ແອັບເກມມືຖືຫຼາຍໝວດ ຊວນໃຫ້ Download


ຖ້າໃຫ້ເວົ້າເລື່ອງແອັບເກມທີ່ຫຼິ້ນໃນ Smart Phone ຕອນນີ້, ເຊື່ອວ່າຫຼາຍຄົນຕ້ອງເຄີຍຫຼິ້ນເກມໃດເກມໜຶ່ງມາກ່ອນແນ່ນອນແລ້ວ ບໍ່ວ່າຈະເປັນເກມປິດສະໜາ ຫຼື ເກມທີ່ຫຼິ້ນເພີນໆໄວ້ຂ້າເວລາ. ເຮົາມາລອງເບິ່ງນໍາກັນ ວ່າໃນແຕ່ລະໝວດນັ້ນຈະມີເກມໃດມາແນະນໍາແນ່.

ໝວດລະບາຍສີ

ເກມໃນໝວດລະບາຍສີ ຖືເປັນເກມຍອດຮິດສໍາລັບທຸກເພດ ແລະ ທຸກໄວເພາະວ່າຫຼິ້ນໄດ້ງ່າຍບໍ່ຈໍາເປັນຕ້ອງໃຊ້ສະໝອງຫຼາຍໃຫ້ຫຍຸ້ງຍາກ.

ໝວດແຕ່ງບ້ານ ຫຼື ເມືອງ

ເກມນີ້ຈະຕ້ອງຖືກໃຈສາຍຄົນມັກອອກແບບບ້ານ, ສວນ ຫຼື ເມືອງແນ່ນອນ ເພາະວ່າແຕ່ລະເກມນັ້ນລ້ວນແຕ່ມີເຄື່ອງໃຊ້ທີ່ໜ້າສົນໃຈຫຼາຍ ປະມານວ່າຢາກໄດ້ແບບໃດກໍສາມາດແຕ່ງເອົາໄດ້ເລີຍ.

ເກມສໍາລັບສາຍ K-POP

ແຟນໆເພງ K-POP ທັງຫຼາຍ ຮູ້ບໍ່ວ່າຕອນນີ້ເຮົາມີເກມທີ່ສາມາດຫຼິ້ນໄປພ້ອມກັບເພງ K-POP ນໍາລະໃດ. ສ່ວນໃຫຍ່ແມ່ນເກມໃຫ້ກົດຕາມຈັງຫວະເພງ ເຊິ່ງກໍມີເພງຈາກຫຼາຍຄ້າຍເຊັ່ນ: SM Town, JYP, STARTSHIP ແລະ ອື່ນໆ.

ເກມໃຊ້ມັນສະໝອງ

ຖ້າວ່າຫຼາຍຄົນມີເກມໄວ້ຫຼິ້ນເພີນໆ ມັນກໍຕ້ອງມີເກມໄວ້ເຫຼົາສະໝອງນໍາດັ່ງເຊັ່ນເກມປະເພດ: Brain Out ຫຼື Ball Sort Puzzle ທີ່ອາດຈະເຮັດໃຫ້ທ່ານຫົວຮ້ອນຍ້ອນແກ້ປິດສະໜາບໍ່ຜ່ານກໍເປັນໄດ້.

ເກມທໍາລາຍມິດຕະພາບ

ເກມປະເພດນີ້ສ່ວນຫຼາຍແລ້ວແມ່ນເພິ່ນຕ້ອງການໃຫ້ເຮົາຮ່ວມແຮງຮ່ວມໃຈກັນເຮັດພາລະກິດໃຫ້ແລ້ວ, ແຕ່ວ່າມັນກໍຈະມີບາງຄັ້ງທີ່ເຮັດໃຫ້ການຫຼິ້ນນໍາໝູ່ຕ້ອງກາຍເປັນສົງຄາມທໍາລາຍມິດຕະພາບເອົາຊື່ໆຍ້ອນຄວາມບໍ່ໄວ້ເນື້ອເຊື່ອໃຈພາຍໃນເກມ. ເອົາເປັນວ່າທຸກຄົນລອງໂຫຼດມາຫຼິ້ນນໍາໝູ່ເບິ່ງແລ້ວຄິດວ່າມັນຈະເປັນແບບນັ້ນແທ້ບໍ່.

ເກມຫຼິ້ນເພີນ

ເອີ້ນວ່າເປັນເກມອໍາມະຕະກໍໄດ້ເພາະວ່າບໍ່ວ່າຈະອາຍຸເທົ່າໃດ ຫຼື ໂຫຼດມາຫຼິ້ນຍາມໃດກໍເພີນໆຂ້າເວລາດີ ເຊິ່ງເກມປະເພດນີ້ມັກຮິດໃນບັນດາພໍ່ໆແມ່ໆທັງຫຼາຍ 😂 ອາດຈະເປັນຍ້ອນການຫຼິ້ນທີ່ງ່າຍ ແລະ ບໍ່ຊັບຊ້ອນຈຶ່ງສາມາດຄອງໃຈແຟນໆເກມໄດ້ຫຼາຍ.