Dogecoin ລາຄາຕົກລົງ -25% ພຽງເພາະ Elon Musk ບອກວ່າຈະຊື້ເປັນຂອງຂວັນໃຫ້ແມ່


Dogecoin ລາຄາຕົກທັນທີ -25% ຫຼັງຈາກການອອກມາໃຫ້ສຳພາດຂອງ Elon Musk ໃນລາຍການສຳພາດຊື່ Saturday Night Live.

ສິ່ງທີ່ເຮັດໃຫ້ລາຄາຂອງຫຼຽນ Dogecoin ມີການລົດລົງຂອງລາຄາຈາກ 0.80USD ເປັນ 0.61USD ບໍ່ໄດ້ເກີດຈາກການປ່ຽນແປງຂອງການຕະຫຼາດໃດໆ ເປັນພຽງປະໂຫຍກສັ້ນໆພຽງວ່າ ອີລອນ ມັສ “ຈະຊື້ຫຼຽນ Dogecoin “ເປັນຂອງຂວັນໃຫ້ແມ່” ພຽງເທົ່ານັນ.
ຜົນກະທົບຈາກປະໂຫຍກດັ່ງກ່າວເຮັດໃຫ້ຄົນທີ່ຖືຫຼຽນຢູ່ເຮັດການເທຂາຍ Dogecoin ອອກເປັນຈຳນວນຫຼາຍ ສົ່ງຜົນໃຫ້ມູນຄ່າຂອງຫຼຽນຕົກລົງເຖິງ -25% ,ເຊິ່ງການຕົກຂອງລາຄາຫຼຽນນີ້ຈະສົ່ງຜົນດົນນານເທົ່າໃດ ກໍຄົງຕ້ອງຕິດຕາມກັນຕໍ່ໄປ ວ່າທາງ ອີລອນ ມັສ ຈະມີການປະກາດ ຫຼື ມີສິ່ງໃດເຂົ້າມາເຮັດໃຫ້ມູນຄ່າຂອງ Dogecoin ມີການປ່ຽນແປງອີກ.

ຂອບໃຈຂໍ້ມູນຈາກ: https://www.facebook.com/OilTraderKP/photos/a.109714799581872/762028861017126/?type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/