“El Niño” ປາກົດການສະພາບອາກາດແປປວນຢ່າງກະທັນຫັນ ທີ່ສົ່ງຜົນກະທົບຕໍ່ໂລກຢ່າງຫຼວງຫຼາຍ


El Niño ແມ່ນປາກົດການທີ່ເກີດຂຶ້ນຈາກກະແສລົມທີ່ມີກຳລັງອ່ອນ ແລະ ປ່ຽນທິດທາງພັດຈາກທິດຕາເວັນອອກຂອງມະຫາສະໝຸດປາຊີຟິກໄປຫາທິດຕາເວັນຕົກຂອງມະຫາສະໝຸດປາຊີຟິກ, ເຮັດໃຫ້ກະແສນ້ຳອຸ່ນໄຫຼໄປຍັງທະວີບອາເມຣິກາໃຕ້ແທນ. ດ້ວຍເຫດນີ້ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ອອສເຕຣເລຍຈຶ່ງຂາດ​ຝົນ ​ແລະ ປະສົບ​ກັບ​ໄພ​ແຫ້ງ​ແລ້ງ. ​ແຕ່​ຝັ່ງ​ທະ​ເລ​ຂອງ​ອາ​ເມ​ຣິກາ​ໃຕ້ມີ​ຝົນຕົກຫຼາຍຂຶ້ນ​.

El Niño ຈະເກີດຂຶ້ນສະເລ່ຍທຸກໆ 5 ປີ ໂດຍມີລັກສະນະຄື: ເກີດການປ່ຽນແປງໃນອຸນຫະພູມຜິວນ້ຳທະເລຂອງມະຫາສະໝຸດປາຊີຟິກຕາເວັນອອກໂດຍຈະອຸ່ນຂຶ້ນ ຫຼື ເຢັນລົງຜິດປົກກະຕິ ເຊິ່ງເອີ້ນວ່າ El Niño ແລະ La Niña ຕາມລໍາດັບ.

ໂດຍ El Niño ຈະເປັນປາກົດການທີ່ອຸນຫະພູມຂອງມະຫາສະໝຸດອົບອຸ່ນຂຶ້ນຜິດປົກກະຕິ ປະກອບກັບຄວາມກົດດັນຂອງບັນຍາກາດສູງໃນມະຫາສະໝຸດປາຊີຟິກຕາເວັນຕົກ, ສ່ວນ La Niña ຈະເປັນປາກົດການທີ່ອຸນຫະພູມຂອງມະຫາສະໝຸດແມ່ນເຢັນຜິດປົກກະຕິ ສົມທົບກັບຄວາມກົດດັນຂອງບັນຍາກາດຕໍ່າໃນມະຫາສະໝຸດປາຊີຟິກຕາເວັນຕົກ. ສຳລັບກົນໄກໃນການປ່ຽນແປງດັ່ງກ່າວຍັງຢູ່ໃນການສຶກສາຄົ້ນຄວ້າຢູ່.

El Niño ແລະ La Nina ເມື່ອລວມກັນແລ້ວຈະເປັນສ່ວນໜຶ່ງຂອງວົງຈອນທໍາມະຊາດ ທີ່ສາມາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສະພາບອາກາດ, ພູມອາກາດ ແລະ ມະຫາສະໝຸດໃນທົ່ວໂລກເຊັ່ນ: ພາຍຸ, ໄພແຫ້ງແລ້ງ, ໄຟປ່າ ຫຼື ນໍ້າຖ້ວມ, ເຊິ່ງເປັນໄພທໍາມະຊາດທີ່ສົ່ງຜົນກະທົບຕໍ່ຄວາມເປັນຢູ່ຂອງສັດທະເລ ແລະ ມະນຸດ. ລວມທັງການຜະລິດສະບຽງອາຫານ, ສຸຂະພາບຂອງມະນຸດ ແລະ ຊັບພະຍາກອນນໍ້າ, ໂດຍຜົນກະທົບດັ່ງກ່າວຈະຄົງຢູ່ປະມານ 1-2 ປີ ແລະ ວົງຈອນຂອງ 2 ປາກົດການສະຫຼັບກັນທຸກໆ 3-7 ປີ.

​ເຖິງ​ວ່າ​ລາວເຮົາຈະ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຈາກ​ປາກົດ​ການ El Niño ​ແລະ La Nina. ແຕ່ທຸກຄັ້ງທີ່ເກີດປາກົດການ El Niño ຂຶ້ນ ອຸນຫະພູມໃນປະເທດລາວອາດຈະເພີ່ມຂຶ້ນສູງກວ່າລະດັບປົກກະຕິ ແລະ ເກີດສະພາບອາກາດແປປວນໃນບາງພື້ນທີ່ ຕົວຢ່າງ: ໃນເຂດທີ່ເຄີຍມີຝົນຕົກຫຼາຍ ອາດຈະບໍ່ຝົນຕົກເລີຍ ແລະ ຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງກະທັນຫັນ ຫຼື​ ຢູ່​ເຂດ​ທີ່​ຂາດ​ແຄນ​ນ້ຳ​ຝົນ​ອາດ​ຈະ​ປະ​ເຊີນ​ກັບ​ພາ​ຍຸ​ຝົນ​ຮ້າຍ​ແຮງ ແລະ ​ອື່ນໆ.

ທີ່ມາ:

education.nationalgeographic

trueplookpanya

wikipedia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/