ຄົນເກັບຂີ້ເຫຍື້ອຊາວຕຸຣເຄຍເກັບປຶ້ມທີ່ຖືກຖິ້ມມາລວມກັນ ຈົນກາຍເປັນຫ້ອງສະໝຸດ


ເລື່ອງເກີດຂຶ້ນເມື່ອມີພະນັກງານໜ່ວຍງານເກັບຂີ້ເຫຍື້ອກຸ່ມໜຶ່ງໃນເມືອງ ອັງກາຣາ ປະເທດຕຸຣເຄຍ ໄດ້ພົບກັບປຶ້ມທີ່ຖືກຖິ້ມມາກັບຂີ້ເຫຍື້ອຕະຫຼອດ ພວກເຂົາຈຶ່ງເລືອກທີ່ຈະເກັບປຶ້ມເຫຼົ່ານັ້ນສະສົມໄວ້ແທນການເອົາໄປຖິ້ມ, ເປັນເວລາຫຼາຍເດືອນທີ່ພວກເຂົາໄດ້ເກັບປຶ້ມໄວ້ຈົນເລີ່ມຫຼາຍຂຶ້ນເລື້ອຍໆ ພວກເຂົາຈຶ່ງເກີດແນວຄິດຢາກເປີດຫ້ອງສະໝຸດຂຶ້ນ ແລະ ສະເໜີຄວາມຄິດນີ້ກັບເຈົ້າເມືອງ ປາກົດວ່າເຈົ້າເມືອງເອງກໍເຫັນດີນຳ ແລ້ວໂຄງການສ້າງຫ້ອງສະໝຸດຈາກປຶ້ມທີ່ຖືກຖິ້ມກໍເລີ່ມຂຶ້ນ.

ໃນເບື້ອງຕົ້ນກ່ອນຈະໄດ້ຮັບການຊ່ວຍເຫຼືອຈາກເຈົ້າເມືອງ ພວກເຂົາສະສົມປຶ້ມໄວ້ເປັນຫ້ອງສະໝຸດນ້ອຍໆ ມີພຽງເຈົ້າໜ້າທີ່ອະນາໄມ ແລະ ຄອບຄົວຂອງພວກເຂົາເທົ່ານັ້ນທີ່ສາມາດຢືມປຶ້ມໄດ້, ແຕ່ເມື່ອເລື່ອງດັ່ງກ່າວເຜີຍແຜ່ອອກໄປທົ່ວເມືອງ ກໍມີປະຊາຊົນໃຫ້ຄວາມສົນໃຈຫຼາຍຂຶ້ນ ພວກເຂົາຈຶ່ງເປີດໃຫ້ຄົນທົ່ວໄປສາມາດເຂົ້າໄດ້.

ພວກເຂົາໃຊ້ໂຮງງານເກົ່າທີ່ຕັ້ງຢູ່ໃນພະແນກອະນາໄມມາປ່ຽນເປັນພື້ນທີ່ຫ້ອງສະໝຸດ ເນື່ອງຈາກອາຄານເຮັດດ້ວຍດິນຈີ່ເກົ່າແກ່ ແລະ ມີທາງຍ່າງເປັນທາງຍາວ ຈຶ່ງເໝາະກັບການເປັນຫ້ອງສະໝຸດ. ປັດຈຸບັນມີປະຊາຊົນທົ່ວໄປມາບໍລິຈາກປຶ້ມກັບຫ້ອງສະໝຸດໂດຍກົງຫຼາຍຂຶ້ນຈົນຫ້ອງສະໝຸດມີປຶ້ມທັງໝົດ 6,000 ເຫຼັ້ມ ມີຫຼາຍປະເພດຕັ້ງແຕ່ປຶ້ມກາຕູນຈົນໄປຮອດປຶ້ມກ່ຽວກັບການຄົ້ນຄວ້າທາງວິທະຍາສາດ ແລະ ຍັງມີປຶ້ມທີ່ກ່ຽວກັບພາສາຝຣັ່ງອີກເປັນຈຳນວນຫຼາຍ.

ລັດຖະບານຂອງເມືອງຍັງໄດ້ຈ້າງຜູ້ດູແລຫ້ອງສະໝຸດເຕັມເວລາເພື່ອເບິ່ງແຍງດູແລປຶ້ມໃຫ້ດີທີ່ສຸດ. ປັດຈຸບັນ ຫ້ອງສະໝຸດແຫ່ງນີ້ໄດ້ມີປຶ້ມເພີ່ມຂຶ້ນເລື້ອຍໆ ພວກເຂົາຍັງໄດ້ສົ່ງປຶ້ມຈາກຫ້ອງສະໝຸດໄປສະຖານທີ່ຕ່າງໆທີ່ຂາດເຂີນເຊັ່ນ: ເຮືອນຈຳ,​ ໂຮງຮຽນ ແລະ ສະຖາບັນຕ່າງໆ.

ທຸກມື້ນີ້ຫ້ອງສະໝຸດເຕັມໄປດ້ວຍລູກຫຼານຂອງປະຊາຊົນໃນເມືອງ,​ ນັກອ່ານ ແລະ ບັນດານັກຖີບລົດຖີບທີ່ມັກມາຖີບລົດຢູ່ເຂດພູຂ້າງໆເມືອງ ແລ້ວມາແວ່ພັກດື່ມນຳຊາ ແລະ ອ່ານປຶ້ມຢູ່ຫ້ອງສະໝຸດນີ້ຈຳນວນຫຼາຍ, ນອກຈາກນັ້ນ ຍັງມີກຸ່ມຄົນຮັກໝາກເສິກ (Chess) ມາຈັດກິດຈະກຳຢູ່ຫ້ອງສະໝຸດຕະຫຼອດ.

ເລື່ອງນີ້ສະທ້ອນໃຫ້ເຫັນເຖິງການເຮັດໃຫ້ສັງຄົມເປັນຕາຢູ່ ຫຼື ເຮັດໃຫ້ສັງຄົມດີຂຶ້ນບໍ່ຈຳເປັນຕ້ອງມີອາຊີບທີ່ສະເພາະທາງ ບໍ່ວ່າຈະອາຊີບໃດກໍສາມາດສ້າງສັງຄົມທີ່ດີໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:
https://cnn.it/2RDfHSr
https://bit.ly/2Q4GxCt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/