CR7 ຢໍ້າບໍ່ມີແຜນກັບໄປຫຼິ້ນລີກ ຢູໂຣບ ພ້ອມຊີ້ ລີກ ຊາອຸດີອາຣະເບຍ ດີກວ່າ Major League Soccer ຂອງອາເມຣິກາ


ໃນຄ່ຳຄືນທີ່ຜ່ານມາ ຫຼັງເກມອຸ່ນເຄື່ອງຄູ່ລະຫວ່າງ ສະໂມສອນ ອັລ ນານເຊີ ພົບກັບ ເຊວຕ້າ ບີໂກ້, ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີສະຕາ ອາຍຸ 38 ປີ ສັງກັດ ສະໂມສອນ ອັລ ນານເຊີ ໄດ້ອອກມາໃຫ້ສຳພາດກ່າວເຖິງ Major League Soccer ຂອງອາເມຣິກາ ທີ່ຫາກໍເປີດຕົວ ຊຸບເປີສະຕາ ເບີ 1 ຂອງໂລກຢ່າງ ລີໂອເນວ ເມັສຊີ ໄປວ່າຍັງບໍ່ດີເທົ່າ ລີກ ຊາອຸດີອາຣະເບຍ ທີ່ຕົນເອງ ແລະ ນັກເຕະຈາກລີກຢູໂຣບຫຼາຍໆຄົນທີ່ກຳລັງຫຼັ່ງໄຫຼເຂົ້າມາ.

ໂດຍ ຊຸບເປີສະຕາ ອາຍຸ 38 ປີ ອອກມາໃຫ້ສຳພາດວ່າ: “ລີກຊາອຸດີອາຣະເບຍ ດີກວ່າ ເມເຈີລີກຊັອກເກີ ຂ້ອຍເປີດທາງມາສູ່ລີກຊາອຸດີອາຣະເບຍ ຕອນນີ້ນັກເຕະຫຼາຍຄົນກຳລັງມາລີກນີ້ ໃນໄລຍະເວລາໜຶ່ງປີນັກເຕະຊັ້ນນຳຫຼັ່ງໄຫຼເຂົ້າມາລີກແຫ່ງນີ້ຫຼາຍຂຶ້ນເລື້ອຍໆ ແລະ ອີກໜຶ່ງປີທາງໜ້າ ລີກ ຊາອຸ ຈະແຊງໜ້າລີກ ຕຸຣເຄຍ ແລະ ລີກຂອງເນເທີແລນ”.

ນອກຈາກນີ້ ໂຣນັລໂດ້ ຍັງເປີດເຜີຍເຖິງອະນາຄົດການເປັນນັກເຕະອາຊີບຂອງຕົນເອງວ່າຕົນບໍ່ມີແຜນກັບໄປຫຼິ້ນໃນລີກ ຢູໂຣບ ອີກຢ່າງແນ່ນອນ. ໂດຍເຈົ້າຂອງ ບັລລອງດໍ 4 ສະໄໝກ່າວວ່າ:​ “ຂ້ອຍອາຍຸ 38 ປີແລ້ວ ແລະ ບານເຕະໃນຢູໂຣບເສຍຄຸນະພາບໄປຫຼາຍ ລີກດຽວທີ່ພໍຍັງເຮັດໄດ້ແມ່ນລີກ ອັງກິດ ພວກເຂົານຳໜ້າລີກອື່ນໆໄປໄກແລ້ວ. ລີກສະເປນກໍບໍ່ໄດ້ເຂັ້ມຂຸ້ນຫຼາຍ, ລີກໂປຕຸເກດກໍເປັນລີກທີ່ດີແຕ່ກໍບໍ່ແມ່ນລີກລະດັບຕົ້ນໆ, ສ່ວນລີກເຢຍລະມັນກໍເຮັດໄດ້ບໍ່ຄ່ອຍດີ”.

ໂຣນັລໂດ້ ໄດ້ລະບຸຕື່ມວ່າ ຕົນເປັນຄົນປຸກກະແສກິລາບານເຕະ ລີກ ອິຕາລີ ໃຫ້ກັບມາຄືກຄື້ນອີກຄັ້ງ ຫຼັງຍ້າຍໄປຢູ່ກັບ ສະໂມສອນ ຢູເວັນຕຸສ ເມື່ອປີ 2019. ໂດຍໂຣນັລໂດ້ກ່າວວ່າ: “ຕອນທີ່ຂ້ອຍຕັດສິນໃຈຍ້າຍໄປຫຼິ້ນໃນ ເຊເລອາ(ຊື່ລີກຂອງອິຕາລີ) ເຊິ່ງຕອນທີ່ຂ້ອຍຍ້າຍໄປຮອດນັ້ນມັນກໍຄືກັບລີກນີ້ມັນໄດ້ຟື້ນຄືນຊີບຂຶ້ນມາໃໝ່ອີກເທື່ອໜຶ່ງ”

ຂອບໃຈຂໍ້ມູນຈາກ: espn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/