ມູນຄ່າ ຫຼຽນ KUB ຕົກລົງຢ່າງໄວວາ ຫຼັງຈາກທີ່ເຮັດ All Time High ໄດ້ໃນຕອນເຊົ້າຂອງມື້ນີ້


ລາຄາຫຼຽນ Bitkup Coin ຫຼື Kub ເຊິ່ງເປັນຫຼຽນປະຈຳເຄືອຂ່າຍຂອງ Bitkub Chain ຕົກລົງມາຢ່າງໄວວາໃນຕອນສວາຍຂອງວັນທີ 28 ທັນວານີ້ ຫຼັງຈາກຕອນເຊົ້າຂອງມື້ດຽວກັນໄດ້ເຮັດຈຸດສູງສຸດໃໝ່ເປັນປະຫວັດສາດ (All Time High) ທີ່ມີລາຄາ 580 ບາດ.

ການເຄື່ອນໄຫວຂອງລາຄາຫຼຽນ KUB ຮ້ອນແຮງຕັ້ງແຕ່ມື້ວານນີ້ ໂດຍປັບຕົວເພີ່ມຂຶ້ນຈາກລະດັບ 420-440 ບາດ ຂຶ້ນໄປເຮັດຈຸດສູງສຸດໃໝ່ເປັນປະຫວັດການທີ່ລະດັບ 580 ບາດ ໃນຕອນເຊົ້າຂອງວັນທີ 28 ທີ່ຜ່ານມານີ້ ເຊິ່ງເປັນຜົນຈາກການທີ່ Bitkub Chain ປະກາດນຳຫຼຽນ Kub ເຂົ້າໄປຊື້-ຂາຍໃນກະດານເທຣດ crypto ຂະໜາດໃຫຍ່ຂອງໂລກ 3 ແຫ່ງໄດ້ແກ່ Gate.io, CoinEx ແລະ MEXC Global.

ຢ່າງໃດກໍຕາມບໍ່ພໍຊົ່ວໂມງຜ່ານມາ ກໍເລີ່ມມີການເທຂາຍຫຼຽນ KUB ອອກເປັນຈຳນວນຫຼາຍ ສົ່ງຜົນໃຫ້ລາຄາຫຼຽນລົງມາຢ່າງໄວວາ. ໂດຍຫຼ້າສຸດເວລາ 11.50 ລາຄາຫຼຽນ KUB ເຄື່ອນໄຫວທີ່ລະດັບ 430 ບາດ ຄິດເປັນການລົດລົງຈາກຈຸດສູງສຸດປະມານ 26%.

ສຳລັບການເຄື່ອນໄຫວຂອງລາຄາຫຼຽນ KUB ທີ່ລະດັບ 430 ບາດນັບວ່າເປັນລາຄາທີ່ໃກ້ຄຽງກັບການເຄື່ອນໄຫວໃນໄລຍະຂອງມື້ວານນີ້ ກ່ອນທີ່ຫຼຽນ KUB ຈະຂຶ້ນໄປເຮັດຈຸດສູງສຸດໃໝ່ເປັນປະຫວັດສາດ.

ທີ່ມາ: https://cutt.ly/uUbYIN6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/