Breadcrumbing ຄວາມສໍາພັນທີ່ມາຫຼິ້ນກັບຄວາມຮູ້ສຶກ ໂດຍເຮັດໃຫ້ເຮົາສົນໃຈ ແຕ່ບໍ່ຄິດຈະຄົບ


ໝູ່ເພື່ອນຫຼາຍຄົນເຄີຍຕົກຢູ່ໃນສະຖານະການນີ້ບໍ່? ເມື່ອມີຄົນມາລົມມາອ່ອຍເຮັດໃຫ້ເຮົາມີໃຈ, ເຮັດໃຫ້ເຮົາຄິດໄປໄກ, ເຮັດໃຫ້ເຮົາມັກ ແຕ່ມາຮອດມື້ທີ່ເຮົາພ້ອມຈະເລື່ອນສະຖານະຈາກຄົນລົມມາເປັນຄົນຮູ້ໃຈແບບຈິງຈັງ ແຕ່ຖືກປະຕິເສດກັບມາແບບເຮັດໃຫ້ເຮົາຮູ້ສຶກ “ອີ່ຫຍັງວະ” ແລະ ໝູ່ເພື່ອນຮູ້ບໍ່ວ່າ ຄວາມສໍາພັນແບບນີ້ມັນມີຊື່ເອີ້ນອີກພ້ອມ ເຊິ່ງມັນມີຊື່ວ່າ Breadcruming ຄວາມສໍາພັນທີ່ເຮັດໃຫ້ສົນໃຈ ແຕ່ບໍ່ຄິດຈະຄົບ.

ຄໍາວ່າ Breadcrumbing  ມັນແປວ່າການສົ່ງສັນຍານອ່ອຍໃຫ້ອີກຝ່າຍແຕ່ບໍ່ຜູກມັດ ຫຼື ຈະກ່າວໃຫ້ເຂົ້າໃຈງ່າຍໆ ຄືມາຕົວະໃຫ້ເຮົາມັກ ແລ້ວບໍ່ເອົາເຮົານັ້ນເອງ ຟັງແລ້ວຄວາມສໍາພັນແບບນີ້ຫຼາຍໆ ຄົນກໍໜ້າຈະເປັນຢູ່.

ທັງນີ້ Kelly Campbell ຮອງສາສະດາຈານດ້ານຈິດຕະວິທະຍາແລະການພັດທະນາມະນຸດ ຈາກ California State University ກໍໄດ້ເວົ້າເຖິງຄວາມສໍາພັນແບບ Breadcrumbing ວ່າ

ມັນຄືການເຮັດໃຫ້ໃຜບາງຄົນໃຫ້ມາສົນໃຈ ຜ່ານໂຊຊ່ຽວມີເດຍ ຫຼື ຜ່ານການສົ່ງຂໍ້ຄວາມ ໂດຍທີ່ບໍ່ຕ້ອງການພັດທະນາຄວາມສໍາພັນຂຶ້ນໄປຫຼາຍກວ່ານີ້ ພຽງແຕ່ຢາກເຮັດໃຫ້ອີກຝ່າຍສົນໃຈໃນຕົວເຮົາກໍເທົ່ານັ້ນ.

ແລ້ວເຮົາຈະຮູ້ໄດ້ແນວໃດວ່າ ມີຄົນທີ່ເຮັດແບບນີ້ກັບເຮົາຢູ່?

