຮຽນ ຢູ່ຮ້ານກາເຟສີຂຽວການົກແຫ່ງໜຶ່ງ ເຮັດຕັ້ງແຕ່ປີ 1 ຈົນຈົບ. ຈຶ່ງເປັນສາເຫດເຮັດໃຫ້ຕົນເອງ ມັກວຽກບໍລິການຕັ້ງແຕ່ນັ້ນມາ.

ວຽກບໍລິການ ສຳລັບກໍກຸ້ງເອງ ແມ່ນວຽກທີ່ທ້າທາຍ ວຽກຮອງຮັບອາລົມຄົນຮ້ອຍແປດພັນປະການ ແຕ່ກໍກຸ້ງ ມັກຍ້ອນວ່າ ມັນໄດ້ເຝິກຄວາມອົດທົນ ແລະ ມັນຈະເຮັດໃຫ້ເຮົາຮູ້ແກ້ສະຖານະການທີ່ປະສົບຢູ່ ແລະ ທີ່ສຳຄັນມັກຢາກເຫັນຮອຍຍິ້ມຄົນທີ່ພໍໃຈກັບການບໍລິການຂອງເຮົາ.

ຈົນມາຮອດ ປັດຈຸບັນ ມາເຮັດໜ້າວຽກເປັນຝ່າຍບໍລິການ ຜູ້ໂດຍສານເຕັມຕົວ ຍິ່ງຕ້ອງໄດ້ໃຊ້ຄວາມສາມາດຮອບຕົວ ໂດຍສະເພາະທັກສະດ້ານພາສາ ໄປຕະຫຼອດຮອດ ການສ້າງຄວາມປະທັບໃຈໃຫ້ຜູ້ໂດຍສານ ພາຍໃນເວລາອັນສັ້ນ.

3. ຄິດວ່າການທີ່ຕົນເອງເປັນກະເທີຍມີຜົນກັບການເຮັດວຽກຫຼືບໍ່?

ສຳລັບກໍກຸ້ງເອງ ຂໍຕອບໄດ້ເລີຍວ່າ ມີຜົນຕໍ່ການເຮັດວຽກຫຼາຍ ໂດຍສະເພາະແມ່ນໄລຍະທຳອິດທີ່ເຂົ້າມາວຽກເປັນຕອນທີ່ຕ້ອງໄດ້ຮຽນຮູ້ຫຼາຍຢ່າງ ແລະ ຕ້ອງເຮັດໃຫ້ຕົນເອງເປັນທີ່ຍອມຮັບ ຕໍ່ຫົວໜ້າ ລວມເຖິງເພື່ອນຮ່ວມງານ ເຊິ່ງເຮົາບໍ່ສາມາດສະແດງອອກຢ່າງເຕັມສ່ວນ ເພາະເຮົາຍັງຢ້ານເພິ່ນຕຳໜິມາ, ແຕ່ພໍເລີ່ມເຮົາເອງເຮັດໃຫ້ເພິ່ນຮູ້ວ່າ ສິ່ງທີ່ເຮົາເປັນ ໂດຍສະເພາະ ແມ່ນເລື່ອງການສະແດງອອກວ່າ ເຮົາເປັນກະເທີຍ ມັນບໍ່ໄດ້ສົ່ງຜົນກະທົບໃດໆ ຕໍ່ໜ້າວຽກສາຍບໍລິການເລີຍ ຊໍ້າບໍ່ພໍ ຍັງໄດ້ຮັບຄຳຍ້ອງຍໍຈາກຜູ້ໂດຍສານ ຍິ່ງເຮັດໃຫ້ເພິ່ນມີຄວາມປະທັບໃຈກັບການບໍລິການຂອງເຮົາ, ທາງຜູ້ໃຫຍ່ເພິ່ນຈຶ່ງເລີ່ມມີຄວາມເຂົ້າໃຈໃນຕົວຕົນຂອງເຮົາຫຼາຍຂຶ້ນ.

ແຕ່ທັງໝົດນັ້ນ ການທີ່ເຮົາເປັນກະເທີຍ ໃນບ່ອນເຮັດວຽກເຮົາເອງກໍຕ້ອງຄຳນຶງ ແລະ ປະຕິບັດຕົວ ໃຫ້ມັນເໝາະສົມກັບໜ້າວຽກຂອງເຮົາ ໃຫ້ເຮົາເອງຢູ່ເທິງພື້ນຖານ ການເຄົາລົບກົດລະບຽບ ບໍ່ແມ່ນຈະເອົາຕົນເອງເປັນສູນກາງໂລກ, ເຊິ່ງກໍກຸ້ງ ບອກຕົນເອງ ຕະຫຼອດວ່າເປັນກະເທີຍ ເປັນໄດ້ແຕ່ຢ່າໃຫ້ໄປຍາກຜູ້ອື່ນ ຍາກແຕ່ຕົນເອງກໍພໍແຮງແລ້ວ ຮາຮາຮາ

4. ການເປັນກະເທີຍ ຫຼື ເພດທາງເລືອກ ຕ້ອງພະຍາຍາມກວ່າຄົນອື່ນຫຼືບໍ່?

