Chris Evans ປະຕິເສດຂ່າວລືວ່າສະມາຊິກ Avengers ຈະກັບມາລວມຕົວກັນ


ໃນໄລຍະທີ່ຜ່ານມາມີຂ່າວລືຕ່າງໆນານາກ່ຽວກັບການກັບຄືນສູ່ຈໍຮູບເງົາອີກຄັ້ງຂອງ Captain America ເຊິ່ງເປັນໜຶ່ງໃນຕົວລະຄອນຍອດຮິດຈາກອານາຈັກ Marvel ວ່າຈະມີການກັບມາລວມຕົວກັນອີກຄັ້ງຂອງສະມາຊິກ Avengers ຮຸ່ນເກົ່າ ເຊິ່ງແນ່ນອນວ່າເປັນເລື່ອງທີ່ໜ້າຕື່ນເຕັ້ນຂອງແຟນໆ Marvel.

ແຕ່ສວນທາງກັບ Chris Evans ຜູ້ຮັບບົດບາດ Captain America ກໍໄດ້ອອກມາດັບຝັນຫຼາຍຄົນເປັນທີ່ຮຽບຮ້ອຍ ເມື່ອເຈົ້າຕົວໄດ້ອອກມາເປີດເຜີຍວ່າຍັງບໍ່ມີການໂອ້ລົມໃດໆກ່ຽວກັບແຟຣນຊາຍ Captain America ໃນພາກຕໍ່ໄປນັ້ນເອງ.

Chris Evans ເອງກໍໄດ້ໃຫ້ສຳພາດຜ່ານທາງລາຍການ The View ໂດຍກ່າວວ່າ “ຂ້ອຍເຫັນຂ່າວພວກນີ້ຕະຫຼອດ ເຊິ່ງຂ້ອຍບໍ່ຮູ້ຫຍັງເລີຍ ແລະ ຍັງບໍ່ມີໃຜຕິດຕໍ່ຂ້ອຍມາ” ພ້ອມຍັງກ່າວຕື່ມອີກວ່າ “ແຕ່ຟັງເດີ ຂ້ອຍບໍ່ໄດ້ຈະບອກວ່າມັນຈະບໍ່ມີມື້ນັ້ນເລີຍ ແຕ່ຂ້ອຍກໍຫວງມັນຫຼາຍ ເພາະມັນເປັນບົດທີ່ມີຄ່າທີ່ສຸດສຳລັບຂ້ອຍ ເພາະສະນັ້ນການຈະສ້າງພາກຕໍ່ໄປ ຈະຕ້ອງອອກມາໃນແບບທີ່ດີອີ່ຫຼີ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/