Baby Tesla! ແມ່ຍິງຊາວອາເມຣິກາເກີດລູກໃນຂະນະທີ່ລົດ Tesla ກຳລັງຂັບຂີ່ໃນລະບົບອັດຕະໂນມັດ


ທີ່ຟິລາເດເຟຍ, ສະຫະລັດອາເມຣິກາ ໄດ້ມີການກຳເນີດ Tesla Baby ຫຼື ແອນ້ອຍ Tesla ຜູ້ທຳອິດຂອງໂລກອອກມາ. ເຊິ່ງເລື່ອງລາວມັນເລີ່ມຕົ້ນໃນເດືອນກັນຍາ ຈາກຍິງຊາວອາເມຣິກາ ຊື່ວ່າ Yiran Sherry ອາຍຸ 33 ປີ ໄດ້ຖືພາ ແລະ ກຳລັງຂັບລົດ Tesla ກັບສາມີ Keating Sherry ພ້ອມກັບ ລູກຊາຍອາຍຸ 3 ປີ ຂອງພວກເຂົາ ໂດຍໄດ້ຕັ້ງລະບົບຂັບອັດຕະໂນມັດໄປທີ່ໂຮງຮຽນຂອງລູກຊາຍ.

ແຕ່ວ່າກໍໄດ້ເກີດເຫດບໍ່ຄາດຄິດຂຶ້ນ, ໃນຂະນະທີ່ລົດຂອງພວກເຂົາຢູ່ໃນການຈະລາຈອນທີ່ຕິດຂັດ ບໍ່ສາມາດເຄື່ອນຍ້າຍໄດ້ນັ້ນ. Yiran ກໍຈຳເປັນຕ້ອງເກີດລູກໃນເວລານັ້ນແລ້ວ, ລູກໃນທ້ອງທີ່ກຳລັງເຄື່ອນໄຫວ ແລະ ບໍ່ມີສະຖານທີ່ໃດທີ່ພວກເຂົາຈະໄປຮອດໄດ້ທັນເວລາ. ການຕັດສິນໃຈລະຫວ່າງຈະລໍຖ້າຈົນກວ່າຈະຂັບຮອດໂຮງໝໍ ຫຼື ຈະເກີດອອກມາທັນທີນັ້ນເປັນສິ່ງທີ່ຍາກ.​ ແຕ່ຜູ້ເປັນສາມີກໍໄດ້ຕັ້ງລະບົບອັດຕະໂນມັດ ໂດຍຈະໃຫ້ພາຫະນະນີ້ເດີນທາງໄປທີ່ໂຮງໝໍເອງ ເຊິ່ງຫ່າງຈາກສະຖານທີ່ທີ່ພວກເຂົາຢູ່ປະມານ 20 ນາທີ. Keating ກ່າວວ່າລາວພຽງວາງມືຂ້າງໜຶ່ງໄວ້ເທິງພວງມາໄລ ແລະ ພະຍາຍາມຊ່ວຍເຫຼືອພັນລະຍາໃນການເກີດລູກ. ທັນທີທີ່ພວກເຂົາມາຮອດໂຮງໝໍ, Yiran ກໍໄດ້ໃຫ້ກຳເນີດລູກສາວຕົນເອງໃນລົດ Tesla ຮຽບຮ້ອຍ ແລະ ທາງພະຍາບານກໍໄດ້ມາຊ່ວຍເຫຼືອຕັດສາຍແຮ່ໃຫ້. ຫຼັງຈາກນັ້ນ ໝໍເຂົ້າມາກວດສຸຂະພາບຂອງລູກນ້ອຍ ແລະ ບອກວ່ານ້ອງສຸຂະພາບແຂງແຮງດີ. ນອກຈາກນັ້ນ, ຫຼັງຈາກທີ່ໄດ້ພັກຟື້ນໃນໂຮງໝໍແລ້ວ, ບັນດາພະຍາບານກໍພາກັນມາຫາ Tesla baby.

ທາງຄອບຄົວໄດ້ມີການພິຈາລະນາວ່າຈະໃຊ້ Tess ທີ່ກົງກັບຊື່ຂອງບໍລິສັດວ່າ Tesla ແຕ່ໃນທີ່ສຸດກໍເລືອກຊື່ໃຫ້ລູກສາວວ່າ Maeve Lily. ສຸດທ້າຍພວກເຂົາກໍໄດ້ກ່າວຂອບໃຈລະບົບທາງເລືອກນີ້ທີ່ຊ່ວຍໃຫ້ການກຳເນີດລູກສາວພວກເຂົາເປັນໄປຢ່າງປອດໄພ. ເລື່ອງລາວດັ່ງກ່າວນີ້ໄດ້ສ້າງຂ່າວດີພ້ອມທັງລຶບລ້າງພາບລັກທີ່ບໍ່ດີຂອງລົດ Tesla ເຖິງການກັງວົນຄວາມປອດໄພຈາກສາທາລະນະຊົນ ແລະ ເລື່ອງການຂົ່ມເຫັງຢູ່ສະຖານທີ່ເຮັດວຽກຂອງບໍລິສັດເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/