ນັກບູຮານຄະດີຄົ້ນພົບ Mummy ຖືກມັດດ້ວຍເຊືອກ ຄາດວ່າອາຍຸປະມານ 800-1,200 ປີ


ນັກບູຮານຄະດີທີ່ເປຣູ ໄດ້ຄົ້ນພົບ Mummy ຮ່າງຖືກມັດດ້ວຍເຊືອກເອົາມືປິດໜ້າ ຄາດວ່າອາຍຸໄດ້ປະມານ 800-1,200 ປີ ແລະ ຄາດວ່າເປັນຊາຍຜູ້ທີ່ຖານະສູງສົ່ງ.

ການຄົ້ນພົບ Mummy ໃນຄັ້ງນີ້ ຮ່າງກາຍແມ່ນຖືກມັດອ້ອມຮອບດ້ວຍເຊືອກ ແລະ ຖືກເກັບຮັກສາໄວ້ໃນໃຕ້ດິນກາງເມືອງບູຮານຄະດີ Cajamarquilla ໃກ້ກັບ ລິມາ ເມືອງຫຼວງຂອງປະເທດ.

ຈາກນັ້ນ ນັກວິໄຈຈາກມະຫາວິທະຍາໄລແຫ່ງຊາດ ຊານມາຄອສ ເຊິ່ງເປັນຜູ້ຄົ້ນພົບ Mummy ດັ່ງກ່າວ, ໄດ້ເປີດເຜີຍວ່າຮ່າງຂອງ Mummy ຢູ່ໃນສະພາບທີ່ດີ, ມີລັກສະນະງໍພຽງເລັກໜ້ອຍ. ສ່ວນມືກໍມີລັກສະນະເອົາປິດໜ້າຕາ ແລ້ວມີເຊືອກມັກອ້ອມຮອບຕົນຕົວ ພ້ອມຍັງມີຮອຍປວກຕາມຕົວຫຼາຍພໍສົມຄວນ. ລັກສະນະທ່າທາງດັ່ງກ່າວ ຄາດວ່າເປັນໜຶ່ງທ່າທີ່ຖືກຈັດໃນພິທີສົບຂອງຄົນເປຣູທາງຕອນໃຕ້.

ການສັນນິຖານເບື້ອງຕົ້ນ ຄາດວ່າ Mummy ອາດມີອາຍຸປະມານສະຕະວັດທີ 16 ມີຄວາມເກົ່າແກ່ຈົນຢູ່ໃນໄລຍະກ່ອນອາລະຍະທຳອິນຄາ ຫຼື ຢູ່ໃນສະຕະວັດທີ 15 ເຊິ່ງນັບເປັນຕົວເລກກໍມີອາຍຸລະຫວ່າງ 800-1,200 ປີ ຄາດວ່າເປັນເພດຊາຍ ອາຍຸໄດ້ປະມານ 25-30 ປີ ແລະ ຄາດວ່າມີບ້ານເກີດຢູ່ບໍລິເວນໃກ້ໆກັບແຫຼ່ງບູຮານຄະດີ Cajamarquilla.

ໃນການຄົ້ນພົບໃນຄັ້ງນີ້ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ເພາະຈະຊ່ວຍໃຫ້ໄດ້ຮຽນຮູ້ ແລະ ຮູ້ຈັກມະນຸດໃນຍຸກນັ້ນ. ນອກຈາກນີ້ ທາງນັກວິໄຈຍັງໄດ້ພົບເຫັນຫອຍທະເລອີກຫຼາຍໂຕທີ່ຖືກຝັງຢູ່ຕາມຮອບໆບໍລິເວນນັ້ນ ຄາດວ່າເປັນສົບຂອງຜູ້ສູງສົ່ງທີ່ເສຍຊີວິດ ແລ້ວມີຍາດຕິພີ່ນ້ອງເອົາເຄື່ອງຕ່າງໆມາຖວາຍໄຫວ້ສົບ. ຖ້າເປັນໄປໄດ້ທາງທີມນັກວິໄຈອາດສາມາດໄຂປິດສະໜານີ້ໄດ້ ວ່າລາວເຄີຍເປັນໃຜ, ມາແຕ່ໃສ ແລະ ມີບົດບາດຫຍັງແກ່ສັງຄົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/