ເປີດເສິກອີກຮອບ!! ເມື່ອຊາວເນັດຈີນ ແລະ ສ.ເກົາຫຼີ ຕ່າງກໍອ້າງວ່າ “ຊຸຸດຮັນບົກ” ເປັນວັດທະນະທຳຂອງປະເທດຕົນເອງ


ທີ່ຜ່ານມາເຮົາອາດຈະເຄີຍເຫັນປະເດັນການຖົກຖຽງກັນຂ້າມຊາດ ລະຫວ່າງຊາວເນັດຈີນ ແລະ ສ.ເກົາຫຼີ ໃນປະເດັນວັດທະນະທຳອາຫານ. ໃນຄັ້ງນີ້ ຊາວເນັດຈີນ-ເກົາຫຼີກໍກັບມາຖົກຖຽງກັນອີກ ນັ້ນແມ່ນປະເດັນ “ຊຸດຮັນບົກ” ທີ່ເປັນຊຸດປະຈຳຊາດຂອງເກົາຫຼີ ໂດຍຊາວເນັດຈີນອ້າງວ່າມາຈາກວັດທະນະທຳຂອງຈີນ.

ເລື່ອງເລີ່ມມາຈາກທີ່ ຄິມ-ໂຊ-ຮຍອນ ນັກສະແດງຊາວສ.ເກົາຫຼີ ໄດ້ໂພສພາບຂອງລາວເອງຕອນນຸ່ງຊຸດຮັນບົກ ໃນຂະນະທີ່ກຳລັງຖ່າຍລະຄອນເລື່ອງໃໝ່ ໂດຍຂໍ້ຄວາມເປັນການອວຍພອນແຟນຄລັບທີ່ຕິດຕາມລາວໃນ Instagram ເນື່ອງໃນໂອກາດວັນກຸດຈີນ.

ຫຼັງຈາກນັ້ນກໍມີຄອມເມັ້ນຂອງຊາວເນັດຈີນຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນກ່ຽວກັບຊຸດທີ່ ຄິມ-ໂຊ-ຮຍອນ ນຸ່ງປະມານວ່າ ຊຸດທີ່ລາວນຸ່ງຄວາມຈິງແລ້ວມັນເປັນຂອງຈີນ ຊື່ພາສາຈີນແມ່ນ “ຮັນຟູ”, ນີ້ເປັນວັດທະນະທຳຂອງຈີນ ບໍ່ແມ່ນຂອງເກົາຫຼີ, ຂອບໃຈທີ່ໂປຣໂໝດວັດທະນະທຳຂອງຈີນ… ຈົນລາມໄປຮອດບອກວ່າ ປະເທດເກົາຫຼີເປັນປະເທດຂີ້ລັກ.

ນອກຈາກນັ້ນ ຍັງມີ YouTuber ສາວຊາວເກົາຫຼີ ພັກ-ເຮ-ມິນ ຫຼືໃນຊື່ Pony ທີ່ປ່ອຍຄລິບແຕ່ງໜ້າຕອນໃສ່ຊຸດຮັນບົກ ກໍຖືກຊາວເນັດຈີນຖະຫຼົ່ມໃສ່ເຊັ່ນດຽວກັນ ຍ້ອນປະດັບປິ່ນປັກຜົມແບບຊາວຈີນ ຊື້ມາຈາກເວັບຈີນ ແຕ່ມາໂປຣໂໝດໃນວັດທະນະທຳເກົາຫຼີ, ຈົນມາເຖິງອາທິດທີ່ຜ່ານມາ ເຮັດໃຫ້ມີການຕິດແຮັສແທັກປະເທດຂີ້ລັກ ເກືອບ 9 ແສນຄັ້ງໃນ weibo.

ໃນຂະນະດຽວກັນຊາວເນັດສ.ເກົາຫຼີ ກໍບໍ່ໄດ້ປ່ອຍຜ່ານໄປ ຈຶ່ງໄດ້ຮວມໂຕກັນສະແດງພະລັງທີ່ບົ່ງບອກວ່າຊຸດຮັນບົກນັ້ນ ເປັນວັດທະນະທຳຂອງປະເທດເກົາຫຼີ ບໍ່ແມ່ນຮັ່ນຟູຂອງປະເທດຈີນ ຜ່ານແຮັສແທັກ #hanfu_isnot_hanbok ໃນ Twitter ແລະ ຊີ້ແຈງເຖິງປະເດັນຕ່າງໆ ລວມເຖິງສະຖານີໂທລະພາບຊື່ດັງຂອງສ.ເກົາຫຼີ SBS ກໍໄດ້ອອກຕອນພິເສດໃນປະເດັນນີ້ ດ້ວຍເນື້ອຫາທີ່ວ່າ ເປັນຫຍັງຈີນຈຶ່ງເວົ້າວ່າເກົາຫຼີຂີ້ລັກ.

ຂອບໃຈຂໍ້ມູນຈາກ: