ໜ້ອຍແຕ່ຫຼາຍ High Fashion! Balenciaga ເປີດຕົວເກີບແຕະຕຸກນ້ຳທີ່ພ້ອມໃຫ້ທຸກຄົນເປັນເຈົ້າຂອງພຽງຄູ່ລະ 14 ລ້ານກີບ

fashion

balengciaga

Balenciaga ເປັນອີກໜຶ່ງແບຣນດັງລະດັບໂລກທີ່ເວລາເປີດຕົວ ສິນຄ້າໃໝ່ ຫຼື ຄໍເລັກຊັ່ນຕ່າງໆ ມັກຈະສ້າງສຽງຮືຮາໄດ້ຕະຫຼອດເວລາ ແລະຫຼ້າສຸດນີ້ເອງທາງແບຣນກໍໄດ້ເປີດຕົວເກີບແຕະດີໄຊ “ຕຸກນ້ຳ” ທີ່ເຮັດມາຈາກຕຸກນ້ຳພລາສຕິກ ພ້ອມກັບສາຍຄີບເກີບທີ່ມີກາ “Balenciaga” ທີ່ເບິ່ງຜ່ານໆ ກໍຄືການເອົາຕຸກນ້ຳກັບສາຍຄີບເກີບມາປະກອບເຂົ້າກັນເທົ່ານັ້ນ.  ແຕ່ເຖິງຈະເປັນດີໄຊທີ່ລຽບງ່າຍແຕ່ລາຄາໜຶ່ງຄູ່ຕົກຢູ່ທີ່ 895 ຢູໂຣ ຫຼື ປະມານ 14 ລ້ານກີບ. ຢ່າງໃດກໍດີ ສຳລັບຄໍເລັກຊັ່ນເກີບຕຸກນ້ຳນີ້ ແມ່ນຍັງບໍ່ມີກໍານົດວາງຈໍາໜ່າຍຢ່າງເປັນທາງການ ເພາະເປັນພຽງການປ່ອຍຮູບສິນຄ້າເພື່ອເບິ່ງກະແສຕອບຮັບຈາກໂລກໂຊຊຽວກ່ອນ.

justin
balengciaga

Neondazer ຜູ້ອອກແບບເກີບແຕະຕຸກນ້ຳ “Balenciaga” ນີ້ ໄດ້ເປີດເຜີຍເລື່ອງລາວຜ່ານ Instagram ເຖິງຄອນເຊັບໃນການອອກແບບວ່າ ຕົນເອງໄດ້ແຮງບັນດານໃຈມາຈາກເກີບຕຸກນ້ຳແທ້ໆ ໃນອາຟຣິກາ ທີ່ປະຊາກອນຫຼາຍຄົນມີຄວາມທຸກຍາກຂາດເຂີນ ບໍ່ມີເງິນແມ່ນແຕ່ຈະຊື້ເກີບມາໃສ່ ຈຶ່ງຕ້ອງໄດ້ເອົາຕຸກນ້ຳພລາສຕິກມາດັດແປງເຮັດເປັນເກີບ ເຊິ່ງເປັນຄອນເຊັບແບບ Meta-Irony (ເປັນແນວຄິດສຽດສີສັງຄົມທີ່ເບິ່ງໄດ້ຫຼາຍມຸມມອງ) ທັງນີ້ Neondazer ຄິດວ່າການອອກແບບດັ່ງກ່າວມັນເປັນເທຣນຂອງໂລກແຟຊັ່ນໃນປັດຈຸບັນ ແລະເກີບແຕະຕຸກນ້ຳນີ້ມັນກໍເປັນສິ່ງທີ່ບົ່ງບອກຄວາມເປັນແບຣນ Balenciaga ໄດ້ດີ ເພາະ Balenciaga ກາຍເປັນຜູ້ນຳແຫ່ງແບຣນ Meta-Ironic ໄປແລ້ວ.

fashion

ຫຼາຍຄົນອາດຈະຄິດວ່າມັນແປກທີ່ແບຣນໃຫຍ່ລະດັບແບບນີ້ອອກຄໍເລັກຊັ່ນສິນຄ້າທີ່ເບິ່ງບໍ່ລົງທຶນຫຍັງ ຫຼື ທຳມະດາເກີນໄປ ແຕ່ສຳລັບ Balenciaga ນີ້ຄືຈຸດຂາຍ ເພາະກ່ອນທີ່ຈະເປີດຕົວເກີບແຕະຕຸກນີ້ ທາງແບຣນກໍເຄີຍເຮັດຫຍັງແປກໆ ມາແລ້ວເຊັ່ນ: ກະເປົ໋າຖົງຂີ້ເຫຍື້ອສີດໍາ, ເກີບຂາດ, ຕ່າງຫູທີ່ເປັນເຊືອກເກີບ ແລະ ຫຼາຍຢ່າງທີ່ແບຣນໃດກໍບໍ່ກ້າເຮັດຕາມ. ພ້ອມນີ້ຍັງສາມາດຂາຍໄດ້ດີຈົນໜ້າຕົກໃຈເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply