5 ວັນອັນຕະລາຍ ອຸບັດຕິເຫດ 217 ຄັ້ງ ເສຍຊີວິດ 36 ຄົນ ທົ່ວ ສປປ ລາວ ໄລຍະສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່


ນັບຕັ້ງແຕ່ວັນທີ 29 ທັນວາ 2020 ຫາ ວັນທີ 4 ມັງກອນ 2021 ມານີ້ ມີອຸບັດຕິເຫດຕາມຖະໜົນຫຼາຍພ້ອມທັງມີຜູ່ຄົນທີ່ເສຍຊີວິດອີກດ້ວຍ.

      ຈາກການລາຍງານຂ່າວ ໜັງສືພິມວຽງຈັນທາມ ໄດ້ແຈ້ງໃຫ້ຮູ້ວ່າ: ໃນການສະຫຼອງປີເກົ່າຕ້ອນຮັບປີໃໝ່ທີ່ຜ່ານມານີ້ ມີອຸບັດຕິເຫດກວມເອົາທົ່ວປະເທດທັງໝົດເກີດຂຶ້ນ 217 ຄັ້ງ ແລະ ມີຜູ່ເສຍຊີວິດທັງໝົດ 36 ຄົນ.

      ກົມໃຫຍ່ຕໍາຫຼວດຈາລະຈອນໄດ້ໃຫ້ຂໍ້ມູນວ່າ: ອຸບັດຕິເຫດສ່ວນໃຫຍ່ແລ້ວ ຫຼັກໆແມ່ນເກີດຈາກການດື່ມຂອງມຶນເມົາ ສາມາດລວບລວມໄດ້ເປັນ 72 ຄັ້ງ ເຮັດໃຫ້ມີຜູ່ເສຍຊີວິດກວມເອົາ 17 ຄົນ, ຖັດລົງມາແມ່ນ ເກີດຈາກການຂັບຂີ່ດ້ວຍຄວາມໄວເກີນກໍານົດພ້ອມທັງຄວາມປະໝາດເກີດເປັນອຸບັດຕິເຫດ 65 ຄັ້ງ ແລະ ເຮັດໃຫ້ມີຜູ່ເສຍຊີວິດ 13 ຄົນ ໃນກໍລະນີດັ່ງກ່າວ. ສະເພາະນະຄອນຫຼວງວຽງຈັນນັ້ນໃນໄລຍະ 5 ວັນທີ່ຜ່ານມາມີອຸບັດຕິເຫດເກີດຂຶ້ນຈໍານວນທັງໝົດ 41 ຄັ້ງ ປະກອບຜູ່ເສຍຊີວິດຈໍານວນ 7 ຄົນ.

      ໃນການເກີດອຸບັດຕິເຫດແຕ່ລະຄັ້ງນັ້ນ ສ່ວນຫຼາຍແມ່ນເກີດຈາກການດື່ມຂອງມຶນເມົາ ເຮັດໃຫ້ຂາດສະຕິ, ຮອງມາແມ່ນຂັບຂີ່ລົດໂດຍປະໝາດ ບໍ່ເຄົາລົບກົດຈາລະຈອນ. ສະນັ້ນ ເມື່ອເກີດເຫດການດັ່ງນີ້ກໍຢາກວິງວອນຂໍໃຫ້ທຸກໆຄົນຂັບຂີ່ລົດໂດຍມີສະຕິ, ເຄົາລົບກົດຈາລະຈອນ ພ້ອມທັງບໍ່ປະໝາດ ແລະ ໃຫ້ກຽດເຊິ່ງກັນແລະກັນ. ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດຕາມຖະໜົນ ແລະ ເພື່ອໂຕຂອງເຮົາເອງ.

ທີ່ມາ: https://laothai.org/2021/01/26685/?fbclid=IwAR3_UcS2W5bXZxtCUDWR79-syBhGIYhRJaNfG-WE-eLTn00j0nUbpQOch1I