ເດັກຈົບໃໝ່ ເຈລະຈາ ແບບໃດໃຫ້ໄດ້ເງິນເດືອນສູງ?


ເດັກຈົບໃໝ່ ຫຼື ຄົນທີ່ຍ້າຍວຽກຫຼາຍຄົນບໍ່ຮູ້ວ່າການເຈລະຈາເງິນເດືອນກ່ອນເລີ່ມຕົ້ນເຮັດວຽກນັ້ນມີຄວາມສຳຄັນ ແລະ ສົ່ງຜົນແນວໃດໃນເງິນເດືອນອະນາຄົດ ແລະ ຫຼາຍຄົນກໍບໍ່ຮູ້ວ່າຄວນສະເໜີເງິນເດືອນເທົ່າໃດຈຶ່ງເໝາະສົມ ບໍ່ໜ້ອຍ-ຫຼາຍເກີນໄປ ຍິ່ງໄປກວ່ານັ້ນບາງຄົນບໍ່ກ້າທີ່ຈະຕໍ່ລອງດ້ວຍຊ້ຳ! ໃຜມີບັນຫາແບບນີ້ ຫຼື ຕ້ອງການລອງເຈລະຈາເລື່ອງເງິນເດືອນກັບຫົວໜ້າພວກເຮົາມີຄຳແນະນຳດີໆມາຝາກ

ອີງຕາມຜົນສຳຫຼວດຈາກ Pew Research Center ພົບວ່າຊາວອາເມຣິກາກວ່າເຄິ່ງບໍ່ໄດ້ເຈລະຈາເງິນເດືອນທີ່ສູງຂຶ້ນເມື່ອພວກເຂົາໄດ້ງານໃໝ່ ເຊິ່ງນີ້ອາດເຮັດໃຫ້ພາດໂອກາດໄດ້ຮັບເງິນເດືອນທີ່ສູງຂຶ້ນກວ່ານັ້ນໄດ້ໃນອະນາຄົດ

Nolan Church ອະດີດນັກສັນຫາບຸກຄະລາກອນຂອງ Google ເຊິ່ງປັດຈຸບັນດຳລົງຕຳແໜ່ງເປັນ CEO ຂອງ FairComp ບໍລິສັດດ້ານຂໍ້ມູນເງິນເດືອນສະແດງທັດສະນະວ່າ “ຄົນສ່ວນໃຫຍ່ອາດບໍ່ເຂົ້າໃຈວ່າເງິນເດືອນຕັ້ງຕົ້ນນັ້ນຈະສົ່ງຜົນຕໍ່ເນື່ອງໄປໃນອະນາຄົດແນວໃດ ເມື່ອມີການປັບເງິນເດືອນຂຶ້ນບໍລິສັດຈະອີງຕາມຖານເງິນເດືອນນັ້ນດ້ວຍ” ດັ່ງນັ້ນ, ຍິ່ງເງິນເດືອນເລີ່ມຕົ້ນສູງເທົ່າໃດເງິນເດືອນໃນອະນາຄົດກໍຈະຍິ່ງເພີ່ມຫຼາຍຂຶ້ນລວມໄປເຖິງເງິນ bonus ນຳເມື່ອເວລາຜ່ານໄປ

ເມື່ອຮູ້ແບບນັ້ນທ່ານ Church ຈຶ່ງໄດ້ຖິ້ມທ້າຍຄຳແນະນຳວິທີພິຈາລະນາ ແລະ ການເຈລະຈາໃນຂະນະສຳພາດງານໄວ້ດັ່ງນີ້:

  • ບໍລິສັດກຳນົດເງິນເດືອນທີ່ຈະສະເໜີໃຫ້ເຮົາແບບໃດ

ເປັນເລື່ອງສຳຄັນຫຼາຍທີ່ຕ້ອງເຂົ້າໃຈວ່າບໍລິສັດກຳນົດເງິນເດືອນທີ່ຈະສະເໜີໃຫ້ເຮົາແບບໃດ ເຊິ່ງໂດຍທົ່ວໄປແລ້ວບໍລິສັດຈະໃຊ້ບໍລິການຂໍ້ມູນດ້ານເງິນເດືອນເຊິ່ງມີຕົວເລກປັດຈຸບັນ ແລະ ລະອຽດສຳລັບແຕ່ລະອຸດສາຫະກຳເພື່ອກຳນົດຊ່ວງເງິນເດືອນຂອງແຕ່ລະຕຳແໜ່ງ ເມື່ອຮອດເວລາສະເໜີເງິນເດືອນບໍລິສັດກໍມັກຈະເລີ່ມຈາກຈຸດຕ່ຳສຸດຂອງໄລຍະນັ້ນ.

