BlockFi ໄດ້ຫຼຸດພົ້ນຈາກການລົ້ມລະລາຍແລ້ວ ແລະ ກຽມພ້ອມທີ່ຈະຈ່າຍເງິນຄືນໃຫ້ກັບເຈົ້າໜີ້ບາງສ່ວນ


BlockFi ແພລັດຟອມໃຫ້ກູ້ຢືມເງິນ Crypto ຊື່ດັງໄດ້ຫຼຸດພົ້ນຈາກການລົ້ມລະລາຍ ແລະ ກຽມພ້ອມທີ່ຈະຈ່າຍເງິນຄືນໃຫ້ກັບເຈົ້າໜີ້ບາງສ່ວນແລ້ວ, ອີງຕາມຂໍ້ຄວາມທີ່ໄດ້ໂພສໃນແພລັດຟອມ X ໃນວັນທີ 24 ທີ່ຜ່ານມາໂດຍລະບຸວ່າ “ໃນປັດຈຸບັນ ລູກຄ້າເກືອບທັງໝົດທີ່ໃຊ້ບໍລິການສາມາດຖອນເງິນຈາກ wallet ໄດ້ແລ້ວ” ແລະ ໄດ້ກ່າວເສີມວ່າ ລູກຄ້າທີ່ນຳໃຊ້ບັນຊີດອກເບ້ຍ Blockfi (BIA) ແລະ ລູກຄ້າສິນເຊື່ອຈະສາມາດຖອນສິນຊັບຄືນບາງສ່ວນໄດ້ໃນຕົ້ນປີ 2024.

ອີງຕາມໂພສດັ່ງກ່າວ, ການທີ່ BlockFi ຫຼຸດພົ້ນຈາກການລົ້ມລະລາຍນັ້ນໝາຍຄວາມວ່າ ໃນປັດຈຸບັນບໍລິິສັດສາມາດກູ້ຄືນສິນຊັບຈາກບໍລິສັດອື່ນໆທີ່ເຊື່ອວ່າເປັນໜີ້ຂອງບໍລິສັດຕົນໄດ້, ເຊິ່ງລວມເຖິງແພລັດຟອມ Crypto ທີ່ລົ້ມລະລາຍໄປແລ້ວຄື Three Arrows Capital (3AC) ແລະ FTX. ນອກຈາກນີ້ ບໍລິສັດຍັງໄດ້ນໍາເງິນທຶນດັ່ງກ່າວມາແຈກຢາຍເປັນສິນຊັບຄືນໃຫ້ກັບເຈົ້າໜີ້ ແລະ ດຳເນີນຮຽກຮ້ອງສິດໃນການຮັບຄ່າຊົດເຊີຍຕໍ່ໄປ.

ໂດຍວິທີການການແຈກຈ່າຍເງິນໃຫ້ກັບລູກຄ້າ ທາງທີມງານຂອງບໍລິສັດນັ້ນໄດ້ແນະນໍາໃຫ້ລູກຄ້າ Wallet ທີ່ມີສິນຊັບໃນ BlockFi ເຂົ້າສູ່ລະບົບ ແລະ ສົ່ງຄຳຮ້ອງຂໍໃນການຂໍຖອນເງິນ ເຊິ່ງນີ້ຈະເຮັດໃຫ້ທາງທີມງານສາມາດດຳເນີນການຄືນເງິນໃຫ້ກັບລູກຄ້າໄດ້.

ໃນສ່ວນສຳລັບຂອງລູກຄ້າ BIA ແລະ ສິນເຊື່ອ BlockFi, ທາງທີມງານໄດ້ກ່າວຊີ້ແຈງວ່ ກຳລັງກະກຽມເພື່ອດຳເນີນໃນຂັ້ນຕອນເບື້ອງຕົ້ນຕາມແຜນການລົ້ມລະລາຍ. ໂດຍພວກເຂົາຄາດການວ່າຈະຈ່າຍເງິນຄືນໃຫ້ແກ່ລູກຄ້າພາຍຄັ້ງທຳອິດໃນຕົ້ນປີ 2024 ແລະ ຈະດຳເນີນການຈ່າຍເງິນເພີ່ມເຕີມຫຼັງຈາກນັ້ນ. ແລະສຳລັບຈຳນວນເງິນທີ່ຈະຈ່າຍຄືນນັ້ນຂຶ້ນຢູ່ກັບຄວາມສໍາເລັດຂອງ BlockFi ໃນການດໍາເນີນຄະດີລົ້ມລະລາຍຂອງ FTX ທ່າມກາງບັນດາປັດໄຈອື່ນໆ.

ທີ່ມາ:

cointelegraph

blockfi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/