ໄວໜຸ່ມຍີ່ປຸ່ນ 17,4% ລະບຸວ່າຕົນເອງບໍ່ໄດ້ຕ້ອງການແຕ່ງງານ


ໄວໜຸ່ມຍີ່ປຸ່ນ 17,4% ລະບຸວ່າຕົນເອງບໍ່ໄດ້ຕ້ອງການແຕ່ງງານໃນອະນາຄົດ ເນື່ອງຈາກບໍ່ຢາກມີພາລະດ້ານການເງິນ ແລະ ບັນຫາມາກະທົບຈິດໃຈເພາະການຈະລ້ຽງເດັກຄົນໜຶ່ງນັ້ນບໍ່ແມ່ນເລື່ອງງ່າຍເລີຍ.

ສຳນັກຂ່າວ Kyodo News ໄດ້ເປີດເຜີຍລາຍງານຈາກຜົນສຳຫຼວດມູນນິທິ Nippon Foundation ທີ່ໄດ້ສອບຖາມກັບປະຊາຊົນ 1.000 ຄົນຜ່ານອອນລາຍໃນເດືອນທັນວາທີ່ຜ່ານມາ ພົບວ່າໄວໜຸ່ມຍີ່ປຸ່ນທີ່ມີອາຍຸລະຫວ່າງ 17-19 ປີ 65,5% ລະບຸວ່າພວກເຂົາຕ້ອງການແຕ່ງງານ, 17,4% ລະບຸວ່າພວກເຂົາບໍ່ຕ້ອງການແຕ່ງງານເລີຍ ແລະ ມີພຽງ 16,5% ເທົ່ານັ້ນທີ່ໝັ້ນໃຈວ່າພວກເຂົາຈະແຕ່ງງານແນ່ນອນໃນອະນາຄົດ.

ເມື່ອຖາມວ່າເປັນຫຍັງພວກເຂົາຈຶ່ງບໍ່ຕ້ອງການແຕ່ງງານ 47,3% ຂອງຜູ້ຊາຍທີ່ຕອບແບບສອບຖາມທັງໝົດບອກວ່າເຂົາເຈົ້າຍັງບໍ່ມີແຟນ ຫຼື ບໍ່ຄິດວ່າຈະມີໃນອະນາຄົດສ່ວນ 23,2% ບອກວ່າພວກເຂົາກັງວົນກ່ຽວກັບສະຖານະພາບທາງການເງິນ.

ທາງຝ່າຍຜູ້ຍິງ 52,3% ບອກວ່າການເປັນໂສດນັ້ນມີບັນຫາກະທົບຈິດໃຈໜ້ອຍກວ່າຫຼາຍເທົ່າຕົວ, 36,9% ລະບຸວ່າພວກເຂົາບໍ່ຕ້ອງການມີລູກ ແລະ 35.1% ບອກວ່າບໍ່ຢາກສູນເສຍອິດສະຫຼະພາບຂອງຕົນໄປ.

ເຖິງຢ່າງໃດກໍຕາມ ນີ້ຖືເປັນເລື່ອງທ້າທາຍສຳລັບປະເທດຍີ່ປຸ່ນທີ່ກຳລັງປະສົບບັນຫາອັດຕາການເກີດພາຍໃນປະເທດທີ່ຕໍ່າລົງຫຼາຍ ໂດຍສະເພາະໃນໄລຍະທີ່ ໂຄວິດລະບາດຈົນລັດຖະບານກ່າວວ່ານີ້ຖືເປັນວິກິດ. ຈາກສະຖິຕິຫຼ້າສຸດຂອງລັດຖະບານລະບຸວ່າຈຳນວນເດັກເກີດໃໝ່ໃນຍີ່ປຸ່ນມີທ່າອ່ຽງລົດລົງຕໍ່າກວ່າ 800.000 ຄົນເປັນຄັ້ງທຳອິດໃນປີ 2022 ເຊິ່ງຖືວ່າເປັນອັດຕາລົດລົງທີ່ໜັກກວ່າທີ່ເຄີຍຄາດການໄວ້.

ນອກຈາກນີ້ 74,1% ຂອງຜູ້ຕອບແບບສອບຖາມຍອມຮັບວ່າພວກເຂົາເອງກໍຮູ້ສຶກກັງວົນກັບບັນຫາອັດຕາການເກີດໃນປະເທດທີ່ຕໍ່າລົງເຊັ່ນດຽວກັນ. ແຕ່ໃນຂະນະດຽວກັນຜູ້ຕອບແບບສອບຖາມທັງຊາຍ ແລະ ຍິງກໍຕອບກົງກັນວ່າພາລະທາງການເງິນເປັນປັດໄຈທີ່ສຳຄັນທີ່ສຸດໃນການຈະລ້ຽງດູເດັກໃຫ້ເຕີບໃຫຍ່ຢ່າງມີຄຸນະພາບ ພ້ອມກັນນັ້ນຍັງລະບຸອີກວ່າ ຫາກລັດຖະບານໃຫ້ທຶນການສຶກສາລ້າແກ່ເດັກອາດຈະສາມາດກະຕຸ້ນອັດຕາການເກີດພາຍໃນປະເທດໄດ້

ອ້າງອີງ: https://cutt.ly/56qrdBw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/