GDP ປະເທດທີ່ສູງນັ້ນ ບົ່ງບອກເຖິງຄວາມຈະເລີນຂອງປະເທດໄດ້ແທ້ຫຼືບໍ່?


GDP ແມ່ນໝາຍເຖິງຍອດລວມຜະລິດຕະພັນພາຍໃນ ທີ່ບອກເຖິງຄວາມໃຫຍ່ຂອງເສດຖະກິດໃນປະເທດນັ້ນໆ. ປະເທດທີ່ພັດທະນາແລ້ວໃນທົ່ວໂລກ ລ້ວນແຕ່ມີມູນຄ່າ GDP ທີ່ສູງ, ແຕ່ GDP ທີ່ສູງນັ້ນ ມັນແມ່ນສິ່ງທີ່ບອກວ່າປະເທດນັ້ນຈະເລີນແທ້ຫຼືບໍ່?

GDP ນັ້ນຫຍໍ້ມາຈາກຄຳວ່າ Gross Domestic Product ເຊິ່ງໝາຍເຖິງທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນເສດຖະກິດຂອງປະເທດໃດໜຶ່ງ ເພື່ອເປັນຕົວບົ່ງບອກເຖິງພາບລວມຂອງເສດຖະກິດ ຫຼື ຄວາມກ້າວໜ້າຂອງປະເທດນັ້ນໆ. ໂດຍ GDP ນັ້ນແມ່ນມີສ່ວນປະກອບຫຼັກ 5 ຢ່າງກໍຄື: “C (Consumption)” ການໃຊ້ຈ່າຍບໍລິໂພກຂອງປະຊາກອນ, “I (Investment)” ການລົງທຶນໃນທຸລະກິດຂອງພາກເອກະຊົນ, “G (Government Spending)” ການໃຊ້ຈ່າຍຂອງລັດຖະບານ, “X (Export)” ການສົ່ງອອກ ແລະ ສຸດທ້າຍແມ່ນ “M (Import)” ການນຳເຂົ້າ ເຊິ່ງມີສູດຄິດໄລ່ມູນຄ່າຂອງ GDP ແມ່ນ GDP = C+I+G+(X-M).

ໂດຍປົກກະຕິແລ້ວ, ປະເທດໃດທີ່ມີຜົນລວມ GDP ເປັນຄ່າບວກ ແລະ ສູງ ນັ້ນກໍແປວ່າ ປະເທດນັ້ນມີການເຕີບໂຕທາງເສດຖະກິດທີ່ດີ ແລະ ປະເທດໃດທີ່ມີ GDP ຕໍ່າ ຫຼື ເປັນລົບ ນັ້ນກໍໝາຍເຖິງການຂະຫຍາຍຕົວຊ້າ, ການຖົດຖອຍ ໃນເສດຖະກິດຂອງປະເທດນັ້ນໆອີກດ້ວຍ.

ລອງມາເບິ່ງກັນວ່າ ໃນປີ 2020 ທີ່ຜ່ານມາ ມີປະເທດໃດແດ່ທີ່ມີ GDP ສູງ 5 ອັນດັບທຳອິດຂອງໂລກ:

  • ອັນດັບ1 ສະຫະລັດອາເມຣິກາ 20.8 ລ້ານລ້ານໂດລາສະຫະລັດ.
  • ອັນດັບ2 ຈີນ 14.8 ລ້ານລ້ານໂດລາສະຫະລັດ.
  • ອັນດັບ3 ຍີ່ປຸ່ນ 5 ລ້ານລ້ານໂດລາສະຫະລັດ.
  • ອັນດັບ4 ເຢຍລະມັນ 3.8 ລ້ານລ້ານໂດລາສະຫະລັດ.
  • ອັນດັບ5 ສະຫະລາຊະອານາຈັກ 2.7 ລ້ານລ້ານໂດລາສະຫະລັດ.

ແລ້ວປະເທດທີ່ມີ GDP ສູງ ມັນຕ້ອງເປັນປະເທດທີ່ມີຄວາມຈະເລີນສະເໝີໄປເລີຍແມ່ນບໍ່?

