Cristiano Ronaldo ຍັງຄົງເຮັດໃຫ້ແຟນບານປະທັບໃຈຢູ່ສະເໝີ


ຂຶ້ນຊື່ວ່າ Cristiano Ronaldo ແລ້ວ ຫຼາຍຄົນກໍຮັບຮູ້ມາໂດຍຕະຫຼອດວ່າມີຄວາມສາມາດຢູ່ໃນລະດັບເທບສະເໝີມາ ເຖິງເວລາຈະຜ່ານໄປຫຼາຍປີອາຍຸຈະສູງຂຶ້ນ ແຕ່ກຳລັງເຫື່ອແຮງ ແລະ ການເຕະບານຍັງຄົງໂດດເດັ່ນສະເໝີ ແລະ ເຮັດໃຫ້ແຟນບານຕ່າງກໍພາກພູມໃຈເປັນທີ່ສຸດ.

ໃນຄືນວັນທີ 11 ກັນຍາ 2021 ທີ່ຜ່ານມາ ກໍຍິງໄດ້ເຖິງ 2 ປະຕູ ເປັນການລົງແຂ່ງກັບການມາຢູ່ທີມ ແມນຢູ, ເຊິ່ງຜົນຕອບຮັບດີເກີນຄາດ ຍິງປະຕູທຳອິດໃຫ້ແກ່ທີມ, ຖືວ່າເປັນການຕ້ອນຮັບທີ່ດີ ແລະ ແສນຈະພິເສດ ເຮັດໃຫ້ແຟນບານດີໃຈໄປພ້ອມໆກັນ. ຫຼັງຈາກທີ່ຊະນະໃນມື້ນັ້ນ Ronaldo ກໍໄດ້ສຳພາດວ່າ: ຕົນເອງກໍບໍ່ຄິດວ່າຈະຍິງໄດ້ເຖິງ 2 ປະຕູ, ຕອນທຳອິດຍິງໄດ້ 1 ປະຕູ ກໍຖືວ່າໂອເຄແລ້ວ ມັນເປັນສິ່ງທີ່ໜ້າເຫຼືອເຊື່ອ ແລະ ບໍ່ຄິດເລີຍວ່າແຟນບານຈະຮ້ອງເພງເປັນຊື່ຂ້ອຍຕະຫຼອດຈົນຈົບການແຂ່ງຂັນ, ເປັນການຕ້ອນຮັບທີ່ດີຈົນຕົກໃຈ ເພາະບໍ່ຄິດວ່າແຟນບານຈະຕ້ອນຮັບແບບອົບອຸ່ນພຽງນີ້, ຕະຫຼອດກ່ອນຈະແຂ່ງຂັນ ຕົນເອງຄິດພຽງວ່າຈະຕ້ອງຫຼິ້ນໃຫ້ອອກມາດີ ເພື່ອສະແດງໃຫ້ເຫັນວ່າຕົນເອງຍັງສາມາດຊ່ວຍທີມໄດ້, ຂ້ອຍຮູ້ສຶກພູມໃຈຫຼາຍ ທີ່ໄດ້ຢູ່ສະໂມສອນແຫ່ງນີ້ ແລະ ຈະເຮັດທຸກຢ່າງໃຫ້ສະໂມສອນ ພ້ອມແຟນໆພາກພູມໃຈ.

ສຳລັບຄືນນີ້ ກໍມີຕາຕະລາງແຂ່ງ Manchester United ພົບກັບ Young Boys ໃນເວລາ 23:45 ນາທີ, ຄາດວ່າ Ronaldo ກໍຈະລົງແຂ່ງ ເນື່ອງຈາກນັກເຕະບາງຄົນຍັງບໍ່ເຊົາເມື່ອຍຈາກການແຂ່ງ ແລະ ຖ້າຫາກລົງແຂ່ງອາດຈະສາມາດຍິງປະຕູໄດ້ ປະທະກັບຄູ່ແຂ່ງໄດ້ດີ ເພື່ອເປັນການກະຕຸ້ນໃຫ້ກັບ Ronaldo ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/