WHO ເຜີຍ ໃນໄລຍະ 3 ອາທິດທີ່ຜ່ານມາ ໂຣກໝາກສຸກລີງໄດ້ລະບາດໄປທົ່ວໂລກແລ້ວ 27 ປະເທດ ພ້ອມກັບພົບຜູ້ຕິດເຊື້ອ 780 ຄົນ


ໃນໄລຍະ 3 ອາທິດທີ່ຜ່ານມາ ໂຣກໝາກສຸກລີງແມ່ນໄດ້ແຜ່ລະບາດໄປທົ່ວໂລກໃນຫຼາຍໆ ປະເທດແລ້ວ ແລະ ເມື່ອບໍ່ດົນມານີ້ (5 ພຶດສະພາ 2022) ສໍານັກຂ່າວ BBC ໄດ້ລາຍງານວ່າ ອົງການອະນາໄມໂລກ (WHO) ເປີດເຜີຍວ່າ ໃນຂະນະນີ້ແມ່ນພົບຜູ້ຕິດເຊື້ອໝາກສຸກລີງທີ່ໄດ້ຮັບການຢືນຢັນແລ້ວເຖິງ 780 ຄົນໃນ 27 ປະເທດຢູ່ນອກອາຟຣິກາ ໂດຍບັນດາປະເທດດັ່ງກ່າວແມ່ນບໍ່ໄດ້ມີໂຣກໝາກສຸກລີງເປັນໂຣກປະຈໍາຖິ່ນ.

ເມື່ອອາທິດທີ່ຜ່ານມາ ຕົວເລກຂອງຜູ້ຕິດເຊື້ອກຸ່ມດັ່ງກ່າວຍັງຢູ່ທີ່ 257 ຄົນເທົ່ານັ້ນ ເຊິ່ງຊີ້ໃຫ້ເຫັນວ່າມີການແຜ່ລະບາດໃນປະເທດຕ່າງໆ ທົ່ວໂລກເພີ່ມຂຶ້ນເກືອບ 3 ເທົ່າໃນເວລາພຽງ 1 ອາທິດ, ໂດຍທາງ WHO ປະເມີນວ່າ ຕົວເລກທີ່ລາຍງານເຂົ້າມາອາດມີການປະເມີນຕໍ່າກວ່າຄວາມເປັນຈິງ.

ເຖິງວ່າຜູ້ຕິດເຊື້ອສ່ວນໃຫຍ່ຈະມີອາການບໍ່ຮຸນແຮງ ແຕ່ນີ້ກໍຖືເປັນຄັ້ງທໍາອິດທີ່ເຊື້ອໄວຣັສໝາກສຸກລີງແຜ່ລະບາດເປັນວົງກວ້າງໃນປະເທດຕ່າງໆ ນອກຈາກເຂດອາຟຣິກາກາງແລະອາຟຣິກາຕາເວັນຕົກ. WHO ໄດ້ປະເມີນວ່າ ຂະນະນີ້ຄວາມສ່ຽງຂອງໝາກສຸກລີງທີ່ມີຕໍ່ສາທາລະນະສຸກທົ່ວໂລກແມ່ນຍັງຢູ່ທີ່ລະດັບ ‘ປານກາງ’.

ພ້ອມນີ້ ຜູ້ຕິດເຊື້ອສ່ວນໃຫຍ່ແມ່ນມັກຈະພົບຢູ່ໃນພາກພື້ນຢູໂຣບແລະອາເມຣິກາເໜືອ ເຊິ່ງອັງກິດນັ້ນເປັນປະເທດທີ່ມີຜູ້ຕິດເຊື້ອສູງສຸດຢູ່ທີ່ 207 ຄົນ ຕາມມາດ້ວຍສະເປນ 156 ຄົນ ແລະ ໂປຕຸເກດແມ່ນຢູ່ທີ່ 138 ຄົນ ສ່ວນຜູ້ຕິດເຊື້ອທີ່ເຫຼືອແມ່ນກະຈາຍຕົວກັນຢູ່ໃນເມັກຊິໂກ, ອາເຈນຕິນາ, ໂມຣັອກໂກ  ແລະ ສະຫະລັດອາຣັບເອມິເຣດ ແຕ່ມີຈໍານວນບໍ່ຫຼາຍ.

ນອກຈາກນີ້ ລາຍງານຂອງ WHO ຍັງລະບຸນໍາວ່າ ບາງປະເທດກວດພົບຜູ້ຕິດເຊື້ອລາຍໃໝ່ທີ່ບໍ່ມີປະຫວັດກ່ຽວຂ້ອງກັບຜູ້ປ່ວຍທີ່ໄດ້ຮັບການຢືນຢັນກ່ອນໜ້າ ເຊິ່ງມີຄວາມເປັນໄປໄດ້ສູງທີ່ປະເທດອື່ນໆ ຈະພົບການແຜ່ລະບາດຂອງໄວຣັສຊະນິດນີ້ ແລະ ໝາກສຸກລີງຍັງມີທ່າອ່ຽງຈະແຜ່ລະບາດຕໍ່ໄປອີກ.

ຢ່າງໃດກໍດີ WHO ໄດ້ສົ່ງຄໍາເຕືອນວ່າ ເຖິງຄວາມສ່ຽງຂອງໄວຣັສໝາກສຸກລີງທີ່ມີຕໍ່ມະນຸດຈະຢູ່ໃນລະດັບຕໍ່າ ແຕ່ຄວາມສ່ຽງຕໍ່ພາກສາທາລະນະສຸກອາດເພີ່ມສູງຂຶ້ນໄດ້ຫາກເກີດໄວຣັສເກີດແຜ່ລະບາດໃນປະເທດທີ່ບໍ່ເຄີຍກວດພົບເຊື້ອດັ່ງກ່າວມາກ່ອນ. ໂດຍຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດຈາກການແຜ່ລະບາດໃນຮອບປັດຈຸບັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/