ຍິ່ງສູງຍິ່ງກົດດັນ ພາມາຮູ້ຈັກກັບອາການໝົດໄຟຂອງຜູ້ຢູ່ໃນຕຳແໜ່ງຫົວໜ້າ


ຕຳແໜ່ງຫົວໜ້າ (Leadership) ອາດເປັນສິ່ງທີ່ພະນັກງານສ່ວນໃຫຍ່ເຂົ້າໃຈວ່າ ເຮັດວຽກສະບາຍ, ອອກຄຳສັ່ງຢ່າງດຽວ. ແຕ່ເບື້ອງຫຼັງຂອງຜູ້ເປັນຫົວໜ້າທີ່ດີ ນອກຈາກຈະຕ້ອງເປັນແບບຢ່າງໃຫ້ທີມແລ້ວ​ ຍັງຕ້ອງແບກຫາບຄວາມກົດດັນຄຳສັ່ງຈາກຕຳແໜ່ງທີ່ຢູ່ສູງກວ່າອີກເທື່ອໜຶ່ງ, ຊ່ວຍແກ້ໄຂປັນຫາໃຫ້ທີມ ແລະ ຊ່ວຍຮັກສາສາຍສຳພັນອັນດີພາຍໃນທີມ ໄປພ້ອມກັບການຮັກສາພາບລັກການເປັນຫົວໜ້າທີ່ເຂັ້ມແຂງຕະຫຼອດເວລາ. ສະນັ້ນ, ຈຶ່ງເປັນເຫດຜົນທີ່ວ່າ ເມື່ອເວລາຜ່ານໄປ ການເປັນຫົວໜ້າອາດບໍ່ແມ່ນສິ່ງທີ່ຕ້ອງການອີກຕໍ່ໄປແລ້ວ ເນື່ອງຈາກອາການໝົດໄຟໄດ້ຊຶມເລິກເຂົ້າກັດກິນຄວາມພາກພູມໃຈໃນການເປັນຫົວໜ້າ ຄຳວ່າຍິ່ງສູງຍິ່ງກົດດັນຈຶ່ງມາພ້ອມກັບອາການໝົດໄຟ ຈຶ່ງມັກຈະພົບເຫັນວ່າ ເປັນຫຍັງບາງຄົນເຖິງແມ່ນວ່າຈະໄດ້ຮັບຕຳແໜ່ງໃນລະດັບສູງ ຈຶ່ງຕັດສິນໃຈລາອອກໂດຍບໍ່ຕ້ອງການແບກຫາບມັນອີກຕໍ່ໄປ.

ຈາກຜົນການສຳຫຼວດວິໄຈ Global Leadership Forecast 2021 ຂອງໜ່ວຍງານDevelopment Dimensions International ໄດ້ໃຫ້ຮູ້ວ່າ: ໜຶ່ງໃນບັນຫາທີ່ເກີດຂຶ້ນກັບຜູ້ນໍາຂອງອົງກອນສ່ວນໃຫຍ່ແມ່ນ “ພາວະໝົດໄຟ” ເຊິ່ງກວມເອົາອັດຕາສ່ວນສູງເຖິງ 60% ຂອງຜູ້ນໍາສ່ວນໃຫຍ່ ທີ່ອອກມາຍອມຮັບວ່າ ພວກເຂົາຮູ້ສຶກໝົດໄຟຫຼັງຈາກທີ່ແລ້ວວຽກໃນແຕ່ລະມື້ ແລະ ໃນຈໍານວນດັ່ງກ່າວມີແຜນທີ່ຈະຍ້າຍບໍລິສັດເພື່ອຄວາມກ້າວໜ້າ ແລະ ອີກຈໍານວນໜຶ່ງແມ່ນມີແຜນທີ່ຈະລາອອກວຽກ. ຕໍ່ໄປນີ້ ພວກເຮົາມາເບິ່ງນໍາກັນວ່າ ຍ້ອນຫຍັງເປັນສາເຫດທີ່ພາໃຫ້ພວກເຂົາເກີດພາວະໝົດໄຟ (Burn out).

  1. ເປັນຜູ້ນໍາ ຍິ່ງສູງຍິ່ງເຫງົາ

ຫຼາຍຄັ້ງ ເມື່ອຢູ່ໃນຕຳແໜ່ງທີ່ສູງ ບວກກັບພາລະໜ້າທີ່ ທີ່ລົ້ນມືໃນແຕ່ລະວັນ ເຮັດໃຫ້ໂອກາດສ້າງສາຍສຳພັນມິດຕະພາບກັບພະນັກງານຄົນອື່ນກໍໜ້ອຍລົງຕາມ. ນອກນັ້ນ, ຄວາມເກງໃຈຂອງພະນັກງານຕໍ່ລະດັບຫົວໜ້າ ເຮັດໃຫ້ບໍ່ກ້າເຂົ້າຫາ ແລະ ໂອ້ລົມໄດ້ຢ່າງເປີດໃຈ ຈຶ່ງເປັນສາເຫດໃຫ້ຫຼາຍຄັ້ງການເປັນຜູ້ນໍາຕ້ອງແລກມາດ້ວຍຄວາມເຫງົາ. 

