ວິທີຮັບມືການຖືກ Bully ໃນສັງຄົມ..!!!


ປັດຈຸບັນເຮົາອາດຈະໄດ້ຍິນຄຳວ່າ Bully ຫຼາຍຂຶ້ນ ເນື່ອງຈາກທຸກມື້ນີ້ຜູ້ຄົນສື່ສານກັນຜ່ານໂລກ Cyber ກັນຫຼາຍຈົນຄຶດວ່າເປັນພຽງແຕ່ການ Bully ໃນໂລກ Cyber ແຕ່ໃນຄວາມຈິງແລ້ວ ການ Bully ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈຳວັນ ບໍ່ວ່າຈະເປັນໃນສະຖານທີ່ການສຶກສາ ຫຼື ທີ່ເຮັດວຽກ ແລະ ເກີດຂື້ນມາດົນແລ້ວ ເຊິ່ງຖ້າເວົ້າຄຳບ້ານໆແບບພາສາລາວເຮົາກໍແມ່ນການ ລັງແກ/ເຍີ້ຍກັນ ໂດຍເອົາຂໍ້ດ້ອຍຂອງຄົນໆໜຶ່ງຂຶ້ນມາເຍີ້ຍກັນນັ້ນເອງ.

  • ການ Bully ບໍ່ໄດ້ມີພຽງແຕ່ໃນໂລກ Cyber ແຕ່ເກີດຂຶ້ນໄດ້ທຸກທີ່ໃນໂລກຄວາມເປັນຈິງບໍ່ວ່າຈະເປັນໃນສະຖານທີ່ການສຶກສາ ຫຼື ບ່ອນເຮັດວຽກ ແລະ ເກີດຂຶ້ນມາໄດ້ດົນແລ້ວ.
  • ການຮັບມືກັບການ Bully ຢ່າງມີສະຕິ ຕອບໂຕ້ ຊີ້ແຈງໃຫ້ຖືກຈັງຫວະ ບໍ່ຄຶດແຄ້ນ ຄຽດ ຫຼື ວິຕົກກັງວົນເກິນໄປ ລວມເຖິງເລືອກທີ່ຈະໃຊ້ຊີວິດໃນສັງຄົມສິ່ງແວດລ້ອມທີ່ດີ ປິດຮັບເລື່ອງລາວທາງ Social ຫາກຫາທາງອອກບໍ່ໄດ້ຄວນພົບທ່ານໝໍເພື່ອຮັກສາຢ່າງເໝາະສົມ.

ການ Bully ແມ່ນຫຍັງ ?

ການ Bully ຄືພຶດຕິກຳທີ່ຮຸນແຮງ ລັງແກຜູ້ອື່ນທັ້ງທາງວາຈາ ແລະ ຮ່າງກາຍ ຫາກເກີດໃນຊີວິດຈິງມັກເປັນການເຍີ້ຍຮູບຮ່າງໜ້າຕາ ສະຖານະທາງສັງຄົມ ລວມເຖິງການທຳຮ້າຍຮ່າງກາຍ. ໃນໂລກ online ສ່ວນໃຫຍ່ເກີດຈາກການປະຈານກັນທາງ  social media ເຊິ່ງຫຼາຍເທື່ອການ bully ກໍສ້າງຜົນກະທົບທາງດ້ານຄວາມຮູ້ສຶກຫຼາກຫຼາຍຈົນອາດເກີດເປັນບາດແຜທາງໃຈຝັງເລິກຈົນຍາກທີ່ຈະຮັກສາ ຫຼືອາດລຸກລາມໄປຈົນເກີດການປະທະ ແລະ ສ້າງບາດແຜທາງກາຍໄດ້ດັ່ງນີ້.

