ໃນໄລຍະປີໃໝ່ລາວ ການເກີດອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນແມ່ນເພີ່ມຂຶ້ນ ແຕ່ການເສຍຊີວິດແມ່ນລົດລົງ


ອີງຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃນວັນທີ 17 ເມສາ 2022 ຊາບວ່າ: ໃນລະຫວ່າງວັນທີ 14-16 ເມສາ 2022 ຂອງບຸນປີໃໝ່ລາວ ພ.ສ 2565 ທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 23 ກໍລະນີ; ໃນນີ້ ມີຄົນເສຍຊີວິດຈຳນວນ 7 ຄົນ, ຍິງ 2 ຄົນ. ທຽບໃສ່ປີທີ່ຜ່ານມາ ການເກີດອຸບັດເຫດແມ່ນເພີ່ມຂຶ້ນ 5 ກໍລະນີ ແຕ່ຄົນເສຍຊີວິດແມ່ນລົດລົງ 1 ຄົນ. ຜົນເສຍຫາຍມີພາຫະນະເປ່ເພເລັກໜ້ອຍ 16 ຄັນ, ສົມຄວນ 24 ຄັນ, ໃຊ້ການບໍ່ໄດ້ 2 ຄັນ. ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 8 ຄົນ, ສົມຄວນ 15 ຄົນ, ສາຫັດ 6 ຄົນ. ເມືອງທີ່ເກີດອຸບັດຕິເຫດມີ ເມືອງຈັນທະບູລີ ໄຊທານີ ເມືອງລະ 5 ລາຍ, ສີໂຄດຕະບອງ ໄຊເສດຖາ ເມືອງລະ 4 ລາຍ, ສີສັດຕະນາກ ປາກງື່ມ ເມືອງລະ 2 ລາຍ ແລະ ຫາດຊາຍຟອງ 1 ລາຍ.

ສາເຫດຫຼັກທີ່ພາໃຫ້ເກີດອຸບັດເຫດໃນແຕ່ລະຄັ້ງ ທີ່ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດນັ້ນ ຍ້ອນຜູ້ຂັບຂີ່ລົດລະເມີດກົດລະບຽບການສັນຈອນ, ຂັບຂີ່ໃນຂະນະທີ່ມຶນເມົາ, ຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກຳນົດ, ປ່ຽນທິດທາງເດີນ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶງເປັນແພ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/