  1. ບໍ່ມີເວລາໃຫ້ຕົນເອງ ແລະ ຄອບຄົວ

ບາງຄັ້ງ ການເປັນຫົວໜ້າທີ່ດີ ແລະ ການເປັນຄົນທີ່ມີຄວາມຮັບຜິດຊອບຕໍ່ວຽກງານຂອງອົງກອນ ກໍຕ້ອງແລກເວລາສ່ວນຕົວເພື່ອສ່ວນລວມດ້ວຍຄວາມຈໍາເປັນຮີບດ່ວນຂອງວຽກງານທີ່ຫຼີກເວັ້ນບໍ່ໄດ້, ຈຶ່ງສົ່ງຜົນກະທົບຕໍ່ເວລາພັກຜ່ອນສ່ວນຕົວ, ກະທົບຕໍ່ສຸຂະພາບຂອງຕົນເອງ  ລວມໄປເຖິງເວລາທີ່ຕ້ອງຈັດສັນໃຫ້ຄອບຄົວ ອີກດ້ວຍ.

  1. ໃຜໆກໍເຂົ້າໃຈວ່າເຮົາຕ້ອງເກັ່ງ ແກ້ໄຂບັນຫາໃຫ້ທີມໄດ້ຮອບດ້ານ ເປັນແບບຢ່າງທີ່ດີ

ເມື່ອຂຶ້ນເປັນຜູ້ນໍາ ຫຼາຍຄົນກໍຄາດຫວັງວ່າຫົວໜ້າຈະຕ້ອງເປັນຜູ້ທີ່ສາມາດເປັນແບບຢ່າງທີ່ດີ ແລະ ເກັ່ງຮັບມືກັບບັນຫາໄດ້ຮອບດ້ານ. ຄວາມເປັນຈິງແລ້ວ ຫົວໜ້າກໍເປັນພຽງມະນຸດທຳມະດາຄົນໜຶ່ງ ທີ່ບໍ່ໄດ້ເກັ່ງໄປໝົດທຸກຢ່າງ, ອາດມີດ້ານທີ່ເຮັດໄດ້ດີ ແລະ ດ້ານທີ່ບໍ່ຖະໜັດ, ຍັງຕ້ອງການເວລາຮຽນຮູ້ ເຊັ່ນດຽວກັບພະນັກງານທົ່ວໄປ. ຫຼາຍຄັ້ງ ຄວາມຄາດຫວັງຈາກທີມງານ ກໍກາຍເປັນແຮງກົດດັນໃຫ້ຜູ້ເປັນຫົວໜ້າ ຕ້ອງແບກຫາບທຸກຢ່າງ. 

  1. ໜຶ່ງວັນ ພັນເລື່ອງລາວ  

ໃນແຕ່ລະມື້ ນອກຈາກຈະຕ້ອງນໍາແກ້ໄຂປັນຫາຊ່ວຍທີມແລ້ວ, ຍັງຕ້ອງຊ່ວຍສ້າງແຮງຈູງໃຈໃຫ້ທີມ ແລະ ຍັງຕ້ອງເປັນຕົວກອງຂໍ້ມູນລະຫວ່າງຫົວໜ້າຂັ້ນສູງກວ່າ ແລະ ພະນັກງານໃນທີມ ເພື່ອໃຫ້ການສື່ສານວຽກມອບໝາຍ ໃຫ້ເກີດຄວາມເຂົ້າໃຈໄປໃນທາງດຽວກັນ. ຫາກເກີດບັນຫາ ຫົວໜ້າທີ່ດີ ແມ່ນຜູ້ທຳອິດທີ່ຕ້ອງແບກຮັບຄຳຕຳໜິຈາກຫົວໜ້າຂັ້ນສູງກວ່າ ແທນລູກທີມຂອງຕົນ ແຕ່ກໍບໍ່ສາມາດລະບາຍໃຫ້ລູກທີມຟັງໄດ້ທຸກຢ່າງວ່າຕົນເອງຕ້ອງປະເຊີນຫຍັງແດ່. ຈາກຄວາມຄຽດ ແລະ ຄວາມກົດດັນຢູ່ຕະຫຼອດເວລາ ເຮັດໃຫ້ເກີດເປັນບັນຫາກະທົບຕໍ່ສຸຂະພາບກາຍ ແລະ ສຸຂະພາບຈິດ ຈົນໃນທີ່ສຸດກໍກ້າວເຂົ້າສູ່ພາວະໝົດໄຟ.  

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/2ptsmsvp

https://tinyurl.com/3emxsbxy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/