ຕາລີບັນສັງຫານປະຊາຊົນທີ່ຕໍ່ຕ້ານຕົນເອງ


ເຂດ Panjshir Valley ໄດ້ມີຊາຍຜູ້ໜຶ່ງທີ່ແຕ່ງຕົວຢູ່ໃນຊຸດສູ້ຮົບຄືກັບທະຫານແຕ່ກໍບໍ່ສາມາດບົ່ງບອກໄດ້ວ່າແມ່ນທະຫານ ຫຼື ພົນລະເມືອງກັນແທ້ ເນື່ອງຈາກການຫາຊຸດດັ້ງກ່າວມາໃສ່ບໍ່ແມ່ນເລື່ອງຍາກ ບວກກັບສະຖານະການທີ່ອັບການິສຖານໃນປັດຈຸບັນແລ້ວ ປະຊາຊົນທີ່ຕໍ່ຕ້ານກຸ່ມຕາລີບັນຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ກະກຽມປົກປ້ອງຕົນເອງ ໂດຍສະເພາະໃນເຂດ Panjshir ທີ່ເປັນເຂດສູນລວມຂອງຜູ້ທີ່ຕ້ອງການຕໍ່ຕ້ານກຸ່ມທີ່ກຳລັງປົກຄອງປະເທດພວກເຂົາໃນຕອນນີ້.

ຊາຍຜູ້ທີ່ໄດ້ແຕ່ງຕົວໃນຊຸດທະຫານໄດ້ຖືກຖ່າຍບັນທຶກໄດ້ໃນວິດີໂອຈາກຜູ້ເຫັນເຫດການ ເຊິ່ງເນື້ອໃນວີດີໂອແມ່ນກຸ່ມຕາລີບັນຢືນອ້ອມຕັ້ງປືນຍິງໃສ່ຊາຍຜູ້ແຕ່ງຕົວໃນຊຸດທະຫານຈົນລົ້ມລົງກັບພື້ນດິນ ໂດຍຜູ້ຖ່າຍວິດີໂອໄດ້ຢືນຢັນວ່າລາວນັ້ນເປັນພົນລະເມືອງຄືກັນ.

ນອກຈາກນີ້ແລ້ວ ຍັງພົບວ່າຢ່າງໜ້ອຍມີພົນລະເມືອງ 20 ກວ່າຄົນໄດ້ຖືກສັງຫານພາຍໃນເຂດ Panjshir, ໜຶ່ງໃນເຫຍື່ອແມ່ນ Abdul Sami ເຈົ້າຂອງກິດຈະການຮ້ານຄ້າ ແລະ ມີລູກສອງຄົນ. ປະຊາຊົນໃນພື້ນທີ່ໄດ້ໃຫ້ຂໍ້ມູນວ່າເຈົ້າຂອງກິດຈະການນັ້ນບໍ່ຍອມອົບພະຍົບໜີອອກໄປເມື່ອຕາລີບັນໄດ້ເຂົ້າມາ ພ້ອມບອກວ່າລາວກໍເປັນພຽງແຕ່ເຈົ້າຂອງຮ້ານບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບສົງຄາມເລີຍ. ແຕ່ລາວກໍຖືກຈັບຕົວໂດຍຖືກກ່າວຫາວ່າຂາຍຊິມໂທລະສັບໃຫ້ແກ່ປະຊາຊົນຜູ້ທີ່ຕໍ່ຕ້ານ. ພາຍຫຼັງ ຮ່າງກາຍຂອງລາວກໍຖືກພົບໃກ້ກັບເຮືອນຂອງຕົນເອງ, ມີພະຍານທີ່ພົບເຫັນ Abdul Sami ໄດ້ໃຫ້ຂໍ້ມູນວ່າເຫັນຮ່ອງຮອຍການຖືກທໍລະມານນຳ.

ເຂດ Panjshir ໄດ້ເປັນບ່ອນຊຸມນຸມຂອງຜູ້ຕໍ່ໍຕ້ານມາດົນນານໃນປະເທດອັບການິສຖານ ນຳພາໂດຍ Ahmad Shah Massoud. ພວກເຂົາໄດ້ປະຕິບັດການຕໍ່ຕ້ານຕັ້ງແຕ່ສະໄໝໂຊຫວຽດເຄີຍເຂົ້າຮຸກຮານ ລວມໄປເຖິງກຸ່ມຕາລີບັນ. ສະຖານທີ່ດັ່ງກ່າວມີຂໍ້ໄດ້ປຽບເນື່ອງຈາກມີພູອ້ອມຮອບ ມັນຈຶ່ງເປັນອຸປະສັກແກ່ຜູ້ທີ່ຕ້ອງການເຂົ້າມາປົກຄອງ. ປັດຈຸບັນ Ahmad  ລູກຊາຍຂອງ Massoud ໄດ້ເປັນຜູ້ນຳພາກຸ່ມຕໍ່ຕ້ານຕາລີບັນເປັນຮອບທີສອງ ທັນທີທີ່ພວກເຂົາເຂົ້າຍຶດປະເທດ. ແຕ່ກຸ່ມຕໍ່ຕ້ານກໍຕ້ອງປະລາໄຊໃຫ້ກັບເຄື່ອງມື ແລະ ອຸປະກອນຄົບຊຸດໃນອາທິດທີ່ຜ່ານມາ, ຕາລີບັນໄດ້ປະກາດຍົກທຸງແຫ່ງໄຊຊະນະຕໍ່ເມືອງສຸດທ້າຍທີ່ຕໍ່ຕ້ານການປົກຄອງໃນປະເທດ ເຖິງແມ່ນວ່າກຸ່ມຕໍ່ຕ້ານຈະເສຍ ແຕ່ພວກເຂົາກໍໃຫ້ຄຳສາບານວ່າຈະບໍ່ຍອມ ພ້ອມທັງບອກໃຫ້ທົ່ວປະເທດລຸກຮືຂຶ້ນມາຕໍ່ຕ້ານ.

ເຖິງແມ່ນວ່າຕາລີບັນຈະອ້າງການເຂົ້າມາປົກຄອງຂອງຕົນເອງວ່າແມ່ນເພື່ອຄວາມສະຫງົບ ແລະ ເພື່ອປົກປ້ອງປະຊາຊົນ ແຕ່ພວກເຂົາກໍໄດ້ມີການປະຕິບັດຕໍ່ປະຊາຊົນຢ່າງເຂັ້ມງວດ ສົ່ງຜົນໃຫ້ມີຜູ້ເສຍຊີວິດນັບບໍ່ຖ້ວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/