  • ຢ່າງທໍາອິດເລີຍແມ່ນເຂົາຄົນນັ້ນຈະພະຍາຍາມຫຼີກເວັ້ນເພື່ອມາພົບເຈົ້າ
    ຕົວຢ່າງເຊັ່ນ ເວລາເຈົ້ານັດເຈິຄົນໆ ນັ້ນລາວກໍມັກຈະຍົກເລີກຫຼືຫາຂໍ້ອ້າງທີ່ຈະບໍ່ມາຫາ, ພະຍາຍາມເຮັດໃຫ້ຕົນເອງຄາວຽກຢູ່ຕະຫຼອດ ຫຼື ອີກກໍລະນີໜຶ່ງທີ່ຊັດເຈນເລີຍແມ່ນຈະຫາຍໄປໃນໄລຍະເວລາໜຶ່ງໂດຍບໍ່ມີການບອກກ່າວ.
  • ເຮົາຈະຢູ່ກັບອາການສົງໄສທີ່ວ່າ ຕົກລົງແລ້ວເຮົາເປັນຫຍັງກັນ?
    ເຊິ່ງນັ້ນມັນກໍຄື ຄໍາເວົ້າຂອງລາວ ແລະ ພຶດຕິກໍາທີ່ລາວສະແດງອອກມາແມ່ນສວນທາງກັນ ຈົນເຮົາບໍ່ສາມາດຄາດເດົາໄດ້ ແລະ ຄິດສົງໄສວ່າຈະເອົາແນວໃດກັນແທ້ ແລ້ວທີ່ຜ່ານມາແມ່ນສົນໃຈເຮົາແທ້ຫຼືບໍ່?
  • ຕອນເຂົ້າມາຫາເຮົາຕອນທໍາອິດມັກເປັນຄົນອົບອຸ່ນລົມນໍາແລ້ວສະບາຍໃຈ ແຕ່ຮອດເວລາເຮົາຫຼິ້ນນໍາ ກໍເຮັດຕົວເຢັນຊາໃສ່
    ເຊື່ອວ່າຫຼາຍຄົນຕ້ອງສັງເກດເຫັນວ່າ ໃນຕອນທໍາອິດ ຄົນໆນັ້ນມັກຈະເຮັດໃຫ້ເຮົາສົນໃຈ ເຊັ່ນ: ຕອບຂໍ້ຄວາມໄວປານຄວາມໄວແສງ ຫຼື ມັກຈະເປັນຝ່າຍທີ່ເລີ່ມຊວນລົມກ່ອນ. ແຕ່ເມື່ອຮູ້ວ່າເຮົາມັກ, ເຮົາມີໃຈໃຫ້ເຂົາ ເຂົາກໍຈະເລີ່ມເຮັດຕົວເຫີນຫ່າງດ້ວຍການຕອບຊ້າ, ອ່ານແລ້ວບໍ່ຕອບ ເປັນຕົ້ນ.
  • ເຮົາບໍ່ສາມາດເຂົ້າໃຈ ຫຼື ອະທິບາຍການກະທໍາຂອງເຂົາໄດ້
    ເຮົາມັກຈະເສຍການຄວບຄຸມຕົນເອງ, ມີອາການສັບສົນ ຫຼື ຮູ້ສຶກຫງຸດຫງິດເວລາໄດ້ລົມກັບເຂົາຄົນນັ້ນ ເພາະເຮົາບໍ່ສາມາດອ່ານໃຈຂອງລາວໄດ້ວ່າກໍາລັງເຮັດຫຍັງຢູ່ (ຈະເອົາແນວໃດແລ້ວບອກ ບໍ່ແມ່ນມາເຮັດໃຫ້ມີໃຈແລ້ວຈາກໄປແບບເສີຍໆແບບນີ້ ຮູ້ບໍ່ວ່າຄົນທີ່ມັກ ມັນຮູ້ສຶກເສຍໃຈເດີ).

ສ່ວນເຫດຜົນຂອງຄົນທີ່ສ້າງຄວາມສໍາພັນແບບ Breadcrumbing ກັບຄົນອື່ນ Campbell ໄດ້ອະທິບາຍວ່າ ພວກເຂົາຈະຮູ້ສຶກດີເວລາເຮັດໃຫ້ຄົນອື່ນສົນໃຈໄດ້ ລວມໄປເຖິງຄວາມໝັ້ນນໃຈວ່າຕົນເອງມີຄ່າ.

ຖ້າຈະໃຫ້ເວົ້າໃນຮູບແບບທີ່ເຂົ້າໃຈງ່າຍສຸດໆ ກໍຄືກຸ່ມຄົນພວກນີ້ຫຼົງຕົນເອງະ ແລະ ທີ່ໜ້າເຈັບໃຈສຸດກໍຄືພວກເຂົາຈະບໍ່ຮູ້ສຶກຜິດກັບການຫຼິ້ນກັບຄວາມຮູ້ສຶກຂອງຄົນອື່ນ ແຕ່ໃນຂະນະດຽວກັນກໍມີຄວາມເປັນໄປໄດ້ທີ່ບາງຄົນນັ້ນອາດຈະມີແຟນຢູ່ແລ້ວ ພຽງແຕ່ຢາກຮຽກຮ້ອງຄວາມສົນໃຈຈາກຄົນອື່ນນອກຈາກແຟນຂອງຕົນເອງ.

ມາຮອດຈຸດນີ້ ເຮົາກໍມີວິທີຮັບມືກັບຄວາມສໍາພັນແບບ Breadcrumbing ມາແນະນໍານັ້ນກໍຄື ຮູ້ຈັກຮັກຕົນເອງໃຫ້ຫຼາຍໆ, ເປັນຕົວຂອງຕົນເອງ, ໃຊ້ຄຳເວົ້າໃນທາງດ້ານບວກກັບຕົນເອງຢ່າງສະໝໍ່າສະເໝີ ແລະ ຢ່າໃຈອ່ອນກັບຄໍາເວົ້າຂອງຄົນອື່ນງ່າຍໆ ແລະ ມື້ໃດມື້ໜຶ່ງໃນອະນາຄົດ ເຈົ້າຈະພົບເຈິກັບຄົນທີ່ຄູ່ຄວນກັບເຈົ້າ, ຄົນທີ່ບໍ່ໄດ້ເຂົ້າມາເພື່ອຫຼິ້ນກັບຄວາມຮູ້ສຶກເຈົ້າ ແຕ່ເປັນຄົນທີ່ພ້ອມຈະມອບຄວາມຮັກ, ຄວາມສໍາພັນແບບຈິງຈັງໃຫ້ເຈົ້າ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/