ບໍລິສັດ ຈົ່ງຫຼຸ້ນໂຊລາ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວໄດ້ຈັດພິທີເປີດໂຮງງານຜະລິດຈຸລັງໄຟຟ້າແສງອາທິດ ແຜງໂຊລາເຊວ ປະສິດທິພາບສູງ 5GW ຢ່າງເປັນທາງການຂອງໃນວັນທີ 24 ກັນຍາ ນີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານ ຫຼົງ ຕ້າສຽງ ປະທານບໍລິສັດ ຈົ່ງຫຼຸ້ນ ໂຊລາ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ໄດ້ກ່າວວ່າ: ຖານການຜະລິດຂອງບໍລິສັດ ຈົ່ງຫຼຸ້ນໂຊລາ ໃນ ສປປ ລາວ ມີແຜນຈະສ້າງແຜ່ນແບັດເຕີຣີ 9GW ແລະ ອຸປະກອນປະກອບແຜງໂຊລາເຊວ 3GW ທີ່ມີປະສິດທິພາບສູງ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດປະມານ 32 ເຮັກຕາ ເຊິ່ງເປັນສູນກາງການຜະລິດອຸປະກອນໂຊລາເຊວ ທີ່ໃຫຍ່ທີ່ສຸດໃນໂລກ ຮອງຈາກປະເທດຈີນ, ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການໂຊລາເຊວ 5GW ໄລຍະທຳອິດ ໃນ ສປປ ລາວ ໃນເປັນຂີດໝາຍສຳຄັນ ທີ່ບໍລິສັດຈົ່ງຫຼຸ້ນໂຊລາ ເລັ່ງການຂະຫຍາຍຕະຫຼາດອອກໄປຕ່າງປະເທດ; ທັງເປັນໝາກຜົນຂອງ “ການຮ່ວມມືລະຫວ່າງລັດຖະບານ-ວິສາຫະກິດ ແລະ ການຮ່ວມມືວິສາຫະກິດ-ວິສາຫະກິດ” ລະຫວ່າງຈີນ-ລາວ.
ໃນການວາງແຜນ ແລະ ການກໍ່ສ້າງໂຄງການ, ບໍລິສັດໄດ້ປະຕິບັດຕາມແນວຄວາມຄິດ “ການຜະລິດທີ່ມີຄວາມລະອຽດ ແລະ ມີຄວາມທັນສະໄໝ”, ດ້ວຍການນຳໃຊ້ອຸປະກອນ-ເຄື່ອງມື 11 ລາງຄູ່ ທີ່ທັນສະໄໝທີ່ສຸດໃນຂະແໜງການອຸດສາຫະກຳນີ້, ພາຍໃນໂຮງງານໄດ້ຕິດຕັ້ງອຸປະກອນ-ເຄື່ອງມືອັດຕະໂນມັດຫຼາຍກວ່າ 90%. ດ້ວຍການຂະຫຍາຍກໍາລັງການຜະລິດເທື່ອລະກ້າວ,ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວເຖິງ 1.200 ຕໍາແໜ່ງງານ ແລະ ປະກອບສ່ວນເຂົ້າໃນການຜະລິດອຸດສາຫະກຳຫຼາຍກວ່າ 2,4 ຕື້ໂດລາ, ກາຍເປັນເສົາຄ້ຳທີ່ສຳຄັນໃນການຊຸກຍູ້ການເຕີບໂຕການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ຢ່າງມີປະສິດທິຜົນ. ຈົ່ງຫຼຸ້ນໂຊລາ ລາວ ຈະສືບຕໍ່ເຈາະເລິກຄວາມຕ້ອງການຂອງຕະຫຼາດ, ນຳເອົານະວັດຕະກໍາເຕັກໂນໂລຊີ ເປັນເຄື່ອງຈັກທີ່ທັນສະໄໝ ແລະ ຄຸນະພາບຂອງຜະລິດຕະພັນເປັນພື້ນຖານໃນການຜະລິດແຜງໂຊລາເຊວ ແລະ ອຸປະກອນປະກອບແຜງໂຊລາເຊວ ໃຫ້ກາຍເປັນໜຶ່ງໃນສິນຄ້າສົ່ງອອກຂອງ ສປປ ລາວ ທີ່ມີເຕັກໂນໂລຊີຂັ້ນສູງ, ສ້າງມູນຄ່າເພີ່ມ ແລະ ມີຄວາມສາມາດໃນການແຂ່ງຂັນໃນຕະຫຼາດຕ່າງປະເທດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ.
ບໍລິສັດ ຈົ່ງຫຼຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງງານສີຂຽວທີ່ທັນສະໄໝ, ມີຄວາມຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ການຂາຍແຜງໂຊລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານສະຖານີໄຟຟ້າ. ໃນ 6 ເດືອນ ຕົ້ນປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກແຜງໂຊລາເຊວ ຈັດຢູ່ອັນດັບສາມຂອງໂລກ, ອີງຕາມແຜນການຂະຫຍາຍການຜະລິດຂອງບໍລິສັດ ໃນປັດຈຸບັນ ແລະ ຄວາມຄືບໜ້າຂອງການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດຈະບັນລຸຂະໜາດການຜະລິດແຜ່ນແບັດເຕີຣີໂຊລາເຊວຫຼາຍກວ່າ 50 GW ແລະ ອຸປະກອນປະກອບແຜງໂຊລາເຊວ 5.7GW, ເຊິ່ງອະນາຄົດຈະກາຍເປັນບໍລິສັດຊັ້ນນຳຂອງໂລກໃນຂະແໜງການອຸດສາຫະກຳປະເພດນີ້.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/