ໂຄງການ Neuralink ຂອງ Elon Musk ພ້ອມເປີດຮັບອາສາສະໝັກເຂົ້າຮ່ວມໃນການທົດລອງປູກຖ່າຍຊິບໃນສະໝອງຂອງມະນຸດແລ້ວ


ຫຼັງຈາກທີ່ໂຄງການ Neuralink ຂອງ Elon Musk ໄດ້ຮັບອະນຸມັດຈາກ FDA ອົງການອາຫານ ແລະ ຢາຂອງສະຫະລັດ (Food and Drug Administration) ເມື່ອເດືອນພຶດສະພາທີ່ຜ່ານມາ, ໃນປັດຈຸບັນ ໂຄງການ Neuralink ໄດ້ປະກາດໃນບລັອກໂພສຂອງເວັບໄຊວ່າ ພ້ອມແລ້ວທີ່ຈະເລີ່ມດຳເນີນການທົດລອງປູກຖ່າຍຊິບສະໝອງໃຫ້ກັບອາສາສະໝັກທີ່ເຈັບປ່ວຍເປັນໂຣກອຳມະພາດ ເພື່ອປະເມີນຄວາມປອດໄພ ແລະ ການເຮັດວຽກຂອງເຕັກໂນໂລຊີ.

ກ່ອນໜ້ານີ້ ບໍລິສັດ Neuralink ໄດ້ປະກາດຜົນຂອງການຄົ້ນຄວ້າ PRIME ທີ່ເປັນການທົດລອງການປູກຖ່າຍຊິບໃນມະນຸດພາຍໃຕ້ການອະນຸມັດຂອງ FDA ໃນເດືອນພຶດສະພາ 2023, ມັນໄດ້ສະແດງໃຫ້ເຫັນເຖິງບາດກ້າວທີ່ສຳຄັນໃນການປິ່ນປົວສຳລັບຜູ້ປ່ວຍທີ່ເປັນໂຣກອຳມະພາດໃຫ້ກັບມາມີອິດສະຫຼະໃນການເຄື່ອນໄຫວອີກຄັ້ງ ໂດຍການຄວບຄຸມ Cursor ຫຼື keyboard ຂອງຄອມພິວເຕີໄດ້ຜ່ານການໃຊ້ຄວາມຄິດພຽງຢ່າງດຽວ. ເພື່ອໃຫ້ບັນລຸເປົ້າໝາຍ ຜູ້ເຂົ້າຮ່ວມການທົດລອງຈະໄດ້ຮັບການຜ່າຕັດ ແລ້ວຝັງເສັ້ນດ້າຍຂະໜາດນ້ອຍທີ່ມີ electrodes ຢູ່ໃນພື້ນທີ່ຂອງສະໝອງໃນສ່ວນຄວບຄຸມການເຄື່ອນໄຫວ.

ບໍລິສັດກ່າວວ່າ “ໃນລະຫວ່າງການສຶກສາ, ຫຸ່ນຍົນ R1 ຈະຖືກນຳມາໃຊ້ໃນການຜ່າຕັດເພື່ອວາງ N1 Implant ຢູ່ໃນພື້ນທີ່ຂອງສະໝອງສ່ວນຄວບຄຸມການເຄື່ອນໄຫວ”. ຫຼັງຈາກທີ່ປູກຝັງຊິບເປັນທີ່ຮຽບຮ້ອຍແລ້ວ ອຸປະກອນຈະສາມາດອ່ານການເຄື່ອນໄຫວຂອງມື ແລະ ນິ້ວຂອງຜູ້ໃຊ້ແລ້ວແປເປັນຄຳສັ່ງເພື່ອຄວບຄຸມອຸປະກອນພາຍນອກ

N1 Implant ເປັນຊິບທີ່ບັນທຶກການເຮັດວຽກຂອງລະບົບປະສາດ ທີ່ມີເສັ້ນຜ່າສູນກາງປະມານ 8 ມມ, ເຊິ່ງ electrode ແຕ່ລະອັນຈາກທັງໝົດ 1,024 electrodes ນັ້ນບາງກວ່າເສັ້ນຜົມຂອງມະນຸດ.

ເຖິງແມ່ນວ່າວິທີການທີ່ຈະບໍ່ເປັນທີ່ຍອມຮັບໃນວົງການ ແຕ່ນັກຄົ້ນຄວ້າຫຼາຍຄົນເຊື່ອວ່າວິທີການນີ້ມີຄວາມສ່ຽງໜ້ອຍກວ່າວິທີການທົດລອງອື່ນໆໃນປັດຈຸບັນ. ເຊິ່ງກ່ອນໜ້ານີ້ໄດ້ມີການລາຍງານວ່າ Keith Thomas ທີ່ເປັນອຳມະພາດເຄີ່ງຊີກສາມາດເຄື່ອນເໜັງແຂນຂອງລາວໄດ້ອີກຄັ້ງພຽງແຕ່ໃຊ້ຄວາມຄິດ ຫຼັງຈາກນັກວິທະຍາສາດຂອງ Northwell Health ໄດ້ປູກຝັງເຊັນເຊີໃສ່ພື້ນຜິວສະໝອງຂອງລາວ.

ຖ້າຫາກຊິບສະໝອງຂອງ Neuralink ໄດ້ຮັບການພິສູດວ່າປອດໄພ ແລະ ມີປະສິດທິພາບຢ່າງແທ້ຈິງ ກໍຈະເປັນການດີທີ່ຈະຊ່ວຍໃຫ້ຜູ້ທີ່ເຈັບປ່ວຍເປັນໂຣກອຳມະພາດໄດ້ກັບມາເຄື່ອນໄຫວໄດ້ຢ່າງອິດສະຫຼະອີກຄັ້ງ. ຢ່າງໃດກໍຕາມ, ເຕັກໂນໂລຊີດັ່ງກ່າວໄດ້ສ້າງຄວາມກັງວົນກ່ຽວກັບຈັນຍາບັນຂອງການປູກຝັງຊິບ ທີ່ອາດຈະເຮັດໃຫ້ບໍລິສັດສາມາດອ່ານຄວາມຄິດຂອງຜູ້ຄົນໄດ້.

ທີ່ມາ:

decrypt

neuralink

decrypt2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/