  • ທັດສະນະຄະຕິ ຫຼື ຈຸດຢືນຂອງບໍລິສັດໃນການຈ່າຍເງິນເດືອນ

ບໍລິສັດຕ່າງໆມີຫຼັກການຕັດສິນໃຈໃນການພິຈາລະນາໃຫ້ເງິນເດືອນພະນັກງານແຕກຕ່າງກັນໄປ ມັນສຳຄັນຫຼາຍທີ່ເຮົາຕ້ອງເບິ່ງຈຸດຢືນຂອງບໍລິສັດໃຫ້ອອກໂດຍທຽບກັບບໍລິສັດອື່ນທີ່ປະກອບທຸລະກິດຄ້າຍກັນເພື່ອເບິ່ງວ່າບໍລິສັດນີ້ສະເໜີຈ່າຍສູງກວ່າ ຕ່ຳກວ່າ ຫຼື ທຽບເທົ່າບໍລິສັດອື່ນ

ຖາມຄຳຖາມເພື່ອເບິ່ງແນວຄິດຄ່າຕອບແທນຂອງບໍລິສັດ

ຫຼັງສຳພາດງານ ແລະ ໄດ້ຂໍ້ສະເໜີເງິນເດືອນ Church ແນະນຳໃຫ້ຖາມ 2 ຄຳຖາມສຳຄັນຄື:

  1. ‘ລະດັບເງິນເດືອນທີ່ສະເໜີນີ້ກົງກັບລະດັບຄ່າຕອບແທນໃນໄລຍະໃດໃນຂອງບໍລິສັດເຈົ້າ’ ເນື່ອງຈາກບໍລິສັດມີການແບ່ງລະດັບເງິນເດືອນໂດຍມັກຈະມີລະດັບຕັ້ງແຕ່ 1 ໄປຈົນເຖິງ 10 ຍົກຕົວຢ່າງເຊັ່ນລະດັບເງິນເດືອນຂອງວິສະວະກອນຈົບໃໝ່ກັບວິສະວະກອນທີ່ເຮັດວຽກມາເປັນສິບໆປີ ເຊິ່ງການຖາມຄຳຖາມນີ້ຈະເປັນການປະເມີນວ່າລະດັບເງິນເດືອນທີ່ບໍລິສັດສະເໜີໃຫ້ເຮົາແມ່ນຢູ່ຈຸດໃດ ແລະ ຍັງບົ່ງບອກວຸດທິທີ່ບໍລິສັດເຊື່ອວ່າເຮົາມີອີກດ້ວຍ.
  2. ‘ແນວຄິດດ້ານຄ່າຕອບແທນຂອງບໍລິສັດເຈົ້າເປັນແນວໃດ’ ເປັນການຖາມຂໍ້ໄດ້ປຽບທາງເງິນເດືອນທີ່ບໍລິສັດສາມາດໃຫ້ໄດ້ ຫຼື ເປີດໃຫ້ບໍລິສັດໄດ້ຂາຍຕົວເອງເຊິ່ງຄຳຕອບທີ່ໄດ້ມາອາດຈະເປັນ ‘ພວກເຮົາໃຫ້ເງິນເດືອນໃນລະດັບທີ່ຫຼາຍກວ່າ 75% ຂອງບໍລິສັດໃນອຸດສາຫະກຳດຽວກັນ’ ເປັນຕົ້ນ.

ຂ້ອຍຢາກຮ່ວມງານກັບເຈົ້າຖ້າໄດ້ເງິນເດືອນຕາມນີ້

ຫຼັງຈາກທີ່ໄດ້ຮັບຄຳຕອບຈົ່ງບອກພວກເຂົາວ່າເຈົ້າຮູ້ສຶກຕື່ນເຕັ້ນກັບຂໍ້ສະເໜີນີ້ຫຼາຍ ແຕ່ຂໍເວລາຈັກ 2-3 ມື້ເພື່ອພິຈາລະນາ ຈາກນັ້ນໃຫ້ກັບໄປກວດສອບເວັບໄຊຂໍ້ມູນເງິນເດືອນ ແລະ ຢ່າລືມປຶກສາຄົນໃນສາຍງານດຽວກັນນຳ ຈຸດສຳຄັນແມ່ນຕ້ອງກ້າຖາມເລື່ອງເງິນ.

ເມື່ອພ້ອມແລ້ວກໍກັບໄປທີ່ຂໍ້ສະເໜີ ໂດຍເວົ້າປະມານວ່າເຈົ້າຍິນດີຈະຮັບງານນີ້ຂໍພຽງແຕ່ປັບເງິນເດືອນຕາມຕົວເລກທີ່ເຈົ້າລະບຸໄວ້ ເຊິ່ງຜົນທີ່ໄດ້ອາດເປັນໄປໄດ້ວ່າບໍລິສັດຕົກລົງປັບເງິນເດືອນຂຶ້ນມາເລັກໜ້ອຍ ຫຼື ບໍ່ປ່ຽນແປງໃດໆເລີຍ ແຕ່ຢ່າລືມວ່າຖ້າບໍ່ເຈລະຈາໂອກາດກໍຈະເປັນ 0 ແນ່ນອນ

ຂອບໃຈຂໍ້ມູນຈາກ: https://rb.gy/bg7g51

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/