ລາວ ກຽມປ່ອຍສັດນ້ຳ-ສັດປ່າ 62 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ


ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 7 ກໍລະກົດນີ້, ທີ່ກະຊວງດັ່ງກ່າວໃຫ້ຮູ້ວ່າ: ວັນທີ 13 ກໍລະກົດ ແມ່ນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາລາວ ເຊິ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ກໍຄົບຮອບ 26 ປີ. ສະເພາະແຜນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2023 ນີ້ ທາງຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນ້ຳຕ່າງໆ ໃຫ້ໄດ້ທັງໝົດ 62 ລ້ານໂຕ.

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດນ້ຳ ແລະ ສັດປ່າ ໃຫ້ຫຼາຍຂຶ້ນ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດນ້ຳ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫຼານຕະຫຼອດໄປ.

ວັນທີ 13 ກໍລະກົດ 2023 ນອກຈາກແມ່ນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດລາວ ຄົບຮອບ 26 ປີແລ້ວ, ຍັງແມ່ນວັນເກີດຂອງປະທານ ສຸພານຸວົງ ປະທານປະເທດແຫ່ງ ສປປ ລາວ ຜູ້ທຳອິດຄົບຮອບ 114 ປີ (13/7/1909-13/7/2023).

ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດໄດ້ປ່ອຍທັງໝົດ 61,3 ລ້ານໂຕ. ນອກນັ້ນຍັງໄດ້ປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະຊາດຈໍານວນ 200 ກວ່າໂຕ. ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ, ມີຊະນິດພັນສັດປ່າ ຫຼາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫຼາຍກວ່າ 500 ຊະນິດໂດຍສະເພາະສັດນ້ຳ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດອື່ນໆ. ສັດດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລ້ຳຄ່າຂອງຊາດລາວເຮົາ.

ຂໍ້ມູນຈາກ: CRI-FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/