ຮູ້ຈັກກັບ Post-Vacation Blues ອາການຊຶມເສົ້າທີ່ເຮັດໃຫ້ບໍ່ຢາກເຮັດວຽກຫຼັງຈາກໄດ້ພັກວຽກຍາວ


ມື້ນີ້ຫຼາຍໆຄົນກໍອາດຈະກັບມາເຮັດວຽກ ຫຼື ໜ້າທີ່ຂອງຕົນເອງເປັນປົກກະຕິແລ້ວຫຼັງຈາກທີ່ໄດ້ພັກຜ່ອນເປັນເວລາຫຼາຍມື້ໃນໄລຍະເທສະການບຸນປີໃໝ່ລາວ. ແຕ່ໝູ່ເພື່ອນເປັນຄືກັນຫຼືບໍ່ ທີ່ຮອດເວລາໄປເຮັດວຽກຄືນແຕ່ວ່າມີອາການຊຶມໆ, ບໍ່ເຕັມທີ່ກັບໜ້າວຽກ, ເມື່ອຍ ຫຼື ບໍ່ຢາກເຮັດວຽກເລີຍ ເຊິ່ງອາການທີ່ກ່າວມານັ້ນມັນອາດບໍ່ແມ່ນຍ້ອນເຈົ້າຂີ້ຄ້ານ ແຕ່ມັນອາດເປັນອາການປ່ວຍຊະນິດໜຶ່ງທີ່ເຮັດໃຫ້ເຈົ້າເປັນແບບນັ້ນ.

ໂດຍອາການທີ່ກ່າວມານັ້ນເອີ້ນວ່າ Post-Vacation Blues ຫຼື ພາວະຊຶມເສົ້າຫຼັງຈາກໄດ້ໄປໃຊ້ຊີວິດມ່ວນຊື່ນກັບການທ່ອງທ່ຽວຫຼືພັກຜ່ອນໃນວັນພັກທີ່ມີໄລຍະຍາວ.

ອາການນີ້ເກີດຈາກປະຕິກິລິຍາຂອງຮ່າງກາຍຕໍ່ຕົວກະຕຸ້ນທີ່ກໍ່ໃຫ້ເກີດຄວາມເສົ້າເຊັ່ນ: ສະຖານະການປ່ຽນໄປ, ສິ່ງແວດລ້ອມທີ່ປ່ຽນໄປ ຫຼື ກິດຈະກໍາຂອງຊີວິດປະຈຳວັນທີ່ແປກໄປຈາກແບບເກົ່າ ເຊິ່ງຖ້າຈະເວົ້າໃຫ້ເຫັນພາບ ແລະ ໄດ້ເຂົ້າໃຈງ່າຍໆ ກໍຄື ມັນເປັນອາການໂສກເສົ້າເພາະຄິດຮອດວັນພັກທີ່ແສນມີຄວາມສຸກ ຫຼັງຈາກກັບມາເຮັດວຽກຄືນນັ້ນເອງ.

ເມື່ອເສົ້າໄດ້ກໍຕ້ອງເຊົາໄດ້ ເພາະວິທີການປິ່ນປົວອາການ Post-Vacation Blues ກໍສຸດແສນຈະງ່າຍດາຍນັ້ນກໍຄື ໃຫ້ເວລາກັບຕົນເອງໄດ້ປັບຕົວກັບຄືນສູ່ໂໝດການໃຊ້ຊີວິດປົກກະຕິຫຼັງຈາກທ່ຽວມາແລ້ວຢ່າງໜ້ອຍເຄິ່ງມື້ ຫຼື ອາດຈະເລົ່າປະສົບການການທ່ອງທ່ຽວອັນມ່ວນຊື່ນໃຫ້ຄົນສະໜິດ ຫຼື ໝູ່ເພື່ອນຟັງກໍໄດ້ເດີ້.

ນອກຈາກວິທີທີ່ກ່າວມາ ການເພີ່ມພະລັງບວກໃຫ້ຕົນເອງໃນສິ່ງທີ່ມັກມັນກໍເປັນຕົວເລືອກທີ່ດີເລີຍ ເຊັ່ນ: ຊອກຫາແນວກິນແຊບໆທີ່ເຮົາມັກກິນລະຫວ່າງເຮັດວຽກ, ເປີດເພງທີ່ເຮົາມັກ ຫຼື ຊອກເກມມາຫຼິ້ນໃນເວລາພັກວຽກກໍເປັນຕົວເລືອກທີ່ດີເຊັ່ນກັນ.

ສຳລັບໃຜທີ່ມີອາການນີ້ ຢ່າລືມເລົ່າປະສົບການການໄປຫຼິ້ນໄປທ່ຽວໃນວັນພັກໃຫ້ໝູ່ເພື່ອນຟັງນຳ ເພາະມັນອາດເຮັດໃຫ້ເຮົາມີກໍາລັງໃຈໃນການເຮັດວຽກ ແລະ ເຮັດໃຫ້ເຮົາມີແຮງຈູງໃຈເພື່ອຫາເງິນໄປທ່ຽວໃນວັນພັກຂອງເທສະການຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/