ນາຍົກລັດຖະມົນຕີ ເຊີນຊວນໃຫ້ ນັກລົງທຶນຈີນມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ


ເມື່ອບໍ່ດົນມານີ້ ທ່ານສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງທ່ານຫວັງໜິງ ປະທານສະພາຜູ້ແທນປະຊາຊົນ ສປ ຈີນ ທີ່ນະຄອນຄຸນໝິງ ພ້ອມເຊີນຊວນໃຫ້ ນັກລົງທຶນຈີນມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ໂດຍທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການຈັດງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກ ນະຄອນຄຸນໝິງ ຄັ້ງທີ 27 ທີ່ໄດ້ຈັດຂຶ້ນໃນເດືອນ ສິງຫາ 2023 ຜ່ານມາ ກໍຄືຜົນສຳເລັດຢ່າງຮອບດ້ານໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຊິ່ງເຫັນວ່າ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານກະສິກໍາ, ການທ່ອງທ່ຽວ, ອຸດສາຫະກໍາ ກໍຄື ຂະແໜງອື່ນໆ.

ສໍາລັບການຮ່ວມມືໃນຕໍ່ໜ້າ, ທ່ານນາຍົກລັດຖະມົນຕີຍັງໄດ້ສະເໜີໃຫ້ນັກທຸລະກິດ ສປ ຈີນ ເວົ້າລວມ ກໍຄືຂອງແຂວງຢຸນນານ ເວົ້າສະເພາໃຫ້ໄປລົງທຶນທີ່ ສປປ ລາວ ຫຼາຍຂຶ້ນໃນຂົງເຂດການຄ້າ, ການລົງທຶນ, ພ້ອມນັ້ນກໍມີການຊຸກຍູ້ການຄ້າຂອງສອງຝ່າຍເຊັ່ນ: ການຄ້າສາກົນ, ການຄ້າເອເລັກໂຕຣນິກ ແລະ ການຄ້າຊາຍແດນ ລວມທັງ ພິຈາລະນາ ແລະ ໃຫ້ນະໂຍບາຍ ເພື່ອກະຕຸກຊຸກຍູ້ການຄ້າຊາຍແດນ, ມີນະໂຍບາຍໃນກອບປູກພືດທົດແທນການປູກຝິ່ນ, ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າກະສິກຳຂອງລາວ ທີ່ມີທ່າແຮງມາ ສປ ຈີນ ລວມທັງ ພິຈາລະນາຂະຫຍາຍເວລາເພີ່ມຂອງການແຈ້ງໂກຕ້າ ສໍາລັບໂຄງການປູກພືດທົດແທນການປູກຝິ່ນ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຂາຍຜົນຜະລິດຂອງຕົນ ໃຫ້ແກ່ຜູ້ປະກອບການ ເພື່ອສົ່ງອອກໄປຈີນ; ຍົກລະດັບປະລິມານ ແລະ ຄຸນະພາບຂອງສິນຄ້າກະສິກຳຂອງລາວໃຫ້ສູງຂຶ້ນ ລວມທັງການປັບປຸງບາງປະເພດສິນຄ້າ ຂອງການປູກພືດທົດແທນການປູກຝິ່ນ ດ້ວຍການຫັນມາປູກຜະລິດຕະພັນກະສິກຳ ທີ່ມີຄ່າຕອບແທນສູງ; ຊຸກຍູ້ ແລະ ສົ່ງເສີມນັກລົງທຶນຂອງແຂວງຢຸນນານ ທີ່ມີທ່າແຮງດ້ານທຶນຮອນ ແລະ ປະສົບການ ໄປລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງສິນຄ້າກະສິກໍາ, ພັດທະນາອຸດສາຫະກຳປຸງແຕ່ງອື່ນໆ ທີ່ເຫັນວ່າ ຕະຫຼາດໂລກມີຄວາມຕ້ອງການ.

ໂດຍການເຄື່ອນໄຫວດັ່ງກ່າວ ກໍເພື່ອຊ່ວຍລາວໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ເຮັດໃຫ້ລາວສາມາດຜະລິດເພື່ອທົດແທນການນໍາເຂົ້າ ສົມທົບກັບການສົ່ງອອກດ້ວຍຜະລິດຕະພັນສໍາເລັດຮູບ ເພື່ອສ້າງລາຍຮັບເງິນຕາຕ່າງປະເທດຫຼາຍຂຶ້ນ.

ນອກຈາກນີ້ ຍັງເປັນການຊຸກຍູ້ບັນດາວິສາຫະກິດທີ່ມີທຶນຮອນ, ມີປະສົບການ ແລະ ມີຄວາມສາມາດ ໄປລົງທຶນໃນຮູບແບບລົງທຶນ ບີໂອທີ ຕໍ່ໂຄງການກໍ່ສ້າງທາງດ່ວນ ທີ່ເຊື່ອມໂຍງລະຫວ່າງ ລາວ ກັບ ຈີນ ເຊັ່ນ: ການກໍ່ສ້າງທາງດ່ວນ ວັງວຽງ-ບໍ່ເຕັນ, ໂດຍສະເພາະແມ່ນ ທາງດ່ວນໄລຍະທີ 4 ແຕ່ ອຸດົມໄຊ-ບໍ່ເຕັນ, ບໍ່ເຕັນ-ຫ້ວຍຊາຍ ກໍຄື ເສັ້ນທາງອື່ນໆ ຕາມນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ປາກົດເປັນຈິງ.

ເນື່ອງຈາກວ່າ ປີ 2024 ເປັນປີທ່ອງທ່ຽວຂອງ ສປປ ລາວ, ສອງຝ່າຍຈະປຶກສາຫາລືຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່, ດ້ວຍການນໍາໃຊ້ການຄົມມະນາຄົມທີ່ມີພື້ນຖານທີ່ດີແລ້ວນີ້; ສືບຕໍ່ສົ່ງເສີມ ແລະ ນຳໃຊ້ກົນໄກຮ່ວມມື ລະຫວ່າງບັນດາແຂວງພາກເໜືອຂອງລາວ ກັບແຂວງຢຸນນານ ກໍຄື ຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ການຮ່ວມມືຮອບດ້ານໃຫ້ຫຼາຍຂຶ້ນກວ່າເກົ່າ; ສືບຕໍ່ໃຫ້ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ ລວມທັງ ຊຸກຍູ້ໃຫ້ບັນດາມະຫາວິທະຍາໄລ ຂອງສອງຝ່າຍທີ່ໄດ້ຮ່ວມມືກັນນັ້ນ ສືບຕໍ່ຖອດຖອນແລກປ່ຽນບົດຮຽນດ້ານວິຊາການຮ່ວມກັນ ເພື່ອຍົກລະດັບເຕັກນິກຄວາມຮູ້, ຄວາມສາມາດ, ທັກສະ ໃຫ້ແກ່ ຄູ-ອາຈານ ຂອງ ສປປ ລາວ ຕື່ມອີກ.

ທີ່ມາ:

https://www.facebook.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/