ໄປຢູ່ນຳກັນບໍ່? ລັດຖະບານໄອແລນຊວນຄົນໄປຢູ່ເກາະ ພ້ອມແຈກເງິນອີກ 84.000 ຢູໂຣ


ລັດຖະບານປະເທດ ໄອແລນ ຊວນຄົນຍ້າຍໄປຢູ່ເກາະຕ່າງໆພາຍໃນປະເທດ ທີ່ຫ່າງໄກຄວາມຈະເລີນ ແຕ່ລັດຖະບານກໍຍັງແຈກເງິນສູງສຸດຮອດ 84.000 ຢູໂຣ ເພື່ອຮັກສາວິຖີຊຸມຊົນເທິງເກາະ ພ້ອມປະກາດຮັບສະໝັກຕັ້ງແຕ່ວັນທີ 1 ກໍລະກົດ 2023 ນີ້.

ລັດຖະບານຂອງປະເທດ ໄອແລນ ປະກາດໂຄງການ Our Living Islands ທີ່ມີຂໍ້ສະເໜີມອບເງິນ 84.000 ຢູໂຣໃຫ້ປະຊາຊົນທີ່ຍິນດີຈະຍ້າຍໄປອາໄສຢູ່ໃນແນວເກາະຫຼາຍເກາະຕາມຊາຍຝັ່ງມະຫາສະໝຸດແອັດແລນຕິກ ເຊິ່ງມີປະຊາກອນອາໄສຢູ່ໜ້ອຍ ແລະ ເດີນທາງຕິດຕໍ່ກັບແຜ່ນດິນໃຫຍ່ໄດ້ຍາກລຳບາກ ເນື່ອງຈາກບໍ່ມີຂົວເຊື່ອມຕໍ່ກັບແຜ່ນດິນໃຫຍ່.

ໃນບັນດາ 30 ເກາະພາຍໃຕ້ໂຄງການນີ້ມີຫຼາຍເກາະເປັນຕົວເລືອກທີ່ໜ້າສົນໃຈ ເພາະມີທັດສະນີຍະພາບທີ່ສວຍງາມ ເປັນສະຖານທີ່ໃນການຖ່າຍທຳຮູບເງົາຫຼາຍໆເລື່ອງ ແລະ ບາງເກາະກໍຍັງເປັນສະຖານທີ່ຈັດການແຂ່ງຂັນກິລາທາງນ້ຳ ເຊັ່ນ: ເກາະ ອິນິສ ມໍ ແລະ ເກາະ ອາຣາອິນ ມໍ ເຊິ່ງຢູ່ນອກຊາຍຝັ່ງຂອງເມືອງໂດເນກັນ.

ເປົ້າໝາຍຂອງໂຄງການນີ້ ເປັນການປັບປຸງອາຄານບ້ານເຮືອນເທິງເກາະທີ່ບໍ່ມີຄົນອາໄສຢູ່ ເຊິ່ງເກີດຄວາມເສື່ອມໂຊມ ເມື່ອມີຜູ້ພັກອາໄສຄົນໃໝ່ເຂົ້າມາ ກໍຈະໄດ້ຮັບເງິນສະໜັບສະໜູນໃຫ້ຟຣີຈາກລັດຖະບານ ເພື່ອມາບູລະນະແປງເຮືອນ ແລະ ຕົບແຕ່ງໃຫ້ເປັນເຮືອນສຳລັບການພັກອາໄສເປັນໄລຍະເວລາດົນຂອງຊຸມຊົນ.

ທ່ານນາງ Hayther Humphrey ໄດ້ກ່າວວ່າ “ຜົນຂອງນະໂຍບາຍນີ້ ເຮົາຈະໄດ້ເຫັນປະຊາກອນເຂົ້າມາຢູ່ເທິງເກາະຫຼາຍຂຶ້ນ ແລະ ມາເຮັດວຽກສ້າງລາຍໄດ້ເທິງເກາະເພີ່ມຂຶ້ນ ເຮັດໃຫ້ມີທ່າອ່ຽງໃນດ້ານການສ້າງວຽກງານ”

ໃນສ່ວນເງື່ອນໄຂໃນການຢູ່ອາໄສ ຄົນທີ່ຍ້າຍໄປຢູ່ເກາະຈະຕ້ອງຊື້ ຫຼື ຄອບຄອງທີ່ດິນ ຫຼື ອາຄານບ້ານເຮືອນເທິງເກາະ ໂດຍອາຄານຕ້ອງສ້າງຂຶ້ນກ່ອນປີ 1993 ແລະ ຈະຕ້ອງເປັນອາຄານທີ່ບໍ່ມີຄົນອາໄສມາຢ່າງໜ້ອຍ 2 ປີ ແລະ ເງິນທີ່ແຈກໃຫ້ນັ້ນຕ້ອງນຳມາໃຊ້ຈ່າຍເພື່ອແປງເຮືອນ, ການຕິດຕັ້ງຊະນວນຮັກສາອຸນຫະພູມ ແລະ ການຕົກແຕ່ງອາຄານໃໝ່ເທົ່ານັ້ນ.

ເຖິງຢ່າງໃດກໍຕາມ ສຳລັບ ຄົນຕ່າງປະເທດນັ້ນ ການເປັນເຈົ້າຂອງທີ່ດິນ ແລະ ຊັບສິນໃນປະເທດໄອແລນ ບໍ່ໄດ້ຮັບປະກັນວ່າຈະໄດ້ຮັບສິດໃນການຢູ່ອາໄສປະເທດແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/