Antony ນັກເຕະໃໝ່ Man U ຍິງປະຕູໄດ້ຕັ້ງແຕ່ນັດທຳອິດ ຊ່ວຍ Man U ເອົາຊະນະ Arsenal ໄປ 3-1

Antony

ຈົບລົງໄປແລ້ວກັບ Big Match ປະຈຳອາທິດທີ 6 ຂອງເສິກ ພຣີເມຍລີກ ທີ່ເປັນການພົບກັນລະຫວ່າງ ແມນເຊັສເຕີ້ ຢູໄນເຕັດ ທີມທີ່ກຳລັງຟອມແຮງ ແລະ ອາເຊນອລ ທີມທີ່ຊະນະຕິດຕໍ່ກັນມາ 6 ນັດ. ເຊິ່ງເກມນັດນີ້ ຖືໄດ້ວ່າເຮັດໃຫ້ແຟນ ແມນຢູ ນັ້ນຍິ້ມບໍ່ຫຸບເລີຍ ເພາະ ອັນໂທນີ່ ຊານໂຕສ ນັກເຕະໃໝ່ຂອງແມນຢູ ທີ່ຫາກໍເປີດຕົວໄປເມື່ອ 2-3 ມື້ທີ່ຜ່ານມາ ໄດ້ເປີດຕົວລົງຫຼິ້ນເປັນຕົວຈິງ ແລະ ສາມາດຍິງປະຕູໄດ້ ຈົນພາແມນຢູ ຄວ້າໄຊຊະນະເໜືອ ອາເຊນອລ ໃນເກມນັດນີ້ໄປໄດ້.

ສຳລັບ ອັນໂທນີ່ ໃນນັດນີ້ ແມ່ນລົງມາປະຈຳການໃນຕຳແໜ່ງ ປີກຂວາ ເຖິງແມນວ່າບາງຈັງຫວະຈະຍັງບໍ່ເຂົ້າໃຈກັບໝູ່ເພາະນີ້ຍັງເປັນນັດທຳອິດ ແລະ ຍັງບໍ່ໄດ້ຊ້ອມຮ່ວມກັນຫຼາຍປານໃດ ແຕ່ດ້ວຍທັກສະ ແລະ ຄວາມສາມາດສະເພາະຕົວ ຈຶ່ງຍັງເຮັດໃຫ້ເກມບຸກດ້ານຂວາ ຂອງແມນຢູນັ້ນມີຄວາມອັນຕະລາຍ ແລະ ສ້າງຄວາມປັ່ນປ່ວນໃຫ້ກັບກອງຫຼັງ ອາເຊນອລຢູ່ໃນຫຼາຍໆຈັງຫວະ.

Antony

ກ່ອນທີ່ສຸດທ້າຍໃນນາທີ 35 ຂອງເກມ ອັນໂທນີ່ ກໍມາຍິງປະຕູທຳອິດຂອງຕົນໄດ້ໃນສີເສື້ອ ແມນຢູ ໄດ້ ແລະຍັງເປັນປະຕູທີ່ຊ່ວຍໃຫ້ແມນຢູ ຄາຍຄວາມກົດດັນ ຂຶ້ນນຳອາເຊນອລໄປ 1 ປະຕູຕໍ່ 0  ກ່ອນທີ່ ໃນເຄິ່ງເວລາທີ 2 ມາຄັສ ຣັສຟອດ ຈະມາຍິງ ເພີ່ມອີກ 2 ປະຕູ ຊ່ວຍ ແມນຢູ ດັບຄວາມຮ້ອນແຮງຂອງ ອາເຊນອລ ທີ່ຊະນະມາ 6 ນັດຊ້ອນ ດ້ວຍສະກໍ 3 ປະຕູຕໍ່ 1.

Antony

ກ່ອນເກມນັດນີ້ຈະເລີ່ມຂຶ້ນ ຫຼາຍຝ່າຍຄາດການກັນວ່າ ອັນໂທນີ່ ນັກເຕະໃໝ່ ມູນຄ່າ 100 ລ້ານຢູໂຣ ຂອງແມນຢູ ຈະໄດ້ລົງສະໜາມໃນນັດນີ້ໃນຖານະຕົວສຳຮອງ ເພາະເນື່ອງຈາກສະພາບຮ່າງກາຍທີ່ອາດຈະຍັງບໍ່ສົມບູນ ແລະ ຍັງບໍ່ໄດ້ຊ້ອມຮ່ວມກັບທີມຫຼາຍປານໃດ. ແຕ່ເມື່ອມີການປະກາດລາຍຊື່ 11 ນັກເຕະຕົວຈິງຂອງແມນຢູອອກມາ ເຮັດໃຫ້ແຟນແມນຢູຫຼາຍໆຄົນຕື່ນເຕັ້ນ ເພາະ ເອຣິກ ເທັນຮາດ ໃຫ້ໂອກາດປີກຂວາລີລາດີຄົນນີ້ ລົງຫຼິ້ນເປັນຕົວຈິງ ໃນ 3 ປະສານຂອງເກມບຸກ ຮ່ວມກັບ ຈາດອນຊານໂຊ້ ແລະ ມາຄັສ ຣັສຟອດ ຕັ້ງແຕ່ນັດທຳອິດເລີຍ.

Antony

ເຊິ່ງໄຊຊະນະໃນນັດນີ້ຖືເປັນການຊະນະ 4 ນັດຊ້ອນ ຂອງແມນຢູ ແລະ ສຳລັບນັດຕໍ່ໄປຂອງແມນຢູ ແມ່ນຈະມີຄິວເປີດສະໜາມ Old Trafford ຮັບການມາຢາມຂອງ ເຣອັນ ໂຊເຊດາດ ໃນວັນທີ 8 ກັນຍາ ຂອງເສິກ ຢູໂຣປາລີກ ມາລຸ້ນນຳກັນວ່າ ແມນຢູ ທີ່ກຳລັງໄປໄດ້ດີໃນຕອນນີ້ ຈະສາມາດເກັບໄຊ 5 ນັດຊ້ອນໄດ້ຫຼືບໍ່.

      ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply