BTS ເຂົ້າຮັບການແຕ່ງຕັ້ງເປັນ “ຜູ້ແທນປະທານາທິບໍດີພິເສດ ສຳລັບຄົນຮຸ່ນໃໝ່ ແລະ ວັດທະນະທຳ”


ເມື່ອບໍ່ດົນມານີ້ ນັກຮ້ອງວົງ BTS ໄດ້ເຂົ້າຮັບໜັງສືແຕ່ງຕັ້ງເປັນ “ຜູ້ແທນປະທານາທິບໍດີພິເສດ ສຳລັບຄົນຮຸ່ນໃໝ່ ແລະ ວັດທະນະທຳ” Special Presidential Envoy for Future Generations and Culture, ເພື່ອເປັນຜູ້ນຳວາລະລະດັບໂລກເພື່ອຄົນຮຸ່ນໃໝ່ ໂດຍ BTS ຈະເຂົ້າຮ່ວມງານປະຊຸມຫຼັກລະຫວ່າງປະເທດເຊັ່ນ: ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດຄັ້ງທີ 76 ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ແລະ ເຮັດກິດຈະຕ່າງໆ.

ປະທານ ມຸນແຈອິນ Moon Jae-in ແຫ່ງ ສ.ເກົາຫຼີ ແຕ່ງຕັ້ງ BTS ກໍເພື່ອເປັນຜູ້ນຳໃນວາລະ ລະດັບໂລກສຳລັບຄົນຮຸ່ນໃໝ່ ເຊັ່ນ: ການເຕີບໃຫຍ່ທີ່ຍືນຍົງ ແລະ ເພື່ອກຽມການຂະຫຍາຍຄວາມສາມາດທາງການທູດ ໃຫ້ເໝາະສົມກັບສະຖານະຂອງປະເທດ ທີ່ໄດ້ຮັບການຍົກລະດັບຈາກປະຊາຄົມລະຫວ່າງປະເທດ.

ການແຕ່ງຕັ້ງທູດພິເສດນີ້ ເປັນສ່ວນໜຶ່ງຂອງການທູດສາທະລະນະ ເພື່ອຂະຫຍາຍຂອບເຂດທາງການທູດ ຜ່ານການລະດົມຄວາມສາມາດທາງການທູດຂອງປະຊາຊົນ ທູດພິເສດ ຈຶ່ງຖືກແຕ່ງຕັ້ງຂຶ້ນຜ່ານຄວາມຮ່ວມມືກັບຜູ້ຊ່ຽວຊານລະດັບເອກະຊົນ ທີ່ມີຜົນງານສຸດຍອດເທິງເວທີໂລກ ເພື່ອເປັນການສົ່ງເສີມພາບລັກຂອງປະເທດ ທີ່ສືບເນື່ອງໄປສູ່ປະເດັນລະດັບໂລກ.

BTS ຈະໄດ້ໄປຮ່ວມກັບປະທານາທິບໍດີ ມຸນແຈອິນ ທີ່ນິວຢອກເປັນເວລາ 5 ມື້ 4 ຄືນ (ວັນທີ 19-23 ກັນຍາ 2021) ແລະ ຈະໄດ້ຂຶ້ນເວທີສະມັດຊາໃຫຍ່ແຫ່ງສະຫະປະຊາຊາດຄັ້ງທີ 76 ພ້ອມນຳສະເໜີຄິບພາຍໃນງານໃນວັນທີ 21 ກັນຍາ 2021.

ໃນການປະຊຸມ ຜູ້ແທນປະທານາທິບໍດີພິເສດ ສຳລັບຄົນຮຸ່ໃໝ່ ແລະ ວັດທະນະທຳ, ແມ່ນຈະສົ່ງບົດຄວາມແຫ່ງຄວາມຫວັງ ແລະ ການໃຫ້ຄວາມຫ່ວງໃຍແກ່ເຍົາວະຊົນທົ່ວໂລກ. ນອກຈາກນັ້ນ ຈະເລີ່ມເຮັດກິດຈະກຳຕ່າງໆ ທີ່ຈະຊຸກຍູ້ໃຫ້ເກີດຂຶ້ນໃນລະດັບໂລກເຊັ່ນ: ​ສິ່ງແວດລ້ອມ, ການແກ້ໄຂຄວາມທຸກຍາກ ແລະ ບໍ່ເທົ່າທຽມ, ການເຄົາລົບຄວາມຫຼາກຫຼາຍ.

ໃນບົດເພງຊື່ “Permission to Dance” ຂອງວົງ  BTS ກໍເປັນບົດເພງໜຶ່ງ ທີ່ເປັນການໃຫ້ກຳລັງໃຈ ແລະ ສົ່ງຄວາມຮັກໃຫ້ແກ່ຜູ້ຄົນທົ່ວໂລກ ທີ່ກຳລັງຕົກຢູ່ໃນວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເພງທີ່ບົ່ງບອກເຖິງຄວາມຫ່ວງໃຍໂດຍກົງ ແລະ ກໍຊວນທຸກຄົນ ເຕັ້ນໄປນຳກັນມີຄວາມສຸກໄປດ້ວຍກັນ.

ນອກຈາກນີ້ ບົດເພງກໍຍັງສື່ວ່າ ເຖິງວ່າເຮົາຈະພົບວິກິດ ແຕ່ກໍຕ້ອງຜ່ານໄປໃຫ້ໄດ້ ແລະ ເພງຍັງສື່ເຖິງຄວາມປອງດອງ ສອດຄ່ອງກັບຄວາມຫວັງຂອງຜູ້ຄົນຕ່າງເຜົ່າພັນອີກພ້ອມ, ເນື້ອເພງຈະກົງກັບໂຈດໜ້າທີ່ຂອງປະທານາທິບໍດີພິເສດເລີຍກໍວ່າໄດ້.

ເປັນອີກບາດກ້າວໜຶ່ງທີ່ປະສົບຜົນສຳເລັດເປັນຢ່າງຍິ່ງ ແລະ ເປັນທີ່ໜ້າພູມໃຈ ທັງຄົນພາຍໃນປະເທດ ແລະ ແຟນເພງທັງຫຼາຍ. ໃນປີ 2020 ກໍເຄີຍຮັບໜ້າທີ່ນີ້ມາແລ້ວ ແລະ ປີນີ້ກໍຍັງເປັນອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/