‘CZ’ CEO ຂອງ Binance ໄດ້ຍື່ນຄຳຮ້ອງຂໍໃຫ້ສານຍົກຟ້ອງຂໍ້ກ່າວຫາຂອງ SEC ເນື່ອງຈາກໃຊ້ອຳນາດໃນການຂົ່ມເຫັງພວກເຂົາ


ບໍລິສັດ Binance Holdings ເຊິ່ງເປັນຮຸ້ນສ່ວນໃນສະຫະລັດ ແລະ CEO Changpeng Zhao ໄດ້ຍື່ນຄຳຮ້ອງຂໍຕໍ່ສານໃຫ້ຍົກເລີກຄະດີທີ່ພວກເຂົາຖືກຟ້ອງຮ້ອງໂດຍຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC)

ອີງຕາມຄຳຟ້ອງຮ້ອງໃນວັນທີ 21 ກັນຍາທີ່ຜ່ານມາຕໍ່ສານຂອງສະຫະລັດ ທັງບໍລິສັດ Binance Holdings ແລະ CZ ກ່າວວ່າ SEC ໄດ້ໃຊ້ອຳນາດເກີນຂອບເຂດໃນການຟ້ອງຮ້ອງພວກເຂົາ.

ທະນາຍຄວາມຂອງບໍລິສັດ Binance ໄດ້ຂຽນຄຳຮ້ອງທີ່ມີຄວາມຍາວກວ່າ 60 ໜ້າໂດຍໄດ້ລະບຸວ່າ “SEC ນັ້ນໄດ້ລົ້ມເຫຼວໃນການໃຫ້ຄຳແນະນຳທີ່ຊັດເຈນແກ່ Binance ກ່ຽວກັບວິທີການປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ ເຊິ່ງບໍ່ໄດ້ໃຫ້ຄວາມກະຈ່າງແຈ້ງໃດໆກ່ຽວກັບສະຖານະພາບທາງດ້ານກົດໝາຍຂອງການແລກປ່ຽນ crypto. ຈົນຮອດປີ 2021, ໜ່ວຍງານດັ່ງກ່າວກໍໄດ້ລິເລີ່ມການດໍາເນີນການທາງດ້ານກົດໝາຍຕໍ່ Binance ແລະ ກະດານເທຣດ crypto ອື່ນໆ”

“ເປັນທີ່ຊັດເຈນວ່າ SEC ບໍ່ມີຮາກຖານໃນກົດໝາຍຫຼັກຊັບໃນປັດຈຸບັນ”, ທະນາຍຄວາມຂອງ Binance ໄດ້ຢືນຢັນວ່າ SEC ໄດ້ຕີຄວາມໝາຍ ແລະ ນຳໃຊ້ກົດໝາຍຫຼັກຊັບຕໍ່ກັບສິນຊັບ crypto ໃນທາງທີ່ຜິດ

“SEC ໄດ້ພະຍາຍາມທີ່ຈະອ້າງສິດໃນການດູແລອຸດສາຫະກຳ crypto ແລະ ບິດເບືອນເນື້ອຫາຂອງກົດໝາຍຫຼັກຊັບ”

ນອກເໜືອຈາກການຮຽກຮ້ອງຂອງ Binance ແລະ Zhao, Binance.US ເຊິ່ງເປັນທີ່ຮູ້ຈັກຕາມກົດໝາຍໃນຊື່ວ່າ BAM Trading Services Inc ເຊິ່ງເປັນເວັບເທຣດ crypto ອາເມຣິກາ ກໍໄດ້ຮຽກຮ້ອງໃຫ້ສານຍົກຟ້ອງຂໍ້ກ່າວຫາໃນການຍື່ນເອກະສານແຍກຕ່າງຫາກໂດຍມີຄວາມຍາວ 56 ໜ້າໃນມື້ດຽວກັນ.

ທີ່ມາ:

cointelegraph

bnnbloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/