10 ໝາກໄມ້ຄາຍຮ້ອນທີ່ຈະຊ່ວຍໃຫ້ຮ່າງກາຍຂອງເຮົາບໍ່ຂາດນໍ້າ ເເຖມຍັງມີປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ທີ່ຈະຊ່ວຍໃຫ້ທ່ານສົດຊື່ນ ເເລະ ຍັງມີສຸຂະພາບທີ່ດີອີກດ້ວຍ.
- ໝາກໂມ
ໝາກໄມ້ລະດູຮ້ອນກໍຕ້ອງຍົກໃຫ້ໝາກໂມເລີຍ, ໝາກໂມອຸດົມໄປດ້ວຍວິຕາມິນຊີ, ວິຕາມິນເອ, ວິຕາມິນບີ, ໂພແທດຊຽມ, ສັງກະສີ, ທອງແດງ ແລະ ແຮ່ທາດອື່ນໆໝາກໂມຍັງມີນ້ຳເປັນຈຳນວນຫຼາຍ ຈະເອົາໄປປັ່ນ ຫຼື ກິນເເບບປົກກະຕິກໍຊ່ວຍໃຫ້ຄາຍຮ້ອນໄດ້ດີ.
- ສະຕໍເບີຣີ
ສະຕໍເບີຣີ’ ຍັງເປັນໜຶ່ງໃນຫມາກໄມ້ທີ່ເຕັມໄປດ້ວຍນໍ້າ. ການຄົ້ນຄວ້າໄດ້ເປີດເຜີຍວ່າ ການກິນສະຕໍເບີຣີເປັນປະຈຳຈະຊ່ວຍລົດການອັກເສບ, ປ້ອງກັນພະຍາດຫົວໃຈ, ເບົາຫວານ, ຄວາມຈຳເສື່ອມ ແລະ ມະເຮັງຫຼາຍຊະນິດ ມັນຍັງອຸດົມໄປດ້ວຍວິຕາມິນ C ເເລະ ສານຕ້ານອະນຸມູນອິດສະລະ, ໄຟເບີ ແຕ່ແຄລໍຣີຕໍ່າ.
- ແຄນຕາລຸບ
ແຄນຕາລຸບ ໜຶ່ງຖ້ວຍ (177 ກຣາມ) ປະກອບໄປດ້ວຍນ້ຳປະມານ 90% ຊ່ວຍໃຫ້ຮ່າງກາຍສົດຊື່ນ ພ້ອມຍັງລົດຜ່ອນຄວາມຢາກອາຫານ. ນອກຈາກນີ້ຍັງອຸດົມໄປດ້ວຍວິຕາມິນ C, fiber ແລະ ວິຕາມິນ A, ເຊິ່ງຊ່ວຍເພີ່ມພູມຕ້ານທານໂດຍປ້ອງກັນການຕິດເຊື້ອ ແລະ ບຳລຸງສາຍຕາ.

- Peach
Peach ເປັນໝາກໄມ້ທີ່ອຸດົມໄປດ້ວຍສານອາຫານທີ່ໃຫ້ຄວາມຊຸ່ມຊື່ນແກ່ຜິວໜັງ, ລວມທັງນໍ້າ, ວິຕາມິນເອ, ວິຕາມິນຊີ, ວິຕາມິນບີ ແລະ ໂພແທດຊຽມ. ນອກຈາກນີ້ມັນຍັງເປັນແຫຼ່ງທີ່ດີຂອງໂພແທດຊຽມ ແລະ phosphorus ອີກດ້ວຍ.
- ໝາກກ້ຽງ
ໝາກກ້ຽງມີວິຕາມິນຊີ ແລະ ໂພແທດຊຽມທີ່ຊ່ວຍເພີ່ມການເຮັດວຽກຂອງພູມຕ້ານທານ, ບຳລຸງຫົວໃຈໃຫ້ແຂງແຮງ, ເເລ້ວປະກອບໄປດ້ວຍນໍ້າ ແລະ fiber ທີ່ຊ່ວຍລົດຜ່ອນຄວາມຢາກອາຫານ ເຮັດໃຫ້ທ່ານຮູ້ສຶກອີ່ມ. ຈາກການສຶກສາພົບວ່າ ການບໍລິໂພກໝາກໄມ້ຣົດສົ້ມເປັນປະຈຳເຊັ່ນ: ໝາກກ້ຽງ ສາມາດຊ່ວຍປ້ອງກັນພະຍາດໜິ້ວໃນໄຂ່ຫຼັງໄດ້ ເນື່ອງຈາກອາຊິດ citric ສາມາດດັກຈັບ Calcium oxalate ທີ່ກໍ່ຕົວຂຶ້ນເປັນຫີນ ແລະ ຂັບອອກຈາກຮ່າງກາຍ.
- ໝາກພ້າວ
ອາກາດຮ້ອນໆແບບນີ້ ບໍ່ມີຫຍັງດີໄປເທົ່າການດື່ມນ້ຳໝາກພ້າວເຢັນໆອີກເເລ້ວ ນອກຈາກຈະເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ເຮັດໃຫ້ທ່ານບໍ່ຂາດນ້ຳ ແລະ ຍັງອຸດົມສົມບູນໄປດ້ວຍ electrolytes ໂພແທດຊຽມ, ໂຊດຽມ ແລະ chloride ອີກດ້ວຍ, ຈາກການສຶກສາພົບວ່າ ນໍ້າໝາກພ້າວອາດຈະເປັນປະໂຫຍດການທົດເເທນນ້ຳທີ່ເສຍໄປ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ ເໝາະສຳລັບດື່ມຫຼັງອອກກຳລັງກາຍ.

- ແອັບເປິ້ນ
ໝາກໄມ້ທີ່ຫຼາຍຄົນມັກນີ້ປະກອບໄປດ້ວຍນ້ຳ 85% ແລະ ເປັນແຫຼ່ງວິຕາມິນຕ່າງໆ, fiber ແລະ ສານຕ້ານອະນຸມູນອິດສະຫຼະທີ່ສໍາຄັນເເຖມມີແຄລໍຣີຕໍ່າອີກດ້ວຍ.
- ບລູເບີຣີ
ບລູເບີຣີເຕັມໄປດ້ວຍ Fiber, ວິຕາມິນ ແລະ ແຮ່ທາດ ,ຕົວຂອງມັນປະກອບໄດ້ດ້ວຍນ້ຳ 84% ບໍ່ພຽງແຕ່ເທົ່ານັ້ນ, ມັນຍັງມີສານຕ້ານອະນຸມູນອິສະລະ ເຊິ່ງມີຄຸນສົມບັດຊ່ວຍປົກປ້ອງເຊລຈາກການຖືກທຳລາຍ.
- ໝາກນັດ
ໝາກນັດມີຄຸນຄ່າທາງໂພຊະນາການ ລວມທັງວິຕາມິນ C, ວິຕາມິນບີ, ແມກນີຊຽມ, ໂພແທດຊຽມ ແລະ manganese, ເຊິ່ງມີລິດຕ້ານການອັກເສບ, ຊ່ວຍປ້ອງກັນ sinusitis ແລະ osteoarthritis.

- Melon
Melon ມີຣົດຫວານ ເເລະ ເປັນແຫຼ່ງຂອງໂພແທດຊຽມ, ວິຕາມິນ C, ໂຟເລດ, ແມກນີຊຽມ, ແລະ ວິຕາມິນ K. ໃນຕົວມັນຍັງມີນໍ້າຫຼາຍ ຄືກັນກັບໝາກໂມທີ່ເຮົາມັກກິນນັ້ນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/