ຄຳວ່າ “ຈະເລີນ” ໃນທີ່ນີ້ ມັນບໍ່ໄດ້ໝາຍເຖິງແຕ່ເລື່ອງຂອງເສດຖະກິດເທົ່ານັ້ນ ແຕ່ຍັງລວມເຖິງຄວາມຈະເລີນທາງສັງຄົມ, ວັດທະນະທຳ ແລະ ການເປັນຢູ່ຂອງຄົນອີກດ້ວຍ. ຕົວຢ່າງເຊັ່ນ: ປະເທດຍີ່ປຸ່ນທີ່ມີ GDP ໃຫຍ່ເປັນອັນດັບທີ 3 ຂອງໂລກນັ້ນ ເຖິງຈະມີເສດຖະກິດທີ່ພັດທະນາສູງ ແລະ ກ້າວກະໂດດໃນໄລຍະ 20 ປີທີ່ຜ່ານມາ, ແຕ່ກໍຖືໄດ້ເປັນປະເທດໜຶ່ງ ທີ່ມີອັດຕາຄວາມຄຽດໃນປະຊາກອນທີ່ສູງຫຼາຍ ແລະ ຍັງມີອັດຕາການຂ້າຕົວຕາຍທີ່ສູງເປັນອັນດັບຕົ້ນໆຂອງໂລກອີກດ້ວຍ. ປະເທດອິນເດຍທີ່ມີ GDP ໃຫຍ່ເປັນອັນດັບ 6, ແຕ່ກໍຍັງຄົງເປັນປະເທດທີ່ມີຄວາມເຫຼື່ອມລ້ຳທາງສັງຄົມທີ່ສູງຫຼາຍ ຄົນທີ່ລວຍກໍລວຍຈົນບໍ່ຮູ້ຈະເອົາເງິນໄປໃຊ້ເຮັດຫຍັງ ແລະ ຄົນທີ່ທຸກຍາກກໍລຳບາກຫຼາຍຈົນທັງຊີວິດກໍມີແຕ່ເຮັດວຽກໜັກເພື່ອລ້ຽງຊີບຕົນເອງໄປມື້ຕໍ່ມື້.

ແລ້ວແບບນີ້ຈະຍັງຖືວ່າ GDP ທີ່ສູງແມ່ນໝາຍເຖິງຄວາມຈະເລີນຂອງປະເທດອີກຫຼືບໍ່? ແນ່ນອນວ່າມັນກໍບໍ່ສະເໝີໄປ ໂດຍຈະຍົກຕົວຢ່າງບາງປະເທດທີ່ມີ GDP ທີ່ຕໍ່າກວ່າປະເທດທີ່ກ່າວມາກ່ອນໜ້ານັ້ນຫຼາຍເທົ່າ ແຕ່ກັບເປັນປະເທດທີ່ມີຄວາມໜ້າສົນໃຈຫຼາຍຢ່າງເລີຍ ຢ່າງເຊັ່ນ:

  • Finland: ເປັນປະເທດທີ່ມີ GDP ພຽງ 269 ພັນລ້ານໂດລາສະຫະລັດ ເຊິ່ງໜ້ອຍກວ່າອິນເດຍເຖິງ 10 ເທົ່າ. ແຕ່ເຖິງຈະເປັນແນວນັ້ນ, ຟິນແລນໄດ້ຖືວ່າເປັນປະເທດທີ່ມີການສຶກສາທີ່ດີທີ່ສຸດໃນໂລກ, ຊົ່ວໂມງຮຽນກໍໜ້ອຍ ແຕ່ກໍຍັງເຮັດໃຫ້ນັກຮຽນນັ້ນໄດ້ເຕີບໃຫຍ່ມາເປັນຜູ້ໃຫຍ່ທີ່ມີຄຸນະພາບອີກດ້ວຍ.
  • New Zealand: ປະເທດນ້ອຍໆທີ່ຢູ່ຂ້າງໆ Australia ເຊິ່ງມີ GDP ໃຫຍ່ເປັນອັນດັບທີ 50 ຂອງໂລກ ແຕ່ໄດ້ຖືກຍ້ອງຍໍໄປທົ່ວໂລກໃນປີ 2020 ທີ່ຜ່ານມາວ່າເປັນປະເທດທີ່ມີການຮັບມືກັບພະຍາດໂຄວິດ-19 ໄດ້ດີທີ່ສຸດໃນໂລກ.

ເຮົາຈະເຫັນໄດ້ວ່າ ການທີ່ປະເທດໃດໜຶ່ງຈະມີຄວາມຈະເລີນທີ່ແທ້ຈິງນັ້ນ ມັນບໍ່ໄດ້ອາໄສແຕ່ຕົວເລກຈາກມູນຄ່າ GDP ພຽງຢ່າງດຽວ. ເພາະທຸກໆຢ່າງນັບຕັ້ງແຕ່ຄວາມຄິດຂອງຄົນໃນສັງຄົມ, ວັດທະນະທຳທີ່ແຂງແຮງ, ການມີສິດທີ່ເທົ່າທຽມກັນຂອງຄົນໃນສັງຄົມ, ການມີປະຊາກອນທີ່ມີຄຸນະພາບທາງແນວຄິດ… ມັນກໍຖືເປັນສ່ວນສຳຄັນເຊັ່ນດຽວກັນທີ່ຈະບົ່ງບອກເຖິງຄວາມສີວິໄລຂອງປະເທດນັ້ນໆໃນໂລກຍຸກໃໝ່ນີ້. ເພາະເຖິງທ້າຍທີ່ສຸດແລ້ວ, ປະເທດທີ່ພັດທະນາແລ້ວນັ້ນ ຕ້ອງເປັນປະເທດທີ່ພັດທະນາໄປໂດຍບໍ່ຖິ້ມປະຊາຊົນໄວ້ທາງຫຼັງຜູ້ດຽວ ເພາະປະເທດທີ່ແທ້ຈິງນັ້ນກໍມາຈາກຜູ້ຄົນ ແລະ ຜູ້ຄົນນັ້ນເອງກໍຄືປະເທດ.

ຂໍ້ມູນອ້າງອີງ: https://statisticstimes.com/economy/projected-world-gdp-ranking.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/