ຄ່າສ້ອມແປງແພງຫຼາຍ ກໍລະເບີດຖິ້ມໄປເລີຍ! ໜຸ່ມລະເບີດລົດ Tesla ຖິ້ມຫຼັງຈາກຊ່າງຄິດຄ່າປ່ຽນແບັດເຕີຣີ່ ແພງເກີນໄປ


ເລື່ອງລາວນີ້ເກີດຂຶ້ນທີ່ປະເທດຟິນແລນ ໂດຍເຈົ້າຂອງລົດ Tesla ຄັນນີ້ມີຊື່ວ່າ Tuomas Katainen ລາວໄດ້ໂພສວິດີໂອລົງໃນຊ່ອງ YouTube ສ່ວນຕົວຂອງລາວເພື່ອເລົ່າເຖິງເບື້ອງຫຼັງການລະເບີດລົດ Tesla Model S ຖິ້ມ ທີ່ມີມູນຄ່າສູງເຖິງ 95,000 ໂດລາສະຫະລັດ ແລະ ຕອນນີ້ກໍມີຍອດຮັບຊົມວິດີໂອດັ່ງກ່າວກວ່າ 4 ລ້ານວິວແລ້ວ.

ຈາກວິດີໂອ Tuomas ໄດ້ເລົ່າວ່າ ລາວໄດ້ຊື້ລົດຍີ່ຫໍ້ Tesla Model S ມາຕັ້ງແຕ່ປີ 2013 ເຊິ່ງໃນໄລຍະທຳອິດຂອງການຂັບຂີ່ຍັງໃຊ້ງານໄດ້ດີ ແຕ່ຫຼັງຈາກນັ້ນກໍປະສົບບັນຫາໂດຍມີໄຟເຕືອນຂຶ້ນ ລາວຈຶ່ງໄດ້ນຳເອົາລົດເຂົ້າໄປສູນບໍລິການຂອງ Tesla.

ຫຼັງຈາກເອົາລົດເຂົ້າສູນໄດ້ປະມານ 1 ເດືອນ Tuomas ກໍໄດ້ຮັບການຕິດຕໍ່ຈາກຊ່າງ ໂດຍຊ່າງໄດ້ບອກວ່າຕ້ອງປ່ຽນແບັດເຕີຣີ່ໃໝ່ທັງໝົດ ໂດຍມີຄ່າໃຊ້ຈ່າຍ 20,000 ຢູໂຣ ຫຼື ປະມານ 23,900 ໂດລາ ເມື່ອ Tuomas ຮູ້ແນວນັ້ນຈຶ່ງໄດ້ບອກກັບເຈົ້າໜ້າທີ່ວ່າ ຈະໄປຮັບລົດກັບມາເອງ ໂດຍບໍ່ໄດ້ດຳເນີນການປ່ຽນແບັດເຕີຣີ່ແຕ່ຢ່າງໃດ.

ເມື່ອລາວເອົາລົດກັບມາເຮືອນແລ້ວ ແລ້ວຈຶ່ງໄດ້ເລີ່ມແຜນການທີ່ຈະລະເບີດລົດຄັນນີ້ຖິ້ມ ເຊິ່ງການລະເບີດລົດ Tesla Model S ທີ່ມີມູນຄ່າ 95,000 ຄັນນີ້ຖືກຈັດຂຶ້ນທີ່ເໝືອງເກົ່າໃນ ເມືອງ Jaala ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດຟິນແລນ. ໂດຍ Tuomas ແລະ ທີມງານໄດ້ຕິດຕັ້ງລະເບີດທີ່ມີນ້ຳໜັກລວມກັນແລ້ວກວ່າ 33 ກິໂລອ້ອມທົ່ວຄັນລົດ ແລະ ຍັງມີການວາງຕຸກກະຕາໝີທີ່ມີໜ້າຂອງ Elon Musk, CEO ຂອງ Tesla ໄວ້ໃນລົດເພື່ອໃຫ້ລະເບີດໄປພ້ອມກັນອີກພ້ອມ.

ສຳລັບ Tesla ແລ້ວ ທີ່ຜ່ານມາແມ່ນມີສຽງຕອບຮັບຈາກຜູ້ບໍລິໂພກໃນດ້ານຕ່າງໆ ແລະ ໄດ້ຮັບການຍ້ອງຍໍວ່າດີກວ່າແບຣນລົດໄຟຟ້າທຸກແບຣນໃນຕະຫຼາດ ເຊິ່ງໃນອີກດ້ານໜຶ່ງທາງ Tesla ກໍຕ້ອງຕໍ່ສູ້ກັບຄຳວິຈານດ້ານລົບຈາກຜູ້ໃຊ້ທີ່ອອກມາເປັນໄລຍະ ເຊັ່ນດຽວກັນ.

ໃນສ່ວນຂອງລົດ Tesla Model S ນັ້ນ ມີລາຍງານບອກວ່າລາຄາປ່ຽນແບັດເຕີຣີ່ທັງໝົດ ຄວນຈະມີຄ່າໃຊ້ຈ່າຍຢູ່ປະມານ 5,000-7,000 ໂດລາ ແຕ່ເມື່ອລວມອາໄຫຼ່ລົດ ແລະ ຄ່າແຮງທັງໝົດພົບວ່າມີຄ່າໃຊ້ຈ່າຍທັງໝົດຢູ່ທີ່ 20,000 ໂດລາສະຫະລັດ ຄືກັບທີ່ Tuomas Katainen ຊາຍຊາວຟິນແລນຄົນນີ້ກໍາລັງພົບມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/