ລັດຖະບານໃຫ້ຄຳໝັ້ນສັນຍາຈະປັບປຸງການຕິດຕາມກວດກາການລົງທຶນຂອງລັດ ເພື່ອຮັບປະກັນໃຫ້ຂະບວນການດັ່ງກ່າວມີປະສິດທິຜົນ ແລະ ມີຄວາມສາມາດກວດກາ ແລະ ສົ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
ການໃຫ້ຄຳໝັ້ນສັນຍາດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມຄະນະຊີ້ນຳການຄຸ້ມຄອງການລົງທຶນພາກລັດຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນນີ້, ໂດຍການເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມມີຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ກະຊວງການເງິນ ເຂົ້າຮ່ວມ.
ທ່ານນາງ ພອນວັນ ກ່າວວ່າ: ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ຈະສືບຕໍ່ເອົາໃຈໃສ່ພັດທະນາປະເທດຢ່າງມີຄຸນະພາບ, ມຸ່ງໜ້າໄປໃນທິດທາງສີຂຽວ ແບບຍືນຍົງ. ສະນັ້ນ, ຕ້ອງມີການປັບປຸງການຄຸ້ມຄອງການລົງທຶນຂອງລັດ ເຊິ່ງເປັນໜຶ່ງໃນບັນດາເປົ້າໝາຍຂອງລັດຖະບານ ເພື່ອຮັບປະກັນປະສິດທິຜົນ ແລະ ເຮັດໃຫ້ການລົງທຶນໄດ້ຜົນປະໂຫຍດສູງສຸດ, ຍືນຍົງ ແລະ ນຳໄປສູ່ການເຕີບໃຫຍ່ຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ.”
ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: “ແຜນດຳເນີນການຄຸ້ມຄອງການລົງທຶນຂອງລັດໄລຍະ 2022-2030 ແມ່ນຫຼັກຖານທີ່ຈະແຈ້ງວ່າລັດຖະບານຕັ້ງໃຈປັບປຸງການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
ກອງປະຊຸມໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງການລົງທຶນຂອງລັດ ໄລຍະ 2022-2030 ແລະ ປຶກສາຫາລືກ່ຽວກັບໂຄງການຝຶກອົບຮົມຕ່າງໆ. ເພື່ອປັບປຸງການຄຸ້ມຄອງການລົງທຶນຂອງລັດ, ໂດຍຄະນະຊີ້ນຳຈະດຳເນີນໂຄງການເຝິກອົບຮົມຄັ້ງໃຫຍ່ໃນທົ່ວປະເທດ ໃນເດືອນກຸມພາ ປີ 2024.
ຜູ້ທີ່ເຂົ້າຮ່ວມຈະເປັນບຸກຄະລາກອນທີ່ຮັບຜິດຊອບໃນການວາງແຜນ ແລະ ປະເມີນຜົນທົ່ວທຸກຂະແໜງການ ແລະ ທ້ອງຖິ່ນ ເພື່ອແນໃສ່ການສ້າງຄວາມສາມາດໃນການສ້າງແຜນການລົງທຶນຂອງລັດ. ເຊິ່ງໂຄງການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ຮັບການສະໜັບສະໜູນຈາກອົງການ JICA.
ຂອບເຂດທີ່ໄດ້ຕົກລົງຈະຊ່ວຍໃນການຕິດຕາມກວດກາຄວາມຄືບໜ້າຂອງການເຄື່ອນໄຫວຢ່າງມີປະສິດທິຜົນ ໃນຂະນະທີ່ໂຄງການເຝິກອົບຮົມຈະເປັນພື້ນຖານເພື່ອເສີມຂະຫຍາຍຄວາມສາມາດຂອງພະນັກງານລັດຖະກອນໃນວຽກງານກ່ຽວກັບການລົງທຶນຂອງລັດ.
ໃນ 9 ເດືອນຜ່ານມາ, ການລົງທຶນທັງໝົດໃນລາວ ບັນລຸໄດ້ປະມານ 78.693 ຕື້ກີບ ເທົ່າກັບ 151.05% ຂອງແຜນການ. ໃນທ້າຍປີນີ້ ຄາດວ່າ ຈະເພີ່ມຂຶ້ນຕື່ມອີກ ປະມານ 90.838 ຕື້ກີບ ເທົ່າກັບ 174.36 ເປີເຊັນ ຂອງແຜນການປີ 2023. ເຊິ່ງຕົວເລກດັ່ງກ່າວ ແມ່ນສູງກວ່າທີ່ຄາດໄວ້ໃນຕອນຕົ້ນ ເພາະມີການລົງທຶນຈາກພາກເອກະຊົນຫຼາຍຂຶ້ນ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/