ສຳລັບກໍກຸ້ງ ຖ້າເວົ້າໃນນາມບຸກຄົນທີ່ເປັນກະເທີຍ ແຕ່ກຳເນີດ ແມ່ນພະຍາຍາມຫຼາຍກວ່າຄົນອື່ນ ບໍ່ວ່າຕັ້ງແຕ່ຕອນຮຽນ ຈົນມາຮອດເຮັດວຽກ, ແຕ່ຖາມຄືນວ່າ ເຮົາພະຍາຍາມທັງໝົດເຫຼົ່ານີ້ ແມ່ນເພື່ອໃຜ? ແມ່ນຢາກພິສູດໃຫ້ໃຜເຫັນຄ່າເຮົາ?, ແຕ່ຮູ້ບໍ່ຄຳຕອບທີ່ກໍກຸ້ງ ມານັ່ງຄິດເອງແມ່ນ “ຢາກພະຍາຍາມ ເພື່ອຕົນເອງ, ຢາກເຝິກຕົນເອງໃຫ້ເປັນຄົນເກັ່ງ ຄົນຮອບຮູ້ ຢາກຮຽນຮູ້ສິ່ງໃໝ່ໆ ບໍ່ຢາກເປັນກະເທີຍກະໂຫຼກກະລາ, ຢາກທ້າທາຍຂີດຈຳກັດຕົນເອງ. ແຕ່ບາງຄັ້ງ ການທີ່ເຮົາພະຍາຍາມເຮັດສິ່ງໃດຫນຶ່ງ ມັນກໍບໍ່ໄດ້ສຳເລັດສະເໝີໄປ ແຕ່ມັນເຮັດໃຫ້ເຮົາຮູ້ວ່າມັນບໍ່ແມ່ນທາງເຮົາ, ເຮົາຈຶ່ງໄປຊອກທາງໃໝ່ ຫາອັນໃໝ່ເຮັດໄປເລື້ອຍໆ.

ເຊິ່ງທັງໝົດລວມແລ້ວ ການພະຍາຍາມ ຂອງກໍກຸ້ງ ເຮັດແມ່ນເພື່ອຕົນເອງ ແຕ່ຜົນຂອງມັນພັດຖືກໃຈ ແລະ ໄດ້ໃຈຄົນອ້ອມຂ້າງ ແລະ ມັນກໍກາຍເປັນຜົນດີຕໍ່ ກໍກຸ້ງໂດຍປະລິຍາຍ.

5. ຢາກບອກຫຍັງກັບນ້ອງໆ ທີ່ກຳລັງຄົ້ນຫາຕົນເອງ ແລະ ຍັງບໍ່ຖືກຍອມຮັບຈາກສັງຄົມ?

ຢາກບອກວ່າ ນ້ອງໆຫຼືໃຜກໍຕາມທີ່ກຳລັງຄົ້ນຫາຕົນເອງ ບໍ່ຕ້ອງຄົ້ນ ເປັນຕົນເອງໂລດ ຢາກເປັນແບບໃດ ເປັນ! ຢາກນຸ່ງແບບໃດ ນຸ່ງ! ຢາກເຮັດສິ່ງໃດ ເຮັດ! ແຕ່!! ຖ້າຕັດສິນໃຈເຮັດຫຍັງລົງໄປແລ້ວຕ້ອງມີຄວາມຮັບຜິດຊອບນຳ.

ເພາະກໍກຸ້ງເຊື່ອວ່າ ສັງຄົມ ບໍ່ໄດ້ຄາດຫວັງຫຍັງນຳເຮົາ ມີແຕ່ເຮົາເອງ ທີ່ກົດດັນຕົນເອງ ມັກເອົາຕົນເອງທຽບໃສ່ຄົນອື່ນ, ຢາກໃຫ້ຢຸດ ຫຼື ບໍ່ກໍຜ່ອນ ຮຽນຮູ້ທີ່ຈະໃຫ້ກຳລັງໃຈຕົນເອງ, ໃນຍາມທີ່ທໍ້ ກອດ ແລະ ຮັກ ໂຕເອງໃຫ້ຫຼາຍ ເພາະສຸດທ້າຍແລ້ວ ຄົນທີ່ຢູ່ນຳເຮົາໄປຈົນວາລະສຸດທ້າຍແມ່ນຕົວເຮົາເອງ.

ຢ່າສົນໃຈສັງຄົມຫຼາຍຈົນບໍ່ໄດ້ເປັນຕົວເຮົາ, ພະຍາຍາມສົນໃຈຄົນອ້ອມຂ້າງທີ່ໃກ້ຊິດ ແລະ ຮັກແພງເຮົາ.

ຢ່າໄປຄາດຫວັງຫຍັງຈາກການຍອມຮັບຈາກສັງຄົມ ຮຽນຮູ້ທີ່ຈະຍອມຮັບຄວາມສາມາດຕົນເອງ ແລະ ຄຳນຶງແຕ່ລະມື້ເຮົາຕື່ນມາມີລົມຫາຍໃຈ ມີເຫື່ອແຮງທີ່ຈະອອກໄປຮຽນຮູ້ໂລກກວ້າງ ຫາແຮງບັນດານໃຈ ໃຫ້ຕົນເອງ ແລະ ບອກຕົນເອງຕະຫຼອດວ່າ ເຮົາເກີດມາເປັນແບບນີ້ແມ່ນດີທີ່ສຸດແລ້ວ.

ດ້ວຍຮັກ ຈາກກະເທີຍ ທີ່ຊື່ກໍກຸ້ງ ນະຕອນທີ່ອາຍຸ 28 ປີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/