  • ການ bully ທາງຮ່າງກາຍ ເປັນການທຳຮ້າຍຮ່າງກາຍອີກຝ່າຍໃຫ້ເກີດການບາດເຈັບມີບາດແຜ ເຊິ່ງສາມາດເບິ່ງເຫັນໄດ້ຈາກພາຍນອກບາງກໍລະນີອາດສົ່ງຜົນຕໍ່ຈິດໃຈອີກດ້ວຍ.
  • ການ bully ທາງວາຈາ ເຖິງບໍ່ມີບາດແຜທາງກາຍໃຫ້ເຫັນແຕ່ການເວົ້າສຽດສີ ເຍີ້ຍ ໃສ່ຮ້າຍ ການປະຈານດ້ວຍຄຳເວົ້າໃຫ້ຜູ້ອື່ນໄດ້ຍິນ ນອກຈາກຈະສ້າງຄວາມອັບອາຍວິຕົກກັງວົນ ອາດສ້າງຄວາມຄຽດ ເກັບກົດ ສົ່ງຜົນເຖິງຂັ້ນເປັນໂຣກຊຶມເສົ້າ ຫຼື ຢ້ານສັງຄົມ. ຖືເປັນບາດແຜທາງຈິດໃຈທີ່ເຈັບປວດບໍ່ແມ່ນຫນ້ອຍ.
  • ການ bully ທາງສັງຄົມ ເປັນການສ້າງກະແສສັງຄົມອ້ອມຂ້າງໃຫ້ລຸມມາໃສ່ເຫຍື່ອຂອງການຖືກ bully ຄ້າຍຄືການຢືມມືຄົນອ້ອມຂ້າງໃຫ້ຮ່ວມກັນທຳຮ້າຍບຸກຄົນພຽງຄົນດຽວເຊັ່ນ: ການປ່ອຍ Clip ຂອງເຫຍື່ອ ຫຼື ການສ້າງຂ່າວລືຈົນຜູ້ເສບຫຼົງເຊື່ອ ແລະ ພ້ອມຈະແຊຣ໌ຂ່າວໃຫ້ອອກເປັນວົງກວ້າງຂຶ້ນ.

ວິທີຮັບມືການ Bully

ຫຼາຍເທື່ອທີ່ການ Bully ເກີດຂຶ້ນພຽງເພາະຄວາມຄຶດຕື້ນ ຄຶດວ່າເຮັດເປັນເລື່ອງຕະຫລົກເຮຮາກັນຊື່ໆ, ເຮັດຍ້ອນຄວາມໂມໂຫຊົ່ວຄາວ ຫຼື ເປັນພຽງການຕັດສິນໃຈຊົ່ວຂະນະ ແຕ່ຜົນທີ່ຕາມມາອາດຫຼາກຫຼາຍ ແລະ ສົ່ງຜົນຍາວນານສຳລັບຜູ້ຖືກກະທຳ ດັ່ງນັ້ນການຮູ້ຈັກຮັບມືກັບການ Bully ອາດຊ່ວຍຫຼີກເວັ້ນບາດແຜທັງທາງກາຍ, ຈິດໃຈ ແລະ ສັງຄົມດັ່ງນີ້:

  • ການຕອບໂຕ້ຢ່າງສຸພາບ
    ດ້ວຍຄຳເວົ້າ ແລະ ການສະແດງອອກວ່າບໍ່ໄດ້ຮູ້ສຶກມ່ວນ ຫຼື ບໍ່ມັກການກະທຳລວມເຖິງວາຈາຕ່າງໆທີ່ຖືກເວົ້າເຖິງດ້ວຍຄຳເວົ້າ ແລະ ທ່າທີສຸພາບ ບໍ່ຂຶ້ນສຽງ ຫຼື ໃຊ້ຄຳຫຍາບຄາຍ ລວມເຖິງຊີ້ແຈງຢ່າງຊັດເຈນຫາກເລື່ອງທີ່ຖືກກ່າວຫານັ້ນບໍ່ແມ່ນຄວາມຈິງ.
  • ປ່ຽນສິ່ງແວດລ້ອມ
    ຫານການ Bully ນັ້ນທຳຮ້າຍຮ່າງກາຍ ຫຼື ຈິດໃຈຈົນຍາກທີ່ຈະຍອມຮັບ ການປ່ຽນບ່ອນເຮັດວຽກ ຫຼື ກຸ່ມໝູ່ເພື່ອນກໍອາດຊ່ວຍຟື້ນຟູພາວະເຈັບຊ້ຳຈາກການຖືກ Bully ໄດ້ໄວຂຶ້ນ.
  • ການປຶກສານັກຈິດຕະວິທະຍາ ຫຼື ຈິດຕະແພດ
    ຫຼາຍເທື່ອທີ່ການ Bully ລ້ຳເສັ້ນຂອງເຫຍື່ອຫຼາຍເກິນໄປຈົນກັດກິນຈິດໃຈສ້າງບາດແຜຈົນຜູ້ຖືກການກະທຳບໍ່ສາມາດຢູ່ໃນສັງຄົມຕໍ່ໄປ ບາງກໍລະນີອາດກາຍເປັນຄວາມຄຽດສະສົມ ຈົນເອົາອອກຈາກສັງຄົມໄປຈົນເຖິງຂັ້ນເກັບກົດກາຍເປັນໂຣກຊຶມເສົ້າ ແລະ ຈົບລົງດ້ວຍການຂ້າຕົວຕາຍ ດັ່ງນັ້ນທາງອອກທີ່ດີຄືການເຂົ້າພົບຜູ້ຊ່ຽວຊານບໍ່ວ່າຈະເປັນນັກຈິດຕະວິທະຍາ ຫຼື ຈິດຕະແພດ ເພື່ອປຶກສາເຮັດການຮັກສາຢ່າງຖືກວິທີ ແລະ ມີປະສິດທິພາບ.

ເຮົາຕ່າງເກີດມາ ແລະ ມີຊີວິດໃນຍຸກທີ່ເຕັກໂນໂລຊີຈະເລີນກ້າວໜ້າ ການ bully ທີ່ບໍ່ຈຳເປັນຕ້ອງເກີດຂຶ້ນດ້ວຍການປະເຊີນໜ້າເທົ່ານັ້ນ ມື້ໜຶ່ງເຮົາອາດຕົກເປັນເຫຍື່ອຂອງການ Bully ທາງ social ຈາກຜູ້ທີ່ບໍ່ເຄີຍຮູ້ຈັກກັນເລີຍ ຫຼື ອາດຕົກເປັນເຫຍື່ອຮ່ວມການກະທຳການ bully ຄົນອື່ນ ຫລືອາດເປັນຜູ້ເລີ່ມ bully ໂດຍບໍ່ຮູ້ຕົວ.

ດັ່ງນັ້ນ ບໍ່ວ່າການກະທຳໃດໆທີ່ເຮັດໃຫ້ບຸກຄົນອື່ນຮູ້ສຶກດ້ອຍຄ່າ ອັບອາຍ ເສື່ອມເສຍ ລອງຖອຍອອກມາຈັກກ້າວ ຫັນໃຈເຂົ້າອອກຫຼາຍໆຄັ້ງ ກ່ອນລົງມືກົດ like, ກົດ share ຫຼື ຂຽນເວົ້າຫຍັງອອກມາ ເພາະສິ່ງເຫຼົ່ານີ້ເມື່ອເກີດຂຶ້ນແລ້ວເຖິງເຮົາຈະລົບອອກຈັກເທື່ອກໍຍັງຝັງໃນຈິດໃຈຂອງຜູ້ຖືກກະທຳຢູ່ສະເໝີ.

ກົງກັນຂ້າມ ຫາກຕ້ອງປະສົບບັນຫາໃນຖານະເຫຍື່ອຂອງການ bully ຄວນຕັ້ງຮັບຢ່າງມີສະຕິ ເຮັດໂຕມິດງຽບ ເສີຍໆ ຫລືອາດຕອບໂຕ້ ຊີ້ແຈງໃຫ້ຖືກຈັງຫວະ ບໍ່ຄຶດຄຽດແຄ້ນ ຫຼື ວິຕົກກັງວົນເກິນໄປ ລວມເຖິງເລືອກທີ່ຈະໃຊ້ຊີວິດໃນສັງຄົມສິ່ງແວດລ້ອມທີ່ດີ ເໝາະສົມກັບຕົນເອງ ປິດຮັບເລື່ອງລາວທາງ social  ແລະ ຂໍ້ສຳຄັນຫາກຫາທາງອອກບໍ່ໄດ້ຄວນຮີບເຂົ້າພົບຈິດຕະແພດເພື່ອຮັບການຮັກສາຢ່າງເໝາະສົມ.

ທີ່ມາ: https://www.sanook.com/health/18825/