ໂອແລມປິກສາກົນ ຮັບຮອງເອົາ Break Dance ເຂົ້າເປັນກິລາຊິງຫຼຽນທີ່ປາຣິສ ປີ 2024


ມະຫະກໍາກິລາໂອແລມປິກທີ່ Paris ເຊິ່ງຈະຈັດຂຶ້ນໃນປີ 2024, ພິເສດສຸດແມ່ນທາງຄະນະກໍາມະການໂອແລມປິກສາກົນ ຫຼື IOC ທີ່ໄດ້ເລືອກ Breaking ຫຼື ເບຣກແດ໊ນ ເຂົ້າບັນຈຸໃຫ້ມີໃນລາຍການແຂ່ງຂັນຊິງຫຼຽນຢ່າງເປັນທາງການ, ຖືໄດ້ວ່າເປັນໂອກາດດີໃຫ້ແກ່ຄົນທີ່ຮັກໃນການເຕັ້ນປະເພດນີ້.

ບໍ່ພຽງແຕ່ເທົ່ານີ້ທາງ IOC ຍັງກ່າວໃຫ້ຮູ້ອີກວ່າ: ຈະໃຫ້ຄວາມສໍາຄັນກັບຄວາມເທົ່າທຽມທາງເພດໃຫ້ຫຼາຍຂຶ້ນ ໂດຍໂຄຕ້າຂອງນັກກິລາທີ່ລົດລົງຈາກ 11,092 ຄົນ ໃນໂຕກຽວ 2021 ເຫຼືອ 10,500 ຄົນ ໃນປາຣິສ 2024 ຈະແບ່ງນັກກິລາຊາຍ-ຍິງທີ່ 50-50, ໂດຍມີ 28 ຈາກ 32 ຂອງຊະນິດກິລາທີ່ຈະແບ່ງໂຄຕ້ານັກກິລາຍິງ-ຊາຍໃຫ້ເທົ່າກັນ ແລະ ມີການແຂ່ງຂັນກິລາປະເພດປະສົມ 22 ລາຍການ ຈາກຈໍານວນ 329 ລາຍການທີ່ມີການຊິງຫຼຽນລາງວັນ.

ໃນການເລືອກເອົາ Breaking ເຂົ້າໃນການແຂ່ງຂັນ ເຮັດໃຫ້ນັກເຕັ້ນດີໃຈກັນທົ່ວໜ້າ ທີ່ທາງກໍາມະການໄດ້ໃຫ້ຄວາມສໍາຄັນກັບກິລາຄົນຮຸ່ນໃໝ່, ເຫັນເຖິງຄວາມຕັ້ງໃຈ ຄວາມສາມາດຂອງບຸກຄົນທີ່ເຕັ້ນ ແລະ ຍັງໃຫ້ໂອກາດໄປສະແດງໃຫ້ຜູ້ຄົນທັງຫຼາຍໄດ້ຮູ້ໄດ້ເຫັນ, ໄດ້ສໍາຜັດເຖິງກິລາປະເພດນີ້ໃຫ້ກວ້າງໄກສູ່ລະດັບໂລກ, ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈໄວໜຸ່ມ ແລະ ຍັງສະໜັບສະໜູນຢ່າງເຕັມທີ່.

ສຳລັບກິລາເບຣກແດ໊ນຈະເປັນການປະສົມປະສານລະຫວ່າງຄວາມເປັນສີລະປິນ ແລະ ປະສິດທິພາບດ້ານຮ່າງກາຍ ເຊິ່ງກຳມະການຈະໃຫ້ຄະແນນທາງດ້ານຄວາມຄິດສ້າງສັນ ແລະ ສະໄຕລ໌ ໄປຈົນຮອດຄວາມເຂັ້ມແຂງ, ຄວາມໄວ, ຈັງຫວະ ແລະຄວາມຄ່ອງຕົວລວມກັນໃນການເຕັ້ນທ່າຕ່າງໆ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/MainStandTH/posts/825603591332671?_rdc=1&_rdr

Gender equality and youth at the heart of the Paris 2024 Olympic Sports Programme – Olympic News

https://www.youtube.com/user/iocmedia

ຮູບພາບ:

https://web.facebook.com/BREAK-DANCE-42416414691?_rdc=1&_rdr